ຫ້ອງການປະສານງານຕ້ານ ແລະຄວບຄຸມພຍາດ ຕິດຕໍ່ແຫ່ງຊາດ ຂອງລາວ ເອົາໃຈໃສ່ ປ້ອງກັນໂຣກ ໄຂ້ຫວັດໝູ ໃນແຂວງຕ່າງໆ ທົ່ວປະເທດລາວ.
ຫ້ອງການປະສານງານ ແລະ ຄວບຄຸມພຍາດຕິດຕໍ່ ແຫ່ງຊາດ ຍັງເຝົ້າຣະວັງ ເຊື້ອໂຣກໄຂ້ຫວັດໝູ ໃນ2ເຂດແຂວງຂອງລາວ ຄື:ນະຄອນຫລວງວຽງຈັນ ແລະ ແຂວງບໍຣິຄໍາໄຊ ທີ່ມີການຣະບາດ ໜັກຢູ່ແລ້ວນັ້ນ ຂນະດຽວກັນກໍມີ ການກວດກາ ແລະວາງມາຕການ ປ້ອງກັນເພີ່ມຕື່ມ ໃນແຂວງອຶ່ນໆ ທົ່ວປະເທດລາວ ໃຫ້ຫລາຍຂຶ້ນພາຍຫລັງ ມີການສລຸບຕົວເລກ ຄົນຕິດເຊື້ອທັງໝົດ ໃນລາວ156ກໍຣະນີ ເມື່ອວັນທີ3 ສິງຫາ ນີ້. ດຣ.ບຸນຫລາຍ ພົມມະສັກ ໂຄສົກຫ້ອງການ ປະສານງານຕ້ານ ແລະ ຄວບຄຸມພຍາດຕິດຕໍ່ ແຫ່ງຊາດ ກ່າວໃນຕອນນຶ່ງວ່າ:
"ສະເພາະແຂວງທີ່ ມັນມີການຣະບາດ ຢູ່ໃນຊຸມຊົນ ມັນກໍຖືວ່າບໍ່ຈໍາເປັນ ຈະກວດອີກແລ້ວ ແຂວງທີ່ບໍ່ທັນ ມີຣະບາດໃນຊຸມຊົນ ເຮົາກໍສືບຕໍ່ ກວດຢູ່."
ການເຝົ້າຣະວັງ ເຊື້ອໂຣກໄຂ້ຫວັດໝູ ໃນແຂວງທີ່ບໍ່ທັນພົບ ຜູ້ຕິດເຊື້ອຄົນໃດ ເທື່ອນັ້ນ ມີການປະຕິບັດ ມາຕການກວດກາ ເຝົ້າຣະວັງເພີ່ມຕື່ມ ຊຶ່ງເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງປະຈໍາແຂວງນັ້ນໆ ຈະຕ້ອງເກັບກໍາຂໍ້ມູນ ແລະຣາຍງານໃຫ້ ຫ້ອງການປະສານງານ ຊາບໂດຍກົງ ຢ່າງສມໍ່າສເມີ. ດຣ.ບຸນຫລາຍ ກ່າວໂດຍໃນຕອນນຶ່ງວ່າ:
"ແຂວງທີ່ມີການ ຢັ້ງຢືນວ່າ ມີການຕິດເຊື້ອ ຈາກຄົນສູ່ຄົນ ຢູ່ໃນຊຸມຊົນ ເຮົາກໍມີແຕ່ເບິ່ງ ອາການເອົາຣາຍງານ ເປັນຊອກເບິ່ງ ຜູ້ທີ່ມີອາການ ແຮງອີ່ຫລີຈຶ່ງກວດ."
ມາຮອດປັດຈຸບັນນີ້ ປາກົດວ່າພົບ ຜູ້ຕິດເຊື້ອໂຣກ ໄຂ້ຫວັດໝູ ຢູ່8ເຂດ-ແຂວງຂອງລາວ ຄື:ນະຄອນຫລວງວຽງຈັນ ແຂວງບໍຣິຄໍາໄຊ ສວັນນະເຂດ ຈໍາປາສັກ ແຂວງວຽງຈັນ ຫລວງພຣະບາງ ແຂວງຄໍາມ່ວນ ແຂວງສາຣະວັນ. ລ່າສຸດນີ້ທາງສູນກາງ ກໍມີຄໍາສັ່ງໄປຍັງ ໂຮງພະຍາບານ ຕ່າງໆໃຫ້ປີ່ນປົວ ດ້ວຍຢາ ໂອແຊວຕາມີເວັຽຣ ກັບຄົນທີ່ເຈັບໜັກ ເທົ່ານັ້ນ. ສໍາລັບຄົນເຈັບ ທີ່ມີອາການເບົາບາງ ກໍໃຫ້ທ່ານໝໍ ກວດແລະປີ່ນປົວ ຕາມຫລັກການແພດ ປົກກະຕິ.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ສາທາຣະນະສຸຂປ່າວເຕືອນ ໃຫ້ປະຊາຊົນ ຮັກສາສຸຂພາບ
ນັກຮຽນແຂວງອັຕປື ຕິດໄຂ້ຫວັດໝູ A/H1N1 ຫົກຄົນ
ອະນາມັຍລາວ ຮ່ວມກັບ ອະນາມັຍໂລກ ວາງແຜນຄວບຄຸມ ໂຣຄຕິດຕໍ່ ໃນຊ່ວງ ກິລາຊີເກມສ໌
ເກົາຫລີໃຕ້ ຊ່ວຍເຫລືອໂຄງການຮັກສາ ສຸຂພາບຜູ້ເຖົ້າ
ໂອງການ ອະນາມັຍໂລກ ຊ່ວຍ ສປປ ລາວ ປ້ອງກັນ ໄຂ້ຫວັດໝູ
ຣັຖບານ ຂາດລາຍຮັບ ຍ້ອນຊາວລາວຂາດ ອະນາໄມ ແລະ ສຸຂພິບານ ບໍ່ໄດ້ ມາຕຖານ
ອາຫານ ເຄື່ອງອຸປໂພຄ ໃນເຂດ ເສຖກິດ ພິເສດ ຂາດອາຍຸ ໝົດຄຸນນະພາບ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.