ຂ່າວ ລາວ

ສິທທິມະນຸສຂອງມົ້ງລາວອົພຍົພ ຖືກຣະເມີດ

2009-11-20

ຂະບວນກາຣລາວ ເພື່ອສິທທິມະນຸສປະນາມ ກາຣລະເມີດຖານະອົພຍົພ ລີ້ພັຍກາຣເມືອງຂອງຊາວມົ້ງລາວ 158 ຄົນ ຢູ່ສູນກັກຂັງຊົ່ວຄາວ ຂອງຕຳຣວຈເມືອງໜອງຄາຍ ພ້ອມກັບຮຽກຮ້ອງ ໃຫ້ທາງກາຣໄທຽ ອະນຸຍາຕໃຫ້ເຂົາເຈົ້າໄປ ຕັ້ງຖິນຖານໃໝ່ໃນປະເທສທີ່ 3. ບັນດາສັກ ມີຣາຍງານ ຈາກກຸງປາຣີສ໌..... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ຊາວວຽງຈັນຢ້ານວ່າຫົນທາງ ໄປສນາມກິລາຈະແປງບໍ່ແລ້ວ

2009-11-20

ປະຊາຊົນລາວເປັນຫ່ວງຢ້ານ ກາຣສ້າງສາແລະປັບປຸງ ຕາມເສັ້ນທາງຫລັກ ໄປຫາສນາມກິລາແຫ່ງຊາຕ ຈະບໍ່ແລ້ວກ່ອນ ກາຣແຂ່ງຂັນກິລາຊີເກມສ໌ ໃນເດືອນໜ້ານີ້.

ຊາວອັຕປືກວ່າເຈັດໝື່ນຄົນ ຍັງຂາດທີ່ຢູ່ອາສັຍ

2009-11-20

ປະຊາຊົນແຂວງ ອັຕປື ກວ່າ7ໝື່ນຄົນ ໄດ້ຮັບຜົລກະທົບ ຈາກພະຍຸເກສນາ ຈົນບໍ່ມີທີ່ຢູ່ອາສັຍ ທາງການກ່ຽວຂ້ອງ ພວມເລັ່ງມືຊ່ວຍເຫລືອ.

ບໍຣິສັທອັງກິດຕຣຽມເຈາະ ບໍ່ນ້ຳມັນແຂວງສາຣະວັນ

2009-11-20

ບໍຣິສັທຊາລາແມນເດີຣ໌ ເອັນເນີຣ໌ຈີ ກຣູ໊ປ (Salamander Energy Group) ຂອງອັງກິດ ຈະເຣີ່ມຂຸດເຈາະ ບໍ່ນ້ຳມັນດິບແລະກ໊າສທັມຊາຕ ຢູ່ແຂວງສາຣະວັນໃນຕົ້ນປີໜ້ານີ້.

ສະມາຊິກສະພາສເນີວ່າຄວນ ສຶກສາໃຫ້ດີກ່ອນແລ້ວຈຶ່ງ ສັມປະທານທີ່ດິນ

2009-11-20

ສະມາຊິກ ສະພາເຂດ3 ຂໍໃຫ້ເພີ່ມການສຶກສາ ຜົລກະທົບດ້ານສີ່ງແວດລ້ອມ ຢ່າງລະອຽດ ກ່ອນຈະອະນຸມັດ ໃຫ້ສັມປະທານທີ່ດິນ.

ປະຊາຊົນໄປເຮັດວຽກຢູ່ໄທຽ ຍ້ອນໂຄງການສ້າງເຂື່ອນ

2009-11-18

ໂຄງກາຣສ້າງເຂື່ອນ ໃນລາວເຮັດໃຫ້ປະຊາຊົນ ໄປເຮັດວຽກງານຢູ່ໄທຽ ຫລາຍເພີ່ມຂຶ້ນ.

ຣັຖບາລລາວກວດກາ ການເຊົ່າແລະສັມປະທານ ທີ່ດິນ

2009-11-18

ຣັຖບາລ ສປປລາວ ເຣັ່ງກວດກາຕາມໂຄງກາຣເຊົ່າ ແລະ ສັມປະທານທີ່ດິນ ໃຫ້ແລ້ວພາຍໃນປີ 2010.

ຣັຖບານໄທຄວນປ່ອຍ ຊາວເຜົ່າມົ້ງລາວ158ຄົນ

2009-11-18

ສະຫະປະຊາຊາຕ ຮຽກຮ້ອງ ຣັຖບານໄທ ປ່ອຍຊາວເຜົ່າມົ້ງ ຈໍານວນ 158 ຄົນ ທີ່ຖືກກັກຂັງ ຢູ່ສູນກັກຂັງ ກວດຄົນເຂົ້າເມືອງ ແຂວງໜອງຄາຍ.

ລາວສວັນນະເຂດ ໄປຂາຍແຮງງານຢູ່ໄທ ໂດຍໃຊ້ບັດ ຜ່ານແດນ

2009-11-17

ແຮງງານ ຈາກແຂວງສວັນນະເຂດ ສ່ວນໃຫຍ່ ຈະໄປເຮັດວຽກ ທີ່ປະເທດໄທ ດ້ວຍການໃຊ້ ບັດຜ່ານແດນໄປທ່ຽວ ແລ້ວບໍ່ກັບບ້ານ.

ການພັທນາຢູ່ລາວ ຊ່ວຍຣັຖບານ ແຕ່ປະຊາຊົນຍັງທຸກຍາກ

2009-11-17

ການສ້າງສາພັທນາຢູ່ ສປປລາວ ເປັນການພັທນາ ແບບອາໃສແຕ່ ຊັພຍາກອນທັມມະຊາດ ແລະການສ້າງເຂື່ອນໄຟຟ້າ ທີ່ອາຈເຮັດໃຫ້ ຣັຖບານຮັ່ງມີຂື້ນ ແຕ່ປະຊາຊົນ ຊ້ຳພັດຍັງທຸກຍາກຢູ່ຄືເກົ່າ.