ຊາຍຊາວອັງກິດ ທີ່ຈຳຄຸກ ຢູ່ລາວ ມີສຸຂພາບ ຊຸດໂຊມໜັກ

2009-08-28

ຜູ້ເປັນເອື້ອຍຂອງ ຊາຍຊາວອັງກິດ ທີ່ກໍາລັງຖືກຈຳຄຸກ ຢູ່ລາວ ໃນຄະດີຄ້າ ຢາເສບຕິດ, ຮ້ອງຂໍໃຫ້ນ້ອງຊາຍ ຂອງນາງມາຮັບໃຊ້ ໂທດຈໍາຄຸກ ຢູ່ປະເທດອັງກິດ.

ນາງ ແຜັດ ຜູ້ເປັນເອື້ອຍຂອງ ທ້າວ John Watson ອາຍຸ47ປີ, ທີ່ກໍາລັງຖືກຄຸກ ຢູ່ປະເທດລາວ ໃນຄະດີລັກລອບ ຄ້າຢາເສບຕິດ ເວົ້າຕໍ່ວິທຍຸBBC ຂອງອັງກິດວ່າ
ດຽວນີ້ ທ້າວ John Watson ກໍາລັງເຈັບໂຊຢູ່ ລາວຕ້ອງການກັບ ຄືນມາຫາຄອບຄົວ ແລະຄົນຮັກຂອງລາວ.

ນາງ ແຜັດວ່າ ລາວຕ້ອງການຢາກ ໃຫ້ນ້ອງຊາຍກັບມາ ຣັບໃຊ້ໂທດຈໍາຄຸກ ຢູ່ປະເທດອັງກິດ. ຖ້າວ່າ ລາວມີຄວາມຜິດ ລາວກໍຕ້ອງ ຮັບໃຊ້ໂທດ, ແຕ່ວ່າດຽວນີ້ ລາວກໍາລັງເຈັບໂຊ ລາວຄວນຈະໄດ້ຢູ່ ໃກ້ຊິດກັບຄອບຄົວ ແລະ ຄົນຮັກຂອງລາວ.

ນາງແຜັດເວົ້າອີກວ່າ ນາງເຂົ້າໃຈດີ, ວ່າທາງການລາວ ຈະບໍ່ອະນຸຍາດ ໃຫ້ທ້າວ Watson ກັບໄປອັງກິດ, ຈົນກ່ວາລາວ ຈະຈ່າຍຄ່າປັບໃໝ ເປັນຈໍານວນເງິນ 19,000 ປອນ. ນາງວ່າ, ພວກຕົນພຽງເປັນ ຄອບຄົວຄົນງານ ເຮັດວຽກທັມມະດາ, ຄົງບໍ່ມີທາງ ແລ້ວທີ່ຈະຫາເງິນ ຈໍານວນນັ້ນມາໄດ້. ທ້າວ Watson ຖືກສານ ຂອງລາວຕັດສີນ ລົງໂທດຈໍາຄຸກ ຕລອດຊີວິດ ເມື່ອປີ2006 ຫລັງຈາກລາວຖືກຈັບ ໃນຂໍ້ຫາລັກລອບ ຢາເສບຕິດ ປະເພດ ອໍາເຟຕາມີນ ໃນສາມປີທີ່ຜ່ານມາ,  ໃນເວລາທີ່ໄປ ພັກຜ່ອນກັບແຟນເກົ່າ ຂອງລາວ.

ຂໍ້ຄວາມຂອງຫ້ອງການ ຕ່າງປະເທດອັງກິດ ແຈ້ງວ່າ, ທ້າວ Watson ໄດ້ສົ່ງຄໍາຮ້ອງ ເພື່ອຂໍໃຫ້ສົ່ງໂຕ ເມືອຮັບໂທດຕໍ່ ຢູ່ທີ່ ປະເທດອັງກິດ ພາຍໃຕ້ຂໍ້ຕົກລົງ ວ່າດ້ວຍການສົ່ງ ນັກໂທດໃຫ້ກັນ ຣະຫ່ວາງ ອັງກິດແລະລາວ. ຫ້ອງການຕ່າງປະເທດ ຂອງອັງກິດ ວ່າເຣື້ອງນີ້ກໍາລັງ ສົນທະນາກັບ ຣັຖບານລາວຢູ່.

ທາງການອັງກິດ ກໍມີຄວາມເປັນຫ່ວງ ນໍາສຸຂພາບຂອງ ທ້າວ Watson ແລະ ກໍໄດ້ຍົກບັນຫາ ນີ້ຂື້ນມາປຶກສາ ກັບທາງການລາວ ແລະ ທັງໄດ້ຕິດຕໍ່ ພົວພັນກັນຢູ່ ເປັນປະຈໍາ, ຫວັງວ່າທ້າວ Watson ຈະຖືກສົ່ງກັບຄືນ ປະເທດ ໃນບໍ່ດົນນີ້.

ທ້າວ John Watson ຖືກນາງ Samantha Orobator ຊາວອັງກິດທີ່ຈຳຄຸກ ບ່ອນດຽວກັນ ໃນຂໍ້ຫາລັກລອບ ເຮໂຣອີນ ອອກຈາກປະເທດລາວ ອ້າງວ່າເປັນ ພໍ່ຂອງເດັກນ້ອຍ ຢູ່ໃນທ້ອງຂອງນາງ.

ປັດຈຸບັນນາງ Orobator ຖືກສົ່ງກັບຄືນ ປະເທດອັງກິດແລ້ວ. ນາງ Orobator ສາຣະພາບວ່າ ນາງໄດ້ເອົານໍ້າເຊື້ອ ຂອງທ້າວ Watson ມາສີດໃສ່ຮວງໄຂ່ ມົດລູກຂອງລາວ ເພື່ອຫລີກລຽງ ໂທດປະຫານຊີວິດ.

ຂຽນແລະເຣື້ອງຂອງທ່ານ

ສຽງບັນທຶກໄວ້
ດາວໂລ້ດ
ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ