ລາວແລະໄທ ຕົກລົງເຫັນພ້ອມ ກ່ຽວກັບຄ່າໃຊ້ຈ່າຍ ໃນໂຄງການສ້າງຂົວ ມີຕພາບ ລາວ-ໄທ ຂ້າມແມ່ນ້ຳຂອງ ແຫ່ງທີສີ່ ຣະຫວ່າງ ແຂວງບໍ່ແກ້ວຂອງລາວ ແລະແຂວງຊຽງຮາຍ ຂອງໄທ.
ຕົວແທນຈາກ ສປປລາວ ແລະໄທ ໄດ້ຕົກລົງກັນ ໃນການລົງທືນ ສ້າງຂົວມີຕພາບ ລາວ-ໄທ ແຫ່ງທີ4 ທີ່ຈະສ້າງຂ້າມ ແມ່ນ້ຳຂອງ ໃນເຂດພາກເຫນືອ ຂອງລາວ ຊື່ງທັງສອງຝ່າຍ ຈະອອກກັນຄົນລະເຄີ່ງ ໃນຈຳນວນຄ່າໃຊ້ຈ່າຍ ທັງຫມົດປະມານ 40ລ້ານໂດລາ ຊື່ງຝ່າຍລາວຕົກເປັນ 20ລ້ານໂດລາ ຈະເປັນເງີນກູ້ ຈາກຣັຖບານຈີນ ທີ່ໄດ້ລົງນາມກັນ ຫວ່າງປີກອ່ນ.
ການກໍ່ສ້າງຂົວ ຢ່າງເປັນທາງການ ຈະເລີ້ມລົງມື ໃນເດືອນກຸມພາ ປີ2010 ແລະ ຈະໃຫ້ສຳເຣັດ ພາຍໃນ30ເດືອນ. ຂົວມີຕພາບ ລາວ-ໄທ ແຫ່ງທີ່4 ຣະຫວ່າງ ແຂວງບໍ່ແກ້ວຂອງລາວ ກັບແຂວງ ຊຽງຮາຍຂອງໄທ ມີຄວາມຍາວປະມານ 480ແມັດ ຄວາມກ້ວາງປະມານ 14.7 ແມັດ ພື້ນທີ່ໆຈະສ້າງ ຈະຕົກໃສ່ ບໍຣິເວນເຂດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວຂອງລາວ ແລະເມືອງຊຽງຂອງ ແຂວງຊຽງຮາຍຂອງໄທ.
ຂົວແຫ່ງນີ້ ຈະເປັນເສັ້ນທາງ ເຊື່ອມຕໍ່ຂອງຖນົນ R3A ຈາກໄທ ຜ່ານລາວ ໄປຈີນ ທີ່ແຂວງຢຸນນານ ແລະ ກໍ່ເປັນການເຊື່ອມໂຍງ ຂອງການພັທນາ ເສຖກິດພູມີພາກ ຂອງປະເທດລຸ່ມ ແມ່ນ້ຳຂອງ ທີ່ຈະມີການ ເຄື່ອນຍ້າຍສີນຄ້າ ລາຍໃຫຍ່ ຂື້ນລົງຈາກຈີນແລະໄທ ຊື່ງເປັນປະເທດທີ່ ຈະໄດ້ຮັບຜົລ ປະໂຫຍດ ຫລາຍກວ່າຫູມ່, ສຳລັບ ສປປລາວ ແລ້ວຈະເປັນ ການເຊື່ອມໂຍງລ້າໆ ເພາະບໍ່ມີສີນຄ້າ ຫຍັງຫລວງຫລາຍທີ່ ຈະສົ່ງໄປຂາຍ.
ສີ່ງທີ່ ສປປລາວ ຈະໄດ້ຮັບນັ້ນ ກໍ່ແມ່ນການເກັບ ຄ່າຜ່ານເທົ່ານັ້ນ ນອກຈາກວ່າຈະມີ ນັກລົງທືນເຂົ້າມາ ລົງທືນໃນລາວ ດັ່ງຂົວມິຕພາບ ລາວ-ໄທ ແຫ່ງທີສອງ ທີ່ແຂວງສວັນນະເຂດ ກໍ່ຍັງເປັນພຽງແຕ່ ທາງຜ່ານຊື່ໆ ໃນປັດຈຸບັນ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຊາວວຽງຈັນຢ້ານວ່າຫົນທາງ ໄປສນາມກິລາຈະແປງບໍ່ແລ້ວ
ດິນຢູ່ວຽງຈັນຣາຄາແພງ ເລີຍເກີດການຂັຕແຍ່ງ
ຣະບົບພະຍາກອນອາກາດ ໃນລາວ ຕ້ອງການປັບປຸງ
ຊາວບ້ານ ກໍາລັງໂຍກຍ້າຍ ຈາກພື້ນທີ່ ຈະສ້າງຂົວມິຕພາບ ແຫ່ງທີ 4
ບໍຣິສັດ ລາວ - ທະຫານວຽດນາມ ຮ່ວມລົງທຶນ ຂຍາຍ ເຄືອຂ່າຍ ໂທຣະສັພ ເຄື່ອນທີ່ ຢູ່ລາວ.
ການພັທນາ ໂຄງຮ່າງພື້ນຖານ ເຮັດໃຫ້ປ່າໄມ້ ໜ້ອຍລົງ ໃນ ສປປລາວ
ນັກທຸຣະກິຈ ຈີນ ມີແຜນ ເຂົ້າມາລົງທຶນ ຕາມເສັ້ນທາງ R3A ຢູ່ທາງພາກເໜືອ ຂອງລາວ
ຖນົນຫົນທາງ ທີ່ເປ່ເພ ໃນຫລາຍແຂວງ ຂາດການ ສ້ອມແປງ
ທີ່ດິນຂອງປະຊາຊົນ ຖືກສັມປະທານ ຄ່າຊົດເຊີຍ ບໍ່ພຽງພໍ ສ້າງຄວາມເດືອດຮ້ອນ