ໄທ ຕ້ອງການແຮງງານ ຖືກຕ້ອງຕາມກົດໝາຍ ຈາກ ສປປລາວ

2008-04-13

ໂຮງງານ ອຸຕສາຫະກັມ ແຂວງຂອນແກ່ນ ຂອງໄທ ຂາດແຄນແຮງງານ ບໍ່ຕໍ່າກວ່າ 5 ພັນຄົນ ຈື່ງ ຕ້ອງໄດ້ຈ້າງ ຊາວລາວ 827 ຄົນ ຢ່າງຖືກຕ້ອງ ຕາມກົດໝາຍ.

ໜັງສືພີມຣາຍວັນ ກຸງເທພທຸຣະກິຈ ສະບັບ ວັນທີ່ 10 ເມສານີ້ ແຈ້ງວ່າ: ພາຄສ່ວນອຸຕ ສາຫະກັມ ທົ່ວແຂວງຂອນແກ່ນ ຂອງໄທຽ ຍັງຂາດແຄນຄົນງານ ບໍ່ຕໍ່າກວ່າ 5,000 ຄົນ ໂດຽສະເພາະ ໂຮງຈັກໂຮງງານ ທີ່ຜລິຕເສື້ອຜ້າ ແພ່ນແພ ຫລື ຜລິຕຖົງຕີນ ຕ່າງໆ ຊື່ງຊາວໄທຽ ບໍ່ຄ່ອຍ ຈະນິຍົມວຽກງານ ປະເພດນີ້ ເຮັດໃຫ້ຜູ້ປະກອບກາຣ ຕ້ອງໄດ້ອາສັຍຄົນງານ ຕ່າງດ້າວ ຈາກປະເທດເພື່ອນບ້ານ ໃກ້ຄຽງ.

ທາງໜັງສືພີມ ໄດ້ແຈ້ງເພີ່ມ ວ່າ: ຫວ່າງມໍ່ໆມານີ້ ທາງການແຂວງຂອນແກ່ນ ໄດ້ລົງນາມ ໃນຂໍ້ຕົກລົງ ກັບທາງກາຣ ສປປລາວ ເພື່ອຈັດຫາຄົນງານໃຫ້ ແລະ ປັຈຈຸບັນນີ້ ກໍມີ ຄົນງານ ຊາວລາວ ທີ່ມີອະນຸຍາດ ຖືກຕ້ອງຕາມກົດໝາຍ ຮວມທັງໝົດ 827 ຄົນ. ໃນ ຂະນະດຽວກັນ ກໍວ່າທາງບໍຣິສັທ ຍັງໄດ້ຈ້າງຄົນງານຕ່າງດ້າວ ຜິດກົດໝາຍ ທີ່ໄດ້ຮັບ ກາຣຜ່ອນສັ້ນຜ່ອນຍາວ ຈາກທາງກາຣໄທຽ ອະນຸຍາດ ໃຫ້ເຮັດວຽກໄດ້ ອີກ 514 ຄົນ ຊື່ງໃນນັ້ນ ເປັນຊາວລາວ 129 ຄົນ ຊາວພະມ້າ 366 ຄົນ ແລະ ຊາວກັມພູຊາ ອີກ 19 ຄົນ.

ນອກຈາກທາງໂຮງຈັກໂຮງງານ ຕ່າງໆ ດັ່ງກ່າວນີ້ ແລ້ວທາງກາຣ ແຂວງຂອນແກ່ນ ຍັງຕ້ອງກາຣ ຄົນງານ ໃນດ້ານກະສິກັມ ຢ່າງຫລວງຫລາຍ ເຊັ່ນກັນ ໂດຽສະເພາະ ໃນຣະຫວ່າງ ເດືອນພຶສພາ-ມີຖຸນາ ຊື່ງເປັນຣະຍະ ກາຣເພາະປູກ ທີ່ຕ້ອງໄດ້ອາສັຍຄົນງານ ຫລາຍເພີ່ມຂື້ນ ແລະ ຍີ່ງຈະເຮັດໃຫ້ ພວກຄົນງານ ໃນທົ່ວແຂວງຂອນແກ່ນ ບໍ່ຕໍ່າ ກວ່າ 30,000 ຄົນ ຈະຕ້ອງລາອອກຈາກ ໂຮງຈັກໂຮງງານ ເພື່ອໄປເຮັດວຽກງານ ກາຣກະສິກັມ ທັງໝົດ ປະມານ 30% ແລະ ຍີ່ງຈະເຮັດໃຫ້ ມີກາຣຂາດແຄນ ຄົນງານ ດັ່ງກ່າວນີ້ ຕື່ມຕໍ່ໄປ.