ລາວ ຮຽກຮ້ອງ ປາບປາມ ການສໍ້ຣາຊບັງຫລວງ

2009-06-29

ປະທານ ສະພາແຫ່ງຊາດລາວ ສເນີ ໃຫ້ຣັຖບານ ເອົາໃຈໃສ່ ແກ້ໄຂບັນຫາ ການສໍ້ຣາຊບັງຫລວງ ຫລາຍຂຶ້ນ ເພາະເຫັນວ່າ ຍັງເປັນຫາ ທີ່ໜັກໜ່ວງ ໃນສປປລາວ.

ປະທານພາແຫ່ງຊາດລາວ ເນີ ໃຫ້ຣັຖບານ​ ​ເອົາໃຈໃສ່ ແກ້​ໄຂບັນຫາການສໍ້ຣາບັງຫລວງ ຫລາຍຂຶ້ນເພາະ​​ເຫັນວ່າ ຍັງເປັນຫາ ທີ່ໜັກໜ່ວງໃນສປປລາວ.

ການ ສໍ້ຣາຊບັງຫລວງຍັງເປັນບັນຫາ ທີ່ ໜັກໜ່ວງແລະ ມີຢ່າງແຜ່ຫລາຍ ຢູ່ສປປລາວໂດຍທີ່ທາງການ ບໍ່ສາມາດແກ້​ໄໃຫ້ລຸດຜ່ອນລົງໄດ້ເທື່ອ ມາຮອດປັຈຸບັນນີ້. ດັ່ງນັ້ນທາງຣັຖບານ ຈຶ່ງຄວນເອົາໃຈໃສ່ ຫລາຍຂຶ້ນຕື່ມເພື່ອແກ້​​ໄ, ຕາມຄໍາເວົ້າຂອງ ທ່ານ ທອງສີ ທໍາມະວົງ ປະທານ ພາແຫ່ງຊາດຕໍ່ກອງປະຊຸມສພາແຫ່ງຊາດ ສມັຍສາມັນຄັ້ງທີ 7 ຂອງພາແຫ່ງຊາດ ຊຸດທີ 6 ​ໃນມື້ທີ 5 ຂອງກອງປະຊຸມ​.  ທ່ານກ່າວໃນຕອນນຶ່ງວ່າ:

”​ແມ່ນຢາກໃຫ້ ຣັຖບານ ເອົາໃຈໃສ່ ຕື່ມອີກ ​​ໃນການຕາມການສໍ້ຣາຊ ບັງຫລວງ ເພາະວ່າ ບັນຫານີ້ ຍັງເປັນບັນຫາ ທີ່ແຜ່ລາມ ອັນໜັກ ສົມຄວນ.”

ກ່ອນໜ້ານີ້ໄດ້ມີການອອກກົດໝາຍ ອອກຂໍ້ກໍານົດ ກ່ຽວກັບການຕ້ານ ການສໍ້ຣາຊບັງຫລວງ ແຕ່ກໍປາກົດວ່າ ການສໍ້ຣາຊບັງຫລວງ ຍັງມີ ຢ່າງແຜ່ຫລາຍ ຢູ່ຕໍ່ໄປ.  ດັ່ງນັ້ນ ທາງມາຊິກພາ ຈຶ່ງຢາກຈະ​​ໃຫ້ ມີການປະຕິບັດຕາມກົດໝາຍ ທີ່ໄດ້ອອກນັ້ນ ຢ່າງຈິງຈັງ​ ​ເຂັ້ມງວດ ແລະ ມີປະສິດທິພາບ. ປະຊາຊົນໃນເຂດແຂວງວຽງຈັນ ທ່ານນຶ່ງ ກ່າວໃຫ້ຄໍາເຫັນ ກ່ຽວກັບ ບັນຫານີ້ວ່າ:

ປະຕິບັດ ຖືວ່າ ມັນກໍຍັງ ບໍ່ທັນໄດ້ ຮັບຜົນເທົ່າທີ່ຄວນ ວ່າ ທົ່ວໄປມັນກໍຍັງມີ ບາງກໍຣະນີ ທີ່ເກີດຂຶ້ນແຕ່ວ່າຜ່ານມາ ທາງຣັຖບານລາວ ກໍໄດ້ແກ້​ໄ ມາຫລາຍພໍສົມຄວນແຕ່ວ່າ ຄິດວ່າ ມັນກໍຍັງ ບໍ່ທັນ ໄດ້ມີປະສິດທິຜົລເທົ່າທີ່ຄວນເທື່ອ.”

ປະຊາຊົນລາວ ທ່ານນີ້ ຍັງກ່າວຕື່ມວ່າ ບັນຫາການສໍ້ຣາຊບັງຫລວງ ຖືເປັນບັນຫາໃຫຍ່ທີ່ເກີດຂຶ້ນ ໃນທຸກປະເທດ ເນື່ອງຈາກ ມີຫລາຍວິທີໃນການສໍ້ຣາຊບັງຫລວງ ແລະ ກໍເປັນບັນຫາທີ່ເກີດຂຶ້ນໃນຫລາຍຂແນງການ ຫລາຍພາກສ່ວນ ຫລາຍເຂດ ດັ່ງນັ້ນ ຈຶ່ງເປັນການຍາກທີ່ຈະແກ້​ໄແລະ ​ໃຊ້ເວລາ ຫລາຍສົມຄວນ.


ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ