ສປປລາວ ມີແຜນງານ ທີ່ຈະນໍາເອົາ ນະໂຍບາຍ ການຈ່າຍເງິນ ທົດແທນຄືນ ສີ່ງແວດລ້ອມ ຫລື PES ມາປັບໃຊ້ ຕາມນະ ໂຍບາຍ ອະນຸຮັກ ຊັພຍາກອນ ທັມຊາດ ຂອງ ຣັຖບານ ແລະ ຊ່ວຍປະຊາຊົນ ໃຫ້ມີ ຣາຍໄດ້ເພີ່ມ.
ໃນຣະຫວ່າງ ເຂົ້າຮ່ວມ ການສັມນາ ທົບທວນ ຄວາມສໍາເຣັດ ຂອງນະໂຍບາຍ ຈ່າຍເງິນທົດແທນຄືນ ສີ່ງແວດລ້ອມ ຫລື PES ຊຶ່ງວຽດນາມ ເປັນປະເທດທໍາອິດ ໃນເຂດເອເຊັຽ ຕາເວນອອກສ່ຽງໃຕ້ ທີ່ໃຊ້ນະໂຍບາຍນີ້ ຢ່າງມີຄວາມສໍາເຣັດ ອັນເຮັດໃຫ້ລາວ ທີ່ອຸດົມໄປດ້ວຍ ຊັພຍາກອນ ແຮ່ທາດ ປ່າໄມ້ ແລະ ນໍ້າ ສົນໃຈ ທີ່ຈະເອົາ ນະໂຍບາຍນີ້ ໄປໃຊ້ ຫລື ສານຕໍ່ ຮ່ວມກັບ ບາງໂຄງການ ທີ່ມີລັກສນະ ຄ້າຍຄືກັນນີ້. ແຕ່ເນື່ອງຈາກ ການອະນຸຮັກນັ້ນ ຕ້ອງໃຊ້ເງິນທຶນ ມະຫາສານ ປະກອບກັບ ທີ່ຜ່ານມາ ສປປລາວ ຕ້ອງເພິ່ງພາທຶນ ຈາກພາຍນອກ ຊຶ່ງກໍບໍ່ພຽງພໍນັ້ນ ເຮັດໃຫ້ປະຊາຊົນ ຕ້ອງບຸກລຸກ ພື້ນທີ່ປ່າ ເພື່ອຫາຢູ່ຫາກິນ ຈົນນໍາໄປສູ່ ການທໍາລາຍ ຊັພຍາກອນ ເພີ່ມຂຶ້ນ. ທ່ານ ຈັນທະວີພອນ ອິນທະວົງ ຮັກສາການ ຜູ້ອໍານວຍການ ສູນຄົ້ນຄ້ວາ ແລະ ຂໍ້ມູນຂ່າວສານ ທີ່ດິນແລະ ຊັພຍາກອນ ທັມຊາດ ຂອງລາວ ກ່າວຕໍ່ເອເຊັຽເສຣີ RFA ວ່າ:
”ການທີ່ມີກົນໄກ ການເງິນ ເພື່ອໃຊ້ ຈ່າຍຄືນ ໃນການນໍາໃຊ້ບໍຣິການ ສີ່ງແວດລ້ອມ ຂອງເຂດອະນຸຮັກ ທັມຊາດ ເປັນສິ່ງທີ່ດີ ທີ່ຈະເຮັດໃຫ້ ຣັຖບານ ມີແຫລ່ງທຶນໃໝ່ ໃນການກັບຄືນໄປຊ່ວຍເຫລືອ ປະຊາຊົນ ທີ່ເຂົາເຈົ້າ ປົກປັກຮັກສາປ່າຢູ່”
ແລະວ່າ ການສັມນາຄັ້ງນີ້ ເຮັດໃຫ້ຊາບວ່າ ຈະຕ້ອງມີແຜນ ຈັດສັນພັທນາ ທີ່ດິນ ແບບຜສົມ-ຜສານ ແລະ ເປັນເອກພາບ ໃນທົ່ວປະເທດ, ມີການໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບສິດທິ ການຄອບຄອງ ທີ່ດິນ ວ່າ ເປັນຂອງໃຜ ຢ່າງຈະແຈ້ງ ຊຶ່ງລາວໄດ້ວາງແຜນ ແມ່ບົດ ອອກສ່ວນນຶ່ງແລ້ວ. ການລິເລີ່ມ ປະຕິບັດ ນະໂຍບາຍ PES ນີ້ ທາງນ່ວຍງານ ຢາກຈະໃຫ້ມີ ການສານຕໍ່ ກັບໂຄງການໃນເມືອງສັງທອງ ຊຶ່ງຢູ່ຫ່າງຈາກ ນະຄອນຫລວງວຽງຈັນ ໄປທາງຕະເວັນຕົກ ປະມານ 60 ກິໂລແມັດ. ແລະ ຖ້າໄດ້ຜົລ ກໍຈະຂຍາຍ ຕໍ່ໄປຍັງໂຄງການເຂື່ອນ, ການຊົລປະທານ ເພື່ອການກະເສຕ ທົ່ວປະເທດ ບໍ່ສເພາະ ແຕ່ປ່າໄມ້ ຫາກຮວມເຖິງ ນໍ້າ ແລະ ຊັພຍາກອນ ທັມຊາດອຶ່ນໆ ຊຶ່ງໃນອະນາຄົດ ຫາກນະໂຍບາຍນີ້ ປະສົບຄວາມສໍາເຣັດ ກໍຈະສນັບສນູນ ໃຫ້ມີການ ປະກາດ ໃຊ້ ກົດໝາຍຕໍ່ໄປ. ທ່ານ ຈັນທະວີພອນ ກ່າວວ່າ:
”ວິທີການວ່າ ຈະເກັບແສຕນດາຣດ ຫລື ເບສໄລນດາຕ້າ ຄືແນວໃດ ແລະ ຈາກນັ້ນ ຄັນຖ້າໄດ້ຮັບເງິນ ຈະປະມານເທົ່າໃດ ແລະ ຈະເອົາເງິນຄືນໃຫ້ ປະຊາຊົນ ແລະ ປະຊາຊົນ ຈະເອົາ ໄປໃຊ້ແບບໃດ ແລະ ຄິດວ່າ ຖ້າໄດ້ ບົດຮຽນຕົວນັ້ນ ພວກເຮົາຈະຮ່າງ ນະໂຍບາຍ ກັບຣະບຽບ ກົດໝາຍ ເພື່ອປະກາດ ໃຊ້ໃນທົ່ວປະເທດໄດ້.”
PES ເປັນນະໂຍບາຍ ໃຫ້ການຊ່ວຍເຫລືອ ແກ່ປະຊາຊົນ ໃນພື້ນທີ່ ຫ່າງໄກ ໃຫ້ໄດ້ ຮັບຄ່າຕອບແທນ ຈາກ ການຊ່ວຍອະນຸຮັກ ສີ່ງແວດລ້ອມ ໃນພື້ນທີ່ໆເຂົາອາໃສຢູ່ ເຊັ່ນ ການອະນຸຮັກ ປ່າໄມ້ ດິນ ແລະ ນໍ້າ ໃຫ້ມີຄຸນນະພາບ ເພື່ອນໍາໄປໃຊ້ ໃນໂຄງການເພື່ອ ການອະນຸຮັກ ສີ່ງແວດລ້ອມ ແລະ ໃຫ້ໂຄງການເລົ່ານີ້ ຈ່າຍຄ່າຕອບແທນ ໃຫ້ກັບປະຊາຊົນ ຕໍ່ໄປ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຊາວອັຕປືກວ່າເຈັດໝື່ນຄົນ ຍັງຂາດທີ່ຢູ່ອາສັຍ
ທາງການລາວຫ້າມເດັກນ້ອຍ ເກັບເສດລະເບີດ
ທາງການ ສປປລາວ ວ່າເກີດມີພະຍຸ ມີນໍ້າຖ້ວມຍ້ອນ ສະພາບອາກາດປ່ຽນແປງ
ໂຮງຮຽນແຂວງສາຣະວັນ ໄດ້ຮັບຄວາມເສັຽຫາຍ ຈາກພະຍຸ Marinae
ແຂວງຊຽງຂວາງ ຍັງຖາງປ່າຈູດປ່າ ເຮັດໄຮ່ ຢູ່ຄືເກົ່າ
ສປປລາວ ຮ້ອງຂໍ ອົງກາຣສາກົລ ຊ່ວຍເຫລືອ ຜູ້ປະສົບພັຍ ນ້ຳຖ້ວມ
ສະຫະປະຊາຊາດ ໃຫ້ການຊ່ວຍເຫລືອ ແກ່ລາວ ສໍາລັບ ຜູ້ປະສົພພັຍ ພະຍຸເກສນາ
ບັນຫາ ສະພາບແວດລ້ອມ ໃນລາວ ເພີ້ມຂື້ນເລື້ອຍໆ
ສະພາບແວດລ້ອມ ຖືກທໍາລາຍ ການຈັດສັນທີ່ດິນ ມີບັນຫາ ຍ້ອນຣະບຽບ ບໍ່ຮັດກຸມ
ກຸ່ມ ”ຮັກຊຽງຂອງ” ຂໍໃຫ້ ຣັຖບານໄທ ພິຈາຣະນາ ໂຄງການຮ່ວມ ໃນແມ່ນໍ້າຂອງ ຄືນໃໝ່
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.