ປະທານ ສະພາແຫ່ງຊາດລາວ ສເນີ ໃຫ້ຣັຖບານ ເອົາໃຈໃສ່ ແກ້ໄຂບັນຫາ ການສໍ້ຣາຊບັງຫລວງ ຫລາຍຂຶ້ນ ເພາະເຫັນວ່າ ຍັງເປັນຫາ ທີ່ໜັກໜ່ວງ ໃນສປປລາວ.
ປະທານ ສະພາແຫ່ງຊາດລາວ ສເນີ ໃຫ້ຣັຖບານ ເອົາໃຈໃສ່ ແກ້ໄຂບັນຫາ ການສໍ້ຣາຊບັງຫລວງ ຫລາຍຂຶ້ນ ເພາະເຫັນວ່າ ຍັງເປັນຫາ ທີ່ໜັກໜ່ວງ ໃນສປປລາວ.
ການ ສໍ້ຣາຊບັງຫລວງ ຍັງເປັນບັນຫາ ທີ່ ໜັກໜ່ວງ ແລະ ມີຢ່າງແຜ່ຫລາຍ ຢູ່ສປປລາວ ໂດຍທີ່ທາງການ ບໍ່ສາມາດແກ້ໄຂ ໃຫ້ລຸດຜ່ອນລົງໄດ້ເທື່ອ ມາຮອດປັຈຸບັນນີ້. ດັ່ງນັ້ນ ທາງຣັຖບານ ຈຶ່ງຄວນເອົາໃຈໃສ່ ຫລາຍຂຶ້ນຕື່ມ ເພື່ອແກ້ໄຂ, ຕາມຄໍາເວົ້າຂອງ ທ່ານ ທອງສີງ ທໍາມະວົງ ປະທານ ສະພາແຫ່ງຊາດ ຕໍ່ກອງປະຊຸມສພາ ແຫ່ງຊາດ ສມັຍສາມັນຄັ້ງທີ 7 ຂອງສະພາແຫ່ງຊາດ ຊຸດທີ 6 ໃນມື້ທີ 5 ຂອງກອງປະຊຸມ. ທ່ານກ່າວໃນຕອນນຶ່ງວ່າ:
”ແມ່ນຢາກໃຫ້ ຣັຖບານ ເອົາໃຈໃສ່ ຕື່ມອີກ ໃນການຕາມການສໍ້ຣາຊ ບັງຫລວງ ເພາະວ່າ ບັນຫານີ້ ຍັງເປັນບັນຫາ ທີ່ແຜ່ລາມ ອັນໜັກ ສົມຄວນ.”
ກ່ອນໜ້ານີ້ ໄດ້ມີ ການອອກກົດໝາຍ ອອກຂໍ້ກໍານົດ ກ່ຽວກັບ ການຕ້ານ ການສໍ້ຣາຊບັງຫລວງ ແຕ່ກໍປາກົດວ່າ ການສໍ້ຣາຊບັງຫລວງ ຍັງມີ ຢ່າງແຜ່ຫລາຍ ຢູ່ຕໍ່ໄປ. ດັ່ງນັ້ນ ທາງສະມາຊິກສະພາ ຈຶ່ງຢາກຈະໃຫ້ ມີການປະຕິບັດ ຕາມກົດໝາຍ ທີ່ໄດ້ອອກນັ້ນ ຢ່າງຈິງຈັງ ເຂັ້ມງວດ ແລະ ມີປະສິດທິພາບ. ປະຊາຊົນ ໃນເຂດແຂວງວຽງຈັນ ທ່ານນຶ່ງ ກ່າວໃຫ້ຄໍາເຫັນ ກ່ຽວກັບ ບັນຫານີ້ວ່າ:
”ປະຕິບັດ ຖືວ່າ ມັນກໍຍັງ ບໍ່ທັນໄດ້ ຮັບຜົນ ເທົ່າທີ່ຄວນ ວ່າ ທົ່ວໄປ ມັນກໍຍັງມີ ບາງກໍຣະນີ ທີ່ເກີດຂຶ້ນ ແຕ່ວ່າຜ່ານມາ ທາງຣັຖບານລາວ ກໍໄດ້ແກ້ໄຂ ມາຫລາຍ ພໍສົມຄວນ ແຕ່ວ່າ ຄິດວ່າ ມັນກໍຍັງ ບໍ່ທັນ ໄດ້ມີປະສິດທິຜົລ ເທົ່າທີ່ຄວນເທື່ອ.”
ປະຊາຊົນລາວ ທ່ານນີ້ ຍັງກ່າວຕື່ມວ່າ ບັນຫາ ການສໍ້ຣາຊບັງຫລວງ ຖືເປັນບັນຫາໃຫຍ່ທີ່ ເກີດຂຶ້ນ ໃນທຸກປະເທດ ເນື່ອງຈາກ ມີຫລາຍວິທີ ໃນການສໍ້ຣາຊບັງຫລວງ ແລະ ກໍເປັນບັນຫາທີ່ ເກີດຂຶ້ນ ໃນຫລາຍຂແນງການ ຫລາຍພາກສ່ວນ ຫລາຍເຂດ ດັ່ງນັ້ນ ຈຶ່ງເປັນການຍາກ ທີ່ຈະແກ້ໄຂ ແລະ ໃຊ້ເວລາ ຫລາຍສົມຄວນ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ສະມາຊິກສະພາສເນີວ່າຄວນ ສຶກສາໃຫ້ດີກ່ອນແລ້ວຈຶ່ງ ສັມປະທານທີ່ດິນ
ສປປລາວ ຈະເປີດກອງປະຊຸມ ພິຈາຣະນາກົດໝາຍ ສະບັບໃໝ່
ກອງປະຊຸມຣັຖມົນຕຣີ ຖແລງຂ່າວອາຊ໊ຽນ ຄັ້ງທີ 10
ເຈົ້າໜ້າທີ່ ກະຊວງຍຸດຕິທັມ ເປີດເຜີຍເຖິງການ ຊື້ຈ້າງໃຫ້ສີນບົນ
ກອງປະຊຸມຣັຖສພາ ເອເຊັຽປາຊີຟີກ ທີ່ນະຄອນຫລວງວຽງຈັນ
ລາວ ຖືກຈັດ ຢູ່ໃນກຸ່ມປະເທດ ທີ່ມີກາຣທຸຈຣິຕ ຫລາຍທີ່ສຸດ ໃນເອເຊັຽ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.