ເຈົ້າໜ້າທີ່ ສາທາຣະນະສຸກ ນະຄອນໂຮຈີມິນ ຂອງວຽດນາມ ກ່າວວ່າພວກຕົນ ໄດ້ຈັດແຜນການ ເພື່ອຮັບມືກັບ ການຣະບາດ ຂອງເຊື້ອໂຣກ ໄຂ້ຫວັດສາຍພັນ A/H1N1 ໄວ້ສາມ ສະພາບການ.
ແມ່ຄ້າຂາຍຊີ້ນໝູ ຢູ່ຕລາດທາງ ພາກເໜືອຂອງ ເມືອງເຊິນຫລ້າ ປະເທດວຽດນາມ ແລະວຽດນາມ ກໍເປັນປະເທດ ອັນດັບສອງໃນ ໂລກທີ່ມີຜູ້ ເສັຽຊີວິດ ຫລາຍທີ່ສຸດ ໃນຕອນທີ່ ໂຣກໄຂ້ຫວັດນົກ ຣະບາດ ຄັ້ງທີ່ຜ່ານມາ ໃນລະຍະນີ້ ວຽດນາມ ຍັງປາສຈາກໂຣກ ໄຂ້ຫວັດໝູຢູ່(ຮູປຖ່າຍ5ພຶສພາ2009)
ແຜນການຮອງຮັບ ສະພາບການ ທີ່ນຶ່ງ-ໃນເມື່ອ ມີຈໍານວນຄົນ ຕິດເຊືອໂຣກນີ້ ມີເຖິງ500ຄົນ ໂຮງພະຍາບານ ພະຍາດເມືອງຮ້ອນ ນະຄອນ ໂຮ່ຈີມິນ ທີ່ບັນຈຸ ຕຽງນອນຄົນປ່ວຍ ໄດ້550ຕຽງ ຈະຖືກໃຊ້ເປັນ ບ່ອນປິ່ນປົວຜູ້ ຕິດເຊືອໂຣກນີ້.
ໃນຂະນະດຽວກັນ ໂຮງພະຍາບານ Pham Ngoc Thach ໂຮງໝໍເດັກນ້ອຍ ນໍ້າເບີນຶ່ງແລະ ນໍ້າເບີສອງ ຈະເພີ້ມຕຽງນອນ ຕື່ມອີກ 50ຕຽງນອນ ເພື່ອແຍກຄົນ ຕິດເຊື້ອໂຣກ. ແຜນການຮອງຮັບ ທີສອງ ໃນເມື່ອມີຄົນ ຕິດເຊື້ອໂຣກ ໄຂ້ຫວັດມີເຖິງ 500-1,000ຄົນ ຈະໃຊ້ ໂຮງພະຍາບານ ຢູ່ໃນເມືອງ ທີ່ມີຕຽງນອນ ຜູ້ປ່ວຍ 450ຕຽງນອນຕື່ມ ເປັນບ່ອນປິ່ນປົວ ຄົນຕິດເຊື້ອໂຣກ.
ແຜນການຮັບຮອງ ທີສາມ ໃນກໍຣະນີ ທີ່ເຊື້ອໂຣກ ຣະບາດຂື້ນຢ່າງ ຕິດຕໍ່ ແລະມີຄົນຕິດ ເຊື້ອໂຣກຫລາຍກ່ວາ 1,000ຄົນຂື້ນໄປ ຈະໃຊ້ໂຮງຮຽນ ມັທຍົມສອງ ແຫ່ງ ຢູ່ໃນເຂດເມືອງ Cu Chi ແລະ thu duc ເພື່ອປ່ຽນໃຫ້ເປັນ ໂຮງພະຍາບານ ຊົ່ວຄາວທີ່ມີ 2,000ຕຽງນອນ ເປັນບ່ອນປິ່ນປົວ ຄົນຕິດເຊືອໂຣກ.
ໃນສາມແຜນຮັບມື ການແຜ່ຣະບາດ ຂອງເຊື້ອໂຣກນີ້ ທາງການວຽດນາມ ໄດ້ຕັ້ງ ງົບປະມານໄວ້ ປະມານ 7ລ້ານກັບ 6ແສນusd.
|
|
ສຽງບັນທຶກໄວ້ |
|
|
ດາວໂລ້ດ |
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ສາທາຣະນະສຸຂປ່າວເຕືອນ ໃຫ້ປະຊາຊົນ ຮັກສາສຸຂພາບ
ນັກຮຽນແຂວງອັຕປື ຕິດໄຂ້ຫວັດໝູ A/H1N1 ຫົກຄົນ
ອະນາມັຍລາວ ຮ່ວມກັບ ອະນາມັຍໂລກ ວາງແຜນຄວບຄຸມ ໂຣຄຕິດຕໍ່ ໃນຊ່ວງ ກິລາຊີເກມສ໌
ເກົາຫລີໃຕ້ ຊ່ວຍເຫລືອໂຄງການຮັກສາ ສຸຂພາບຜູ້ເຖົ້າ
ໂອງການ ອະນາມັຍໂລກ ຊ່ວຍ ສປປ ລາວ ປ້ອງກັນ ໄຂ້ຫວັດໝູ
ຣັຖບານ ຂາດລາຍຮັບ ຍ້ອນຊາວລາວຂາດ ອະນາໄມ ແລະ ສຸຂພິບານ ບໍ່ໄດ້ ມາຕຖານ
ອາຫານ ເຄື່ອງອຸປໂພຄ ໃນເຂດ ເສຖກິດ ພິເສດ ຂາດອາຍຸ ໝົດຄຸນນະພາບ
ຈຳນວນຜູ້ປ່ວຍ ຕິດເຊື້ອ ໄຂ້ຫວັດໝູ ສາຍພັນ A/H1N1 ໃນລາວ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.