ຊາວເຜົ່າມົ້ງ

ສິທທິມະນຸສຂອງມົ້ງລາວອົພຍົພ ຖືກຣະເມີດ

2009-11-20

ຂະບວນກາຣລາວ ເພື່ອສິທທິມະນຸສປະນາມ ກາຣລະເມີດຖານະອົພຍົພ ລີ້ພັຍກາຣເມືອງຂອງຊາວມົ້ງລາວ 158 ຄົນ ຢູ່ສູນກັກຂັງຊົ່ວຄາວ ຂອງຕຳຣວຈເມືອງໜອງຄາຍ ພ້ອມກັບຮຽກຮ້ອງ ໃຫ້ທາງກາຣໄທຽ ອະນຸຍາຕໃຫ້ເຂົາເຈົ້າໄປ ຕັ້ງຖິນຖານໃໝ່ໃນປະເທສທີ່ 3. ບັນດາສັກ ມີຣາຍງານ ຈາກກຸງປາຣີສ໌..... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"

ຣັຖບານໄທຄວນປ່ອຍ ຊາວເຜົ່າມົ້ງລາວ158ຄົນ

2009-11-18

ສະຫະປະຊາຊາຕ ຮຽກຮ້ອງ ຣັຖບານໄທ ປ່ອຍຊາວເຜົ່າມົ້ງ ຈໍານວນ 158 ຄົນ ທີ່ຖືກກັກຂັງ ຢູ່ສູນກັກຂັງ ກວດຄົນເຂົ້າເມືອງ ແຂວງໜອງຄາຍ.

ລາວແລະໄທ ປຶກສາຊ່ວຍກັນພັທນາ ຮວມທັງແກ້ໄຂບັນຫາ ຊາວມົ້ງ

2009-11-11

ນາຍົກຣັຖມົນຕຣີ ລາວ ແລະ ໄທ ປຶກສາຫາລືກັນ ກ່ຽວກັບການຂະຫຍາຍ ຄວາມຮ່ວມມື ໃນຫລາຍດ້ານ ຮວມທັງການພັທນາ ທາງຣົດໄຟ ແລະ ບັນຫາຊາວມົ້ງລາວ.

ຊາວມົ້ງທີ່ຖືກຂັງຢູ່ດ່ານ ແຂວງໜອງຄາຍຈະຖືກສົ່ງກັບ

2009-11-06

ຊາວເຜົ່າມົ້ງ ທີ່ຖືກກັກຂັງ ຢູ່ດ່ານຄວບຄຸມ ແຂວງໜອງຄາຍ ຈະຖືກສົ່ງກັບ ພາຍຫລັງທີ່ ທາງການໄທ ສົ່ງຊາວເຜົ່າ ບ້ານຫ້ວຍນໍ້າຂາວ ກັບຄືນ ສປປລາວ.

ລາວ-ໄທ ຢືນຢັນວ່າ ມົ້ງລາວໃນໄທ ຕ້ອງກັບ ສປປລາວ

2009-11-03

ທາງການ ລາວແລະໄທ ຢືນຢັນວ່າ ຈະສົ່ງຊາວມົ້ງລາວ ໃນໄທ ກັບສປປລາວ ຕາມທີ່ທັງສອງ ປະເທດ ໄດ້ຕົກລົງກັນໄວ້.

ສູນຊ່ວຍອົພຍົບ ທີ່ບາງກອກ ຈະຫລຸດການຊ່ວຍເຫລືອ ມົ້ງລາວລົງ

2009-11-03

ສູນກາງຊ່ວຍອົພຍົບ ທີ່ບາງກອກຫລື BRC ຈະຫລຸດງົບປະມານ ຊ່ວຍເຫລືອຊາວມົ້ງລາວ ຜູ້ທີ່ມີຖານະ ເປັນບຸກຄົນທີ່ຫນ້າ ເປັນຫ່ວງ ທີ່ຍັງຄ້າງຢູ່ສູນ ໃນບາງກອກ.

ທະຫານໄທ ຍິງປືນຂູ່ຂື້ນຟ້າ ເມື່ອຖືກຫູ້ມລ້ອມ ໂດຍຊາວມົ້ງ ລາວ

2009-10-09

ເຈົ້າໜ້າທີ່ ທະຫານໄທ ຍິງປືນຂື້ນຟ້າ ເຕືອນ ບໍ່ໃຫ້ຊາວມົ້ງລາວ ເຂົ້າໃກ້ ເພື່ອປ້ອງກັນ ອັນຕະຣາຍ ເມື່ອຖືກຫູ້ມລ້ອມ ໃນສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ.