ກາຣບັງຄັບ ຄະດີໂຍກຍ້າຍ ປະຊາຊົນ ຍັງມີບັນຫາ ເພາະປະຊາຊົນ ບໍ່ຍອມ ປະຕິບັຕ ຕາມຄຳຕັດສີນ ຂອງທາງກາຣສາລ ທີ່ຈະໂຍກຍ້າຍ ອອກຈາກທີ່ເດີມ ຂອງຂະເຈົ້າ.
ທາງກາຣ ສປປລາວ ຍອມຮັບວ່າ ຍັງມີ ຄວາມຍໍ້ທໍ້ ກ່ຽວກັບກາຣບັງຄັບ ຄະດີໂຍກຍ້າຍ ປະຊາຊົນອອກຈາກບ່ອນ ທີ່ເຂົາເຈົ້າ ເຄີຽຢູ່ອາສັຍ ມາແຕ່ໃນເມື່ອກ່ອນ ຈົນກາຍມາເປັນ ບັນຫາ ເຖີງຂັ້ນ ມີບາງກໍຣະນີ ທີ່ປະຊາຊົນ ໄດ້ນາບຂູ່ ເຈົ້າໜ້າທີ່ ອັນເປັນເຫຕໃຫ້ ກາຣດຳເນີນກາຣ ຕາມແຜນ ຂອງທາງກາຣຍຸຕິທັມ ບໍ່ໄດ້ຮັບຜົລສຳເຣັຈ ເທົ້າທີ່ຄວນ ດັ່ງ ທ່ານເຈຣີນ ເຢັຽປາວເຮີ ຣັຖມົນຕຣີ ກະຊວງຍຸຕິທັມໄດ້ໃຫ້ກາຣອະພິປຣາຍ ຢູ່ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ຄັ້ງທີ່ 7 ໃນມື້ວັນຈັນ ຜ່ານມານີ້ ວ່າ:
“ກໍຖືກຂູ່ ຖືກຂູ່ຫລາຍເທື່ອ ເອົາບໍເຈົ້າ ຢາກລົ້ມບໍ? ຜູ້ນັ້ນຜູ້ນີ້ ແມ່ນເວົ້າເຖີງຊື່ ແກນນຳຜູ້ສູງຫັ້ນແຫລະ ຈັງວ່າ ຂ້າພະເຈົ້າ ກໍໄດ້ບອກ ອ້າຍນ້ອງວ່າ ບາດໜ້າບອກໂລດ ຄັນບອກລົ້ມແຈ້ງ ໃຫ້ເພີ່ນຮູ້ວ່າ ສາລໄດ້ຕັດສີນແລ້ວ ເພີ່ນເສັຽຄະດີ ເພີ່ນບໍ່ຍອມປະຕິບັຕ ກົດໝາຍ ອ້າຍນ້ອງເວົ້າບໍ່ກ້ານ໋າ ໄທເຮົາ ເວົ້າມັນສິເກີດເຣື່ອງ ແລະ ກໍເກີດເຣື່ອງແລ້ວເດ້ ຕີພນັກງານ ປະຕິບັຕຄຳຕັດສີນ ຢູ່ແຂວງວຽງຈັນນີ້ ກໍຈົນຫົວແຕກແລ້ວເດ໋”
ທ່ານໄດ້ເນັ້ນວ່າ ທາງຣັຖບາລ ກຳລັງເຣັ່ງພັທນາ ປະເທສ ດ້ວຍກາຣເປີດໃຫ້ ນັກລົງທຶນທັ້ງພາຍໃນ ແລະ ຕ່າງປະເທສ ເຂົ້າມາປະກອບ ທຸຣະກິຈ ຫລາຍຂື້ນ ຊື່ງກໍມີກາຣໃຫ້ ສັມປະທານ ທີ່ດີນ ພ້ອມກັບໃຫ້ກາຣເວນຄືນ ທີ່ດີນ ຈາກປະຊາຊົນ ໃນຫລາຍແຫ່ງທົ່ວປະເທສ ແລະ ບາງຄັ້ງ ກໍເກີດມີກາຣຟ້ອງຮ້ອງກ່ຽວກັບ ກາຣຄອບຄອງ ທີ່ດິນເພີ່ມຂື້ນຕື່ມ ຊື່ງສ່ວນຫລາຍທາງສາລ ກໍມັກຈະຕັດສີນ ໃຫ້ປະຊາຊົນຍ້າຍອອກຈາກ ເຂຕພື້ນທີ່ເດີມ ແຕ່ເຂົາເຈົ້າ ບໍ່ຍອມປະຕິບັຕຕາມ ສະນັ້ນ ຈື່ງມີກາຣສເນີ ໃຫ້ພາຄສ່ວນຕ່າງໆໄດ້ຮ່ວມກັນ ຫາວີທີທາງແກ້ໄຂ ດັ່ງທີ່ ທ່ານເຈຣີນ ໄດ້ກ່າວເພີ່ມວ່າ:
“ກ່ອນສິຕັດສີນ ເອີ້ນໝົດທຸກພາຄສ່ວນ ໄປປຶກສາກັນ ຕັດສີນນີ້ໄດ້ ແຕ່ວ່າ ປະຕິບັຕນີ້ ສິໄດ້ຫລືບໍ ບໍ່ຊັ້ນກະໄດ້ແຕ່ຕັດສິນຫັ້ນແລ້ວ ມັນກໍຖືກຢູ່ ໃນໜ້າເຈັ້ຽ ຖືກຢູ່ໃນເຂົາເອີ້ນວ່າ ກົດໝາຍຫັ້ນນ໋າ ແຕ່ວ່າ ມັນປະຕິບັຕ ບໍ່ໄດ້ນັ້ນຕີ໊”
ທ່ານຣັຖມົນຕຣີ ກະຊວງຍຸຕິທັມ ໄດ້ກ່າວຢ້ຳອີກ ວ່າ: ໃນຈຳນວນ ຄະດີທັ້ງໝົດ 1,170 ທີ່ມີຢູ່ ໃນປັຈຈຸບັນນີ້ ນັ້ນ ມີບໍ່ຕໍ່າກວ່າ 50 ຄະດີດ້ວຍກັນ ທີ່ກ່ຽວພັນ ກັບກາຣໂຍກຍ້າຍ ຊື່ງກໍຮວມທັງ 10 ກໍຣະນີ ທີ່ເປັນຄະດີ ທາງສາລຕັດສີນ ໃຫ້ປະຊາຊົນ ຫລາຍຄອບຄົວ ຍ້າຍອອກເຊັ່ນ: ກາຣຕັດສີນ ໃຫ້ປະຊາຊົນ 300 ຄອບຄົວ ທີ່ບ້ານໂນນຂີ້ເຫລັກ ນະຄອນຫລວງວຽງຈັນ ແລະ ເຂຕອື່ນໆ ແຕ່ກໍຍັງ ບໍ່ສາມາດປະຕິບັຕ ໄດ້ເທື່ອ ຈົນເທົ່າປັຈຈຸບັນນີ້.|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຕ້ອງ ສໍາຣວດ ຜົນກະທົບ ຕໍ່ສະພາບແວດລ້ອມ ກ່ອນໃຫ້ສັມປະທານ
ປະຊາຊົນ ໄດ້ຮັບຄວາມເດືອດຮ້ອນ ຈາກ ການສັມປະທານ ທີ່ດິນ
ເຂດເນື້ອທີ່ດິນ ປູກກາເຟ ຖືກໝູນໃຊ້ ໄປໃນທາງອື່ນ
ປະຊາຊົນ ຮ້ອງທຸກ ກັບ ການສັມປະທານ ທີ່ດິນ
ຊາວບ້ານ ຈະໄດ້ຮັບ ເງິນຊົດເຊີຍ ທີ່ດິນ ສໍາລັບ ສນາມກັອຟ
ຜົລ ກາຣຕັດສີນ ຄະດີ ຂອງສາລລາວ ບໍ່ຖືກປະຕິບັຕ ເທົ່າທີ່ຄວນ
ປະຊາຊົນ ໄດ້ຮັບຜົລກະທົບ ຈາກການໃຫ້ສັມປະທານ ທີ່ດິນ ແກ່ຊາວຕ່າງປະເທດ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.