ໄຂ້ເລືອດອອກ ຣະບາດ ທີ່ແຂວງອັຕປື

ໂຣຄໄຂ້ເລືອດອອກ ໄດ້ເກີດຂື້ນ ຫລາຍຄັ້ງຫລາຍຫົນ ທີ່ແຂວງອັຕປື ໃນປີນີ້ ເປັນຍ້ອນວ່າ ທາງການແຂວງ ລະເຫລີງ ໃນແຜນການ ປາບປາມແຫລ່ງໄຂ່ ຂອງຍຸງລາຍ.
ຊິດນີ ຣາຍງານ
2008.09.09

ແຂວງ​ອັຕປື ​ເປັນ​ແຂວງ ທີ່ທຸກ​ຍາກ ​ແລະ​ ສອກຫລີກ ​ແຂວງ​ນື່ງ ​ໃນ​ລາວ ຊື່ງປະຊາຊົນ ກໍ່​ປະ​ເຊີນ​ກັບ​ບັນຫາ ​ຫລາຍ​ປະການ. ນື່ງ​ໃນ​ນັ້ນ ກໍ່​ແມ່ນ​ບັນຫາ​ ໂຣຄຕິດ​ຕໍ່ ​ແລະ ​ໂຣຄຊໍາ​ເຮື້ອ ປະ​ເພດ​ໂຣຄ​​ໄຂ້​ເລືອກ​ອອກ.

ໃນ​ປີ​ນີ້ ການຣະບາດ ​ຂອງ​ໂຣຄດັ່ງກ່າວ ກໍ່​ມີ​ຫລາຍ​ສົມຄວນ ​ເພາະ​ທາງ​ການ​ແຂວງ ຂາ​ດຄວາມ​ເອົາ​ໃຈ​ໃສ່ ​ໃນ​ການ​ປາບ​ປາມ ​ຍຸງ​ລາຍ ດັ່ງ​ ດຣ. ບຸນ​ເຕັນ ສັງ​ສົມ​ສັກ ຫົວຫນ້າ ​ສາທາຣະນະ​ສຸກ ​ປະຈຳ​ແຂວງ ​ໄດ້​ຊີ້​ແຈງ ​ໃນ​ຕອນ​ນື່ງວ່າ:

ຕົເລກ​ ມັນ​ສູງ ປີ​ກາຍ ​ເຮົາ​ມີ​ແຕ່ 4 ກໍຣະນີ ປີ​ນີ້​ ເຮົາ​ມີ 73 ກໍຣະນີ ​ເມືອງ​ເທສບານ ​ແຂວງ​ກັບ​ເມືອງ​​ໃກ້ໆ​ນີ້ ມັນ​ເກີດ.”

ທ່ານ​ວ່າ ຍ້ອນ​ການ​ປະລະ​ ​ແຫ​ລ່ງ​​ໄຂ່ ຂອງ​ຍຸງ​ລາຍ ຕາມ​ເຂດ​ຕ່າງໆ ພາຍ​ໃນ​ແຂວງ ຈື່ງມີ​ການຣະບາດ​ຂອງ​​ໂຣຄ​​ໄຂ້​ເລືອດ​ອອກ ບາງ​ຄັ້ງບາງ​ຄາວ ​ໃນ​ປີ​ນີ້ ຫລາຍ​ກວ່າ ສອງ​ສາມ​ປີ ​ທີ່​ຜ່ານ​ມາ. ກຸ່ມ​ທີ່​ຕິດ​ເຊື້​ອ ສ່ວນ​ໃຫຍ່​ ຈະ​ເປັນ​ເດັກນ້ອຍ ຫລື ​ຜູ້​ຄົນ​ທີ່​ນອນ​ ບໍ່​ກາງ​ມຸ້ງ ​ແລະ ​ຂາດ​ສຸ​ຂອານາ​ມັຍ, ດີ​​ແຕ່​ວ່າ ບໍ່​ມີ​ໃຜ​ເສັຽຊີ​ວີ​ດຍ້ອນ.

​​ໂຣຄ​ໄຂ້​ເລືອດອອກ ​ເກີດຈາກ​ຍຸງ​ລາຍ ກັດ ​ເພາະ​ແຫ​ລ່ງ​ເພາະ​​ໄຂ່ ຂອງ​ຍຸງ​ລາຍ ບໍ່​ມີ​ການ​ສະ​ສາງ ​ຫລື​ທຳ​ຄວາມ​ສອາດ ​ໂດຍສ​​ເພາະ ​ໃນ​ຍາມຣະດູ​ຝົນ ນ້ຳຝົນ​ ຈະ​ຕົກ​ຄ້າງ ຕາມ​ສຖານ​ທີ່ ​ຕ່າງໆ, ສີ່​ງ​ໂສ​ໂຄກ ​ຈາກ​ນ້ຳຂັງ ຈະ​ພາ​ໃຫ້​ຍຸງ​ ມາ​​ໄຂ່​ໃສ່ ​ແລ້ວ​ຍູງ​ເຫລົ່ານັ້ນ ກໍ່​ຈະ​ມາ ກັດ​ຄົນ ​ແລະ ​ສັດ​ ​ເຮັດ​ໃຫ້​ເກີດ​ ໂຣຄ​​ໄຂ້​ເລືອດ​ອອກ​ໄດ້.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.