ການກວດສອບຂອງຣັດ ມີບັນຫາ

ອົງການກວດສອບ ແຫ່ງຣັຖ ບໍ່ພໍໃຈ ກ່ຽວກັບ ການຮ່ວມມື ຂອງພາກສ່ວນ ທີ່ຖືກກວດກາ.
ໂພໄຊສວັດ
2010.11.01

ກົດຟັງສຽງ

ທ່ານບົວສີ ລໍວັນໄຊ ປະທານອົງການ ກວດສອບ ແຫ່ງຣັຖ ເປີດເຜີຍວ່າ ພາກສ່ວນທີ່ຖືກ ກວດສອບ ບໍ່ໃຫ້ຄວາມຮ່ວມມື ກັບທາງອົງການ ຈົນການກວດສອບ ເກືອບເຮັດໄປບໍ່ໄດ້. ອີງຕາມແຫລ່ງຂ່າວ ຂອງ ຂ່າວສານ ປະເທດລາວ.

ຫລາຍກະຊວງ ບໍ່ສາມາດສເນີບັນຊີ ການເງິນໄດ້ຕາມເວລາ ທີ່ກຳນົດໃຫ້. ໃນເວລາດຽວກັນ ຫລາຍກະຊວງ ກໍປ່ຽນຂໍ້ມູນ ໃນບັນຊີການເງິນ ໄປມາຫລາຍເທື່ອ ຈົນສ້າງຄວາມຫຍຸ້ງຍາກ ໃນການກວດສອບ.
ທ່ານບົວສີ ປະທານ ອົງການກວດສອບ ແຫ່ງຣັຖ ກ່າວຕໍ່ໄປວ່າ ບາງກະຊວງ ແລະບາງແຂວງ ບໍ່ໃຫ້ຄວາມສຳຄັນ ຕໍ່ເອກກະສານ ໂດຍສະເພາະກ່ຽວກັບ ການເງິນ.

ບາງກໍຣະນີ ບໍ່ສົ່ງເງິນລາຍຮັບ ທີ່ເກັບມາໄດ້ເຂົ້າ ໃນບັນຊີກາງ ຂອງຣັຖ ແຕ່ເອົາໄປຈ່າຍ ແລະບາງກະຊວງ ກໍເກັບເງິນໄວ້ ເພື່ອໃຊ້ຈ່າຍພາຍ ໃນກະຊວງເອງ ເພື່ອໂຄງການຕ່າງໆ ໂດຍທີ່ບໍ່ສເນີ ຕໍ່ຣັຖບານເລີຍ.

ສຳລັບສົກປີນີ້ ທາງອົງການກວດສອບ ແຫ່ງຣັຖ ໄດ້ທຳການກວດສອບ 37 ກະຊວງ, ມະຫາວິທຍາໄລ, ທະນາຄານ, ອົງການຣັຖບານ, ອຳນາດປົກຄອງແຂວງ, ຣັຖວິສາຫະກິດ, 11 ໂຄງການພັທນາ ທີ່ໄດ້ຮັບການຊ່ວຍເຫລືອ ຈາກຕ່າງປະເທດ ຫລືຈາກເງິນກູ້ຢືມ.

ໃນຈຳນວນອົງການຕ່າງໆ ທີ່ຖືກກວດສອບ ກໍມີ ກະຊວງການເງິນ, ກະຊວງແຜນການ ແລະການລົງທຶນ, ກະຊວງພະລັງງານ ແລະບໍ່ແຮ່, ກະຊວງຖແລງຂ່າວ ແລະ ວັທນະທັມ, ກະຊວງອຸດສາຫະກັມ ແລະ ການຄ້າ, ມະຫາວິທຍາໄລ ແຫ່ງຊາດລາວ, ມະຫາວິທຍາໄລ ສຸພານຸວົງ ແລະ ທະນາຄານ ແຫ່ງຊາດລາວ. ພ້ອມກັບ 17 ອໍານາດ ປົກຄອງແຂວງ ຮວມທັງນະຄອນຫລວງ ວຽງຈັນ, ຊຶ່ງບໍ່ຮວມ       ແຂວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.