ອົງກາຣຂ່າວ Reuters ໄດ້ນຳເອົາຜົລ ຂອງກາຣສຳຣວຈ ກ່ຽວກັບ ບັນຫາ ຂອງກາຣທຸຈຣິຕ ໃນຫລາຍປະເທສ ເຂຕເອເຊັຽ ອອກເຜີຽແຜ່ ໃນມື້ວັນທີ່ 17 ທັນວານີ້, ຊຶ່ງລາວ ກໍຖືກຈັດ ຢູ່ໃນປະເທດ ທີ່ມີການສໍ້ຣາສບັງຫລວງ ຫລາຍທີ່ສຸດ.
ອົງການ ຂ່າວ ດັ່ງກ່າວ ຍັງເວົ້າອີກວ່າ: ກາຣຍັງມີ ກາຣສໍ້ ຣາສບັງຫລວງ ໃນບາງປະເທສ ເຂຕເອເຊັຽ ເປັນບັນຫາສຳຄັນ ທີ່ກີດກັ້ນ ໃນດ້ານລົງທຶນ ແລະ ກາຣເຕີບໂຕ ທາງເສຖກິຈ ໂດຽສະເພາະ ໃນຣະຫວ່າງ ທີ່ມີວິກິຈກາຣ ດ້ານກາຣເງີນ ຕົກຕໍ່າ ໃນທົ່ວໂລກ ດັ່ງປັຈຈຸບັນນີ້ ທີ່ແຕ່ລະປະເທສ ມີກາຣແຂ່ງຊີງ ເພື່ອຫວັງ ໃຫ້ມີນັກລົງທຶນ ເຂົ້າມາ ໃນປະເທສຕົນ ຫລາຍກວ່າເກົ່ານັ້ນ.
ອີງຕາມດັຊນີ ກາຣວັຕແທກ ແບບທັມພິບາລ ຫລື ກາຣບໍຣິຫາຣ ດ້ວຍຄວາມໂປ່ງໃສ ທີ່ທາງທະນາຄາຣໂລກ ໄດ້ນຳໃຊ້ ໃນຣະຍະ 5 ປີ ຜ່ານມາ ດ້ວຍກາຣໃຫ້ຄະແນນ ແຕ່ສູນ ເປັນຂັ້ນຕໍ່າສຸດ ຈົນເຖີງ 100 ຊື່ງເປັນຄະແນນສູງສຸດ ຫລື ເປັນປະເທສ ທີ່ວ່າ ບໍ່ມີກາຣສໍ້ໂກງ ແຕ່ຢ່າງໃດເລີຽ ໃນເມື່ອທຽບໃສ່ໃນຣະດັບໂລກ ດັ່ງ ຕົວຢ່າງ: ສີງຄະໂປ ເປັນປະເທສ ທີ່ໄດ້ຮັບຄະແນນ ສູງຫລາຍທີ່ສຸດ ເຖີງ 96.1 ໃນປີ 2007, 97.1 ໃນປີ 2006, 98.1 ໃນປີ 2005 ແລະ 2004, ແລະ 98.5 ໃນປີ 2003. ຮອງລົງມາແມ່ນ ຮົງກົງ ທີ່ໄດ້ ຄະແນນ ແຕ່ 92.3 ລົງໄປ ຫາ 91.3. ນອກນັ້ນ ກໍມີໄຕ໊ຫວັນ ເກົາຫລີໃຕ້ ມາເລເຊັຽ ໄທຽ ແລະ ສປຈີນ ທີ່ໄດ້ຄະແນນ ລຸດເລັ່ຽກັນ ແຕ່ 70.00 ລົງມາ ຮອດ 43.2 ຄະແນນ.
ສ່ວນ ສປປລາວ ນັ້ນ ໄດ້ຄະແນນ 13.00 ໃນປີ 2007, 12.6 ໃນປີ 2006, 11.7 ໃນປີ 2005, 12.6 ໃນປີ 2004 ແລະ 13.6 ໃນປີ 2003 ຊື່ງຖືວ່າ ເປັນປະເທສ ທີ່ຍັງມີ ກາຣທຸຈຣິຕ-ສໍ້ຣາສບັງຫລວງຫລາຍ ເກືອບເປັນທີ່ຫລ້າສຸດ ໃນເອເຊັຽ, ແລະ ສອງປະເທສ ທີ່ໄດ້ຄະແນນຕໍ່າກວ່າ ສປປລາວ ກໍມີກັມພູຊາ ແລະ ພະມ້າ.|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.