ນັກຄ້າມະນຸສທີ່ໃຊ້ ເລ່ກົນທຸກຮູປແບບ

ນັກວິຊາການ ເຕືອນ ຜູ້ຍິງລາວ ໃຫ້ຣະວັງ ພວກ ຄ້າມະນຸສ ໃນຮູປແບບ ໃໝ່ທີ່ໃຊ້ ຄວາມຮັກ ຫຼອກລໍ້ ຂໍແຕ່ງງານ ແລ້ວພາອອກ ນອກປະເທດ ໄປຂາຍຕົວ.
ໂພໄຊສວັດ
2012-08-17
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ປັດຈຸບັນ ຮູບແບບ ການຄ້າມະນຸສ ໄດ້ປ່ຽນແປງ ໄປຈາກແຕ່ກ່ອນ ແລະວິທີນຶ່ງ ທີ່ອາດຈະບໍ່ແມ່ນ ວິທີໃໝ່ ພໍປານໃດ ກໍຄືການໃຊ້ ຜູ້ຊາຍ ຊາວຕ່າງຊາດ ເຂົ້າມາຕົວະຍົວະ ຫລອກຂໍແຕ່ງງານ ກັບ ແມ່ຍິງສາວລາວ ເມື່ອແຕ່ງງານ ແລະສາມາດ ພາອອກນອກ ປະເທດໄດ້ແລ້ວ ຜູ້ເປັນຜົວປອມ ກໍຈະບັງຄັບ ໃຫ້ຕົກເປັນເຫຍື່ອ ຂາຍບໍຣິການ ທາງເພດ. ນັກວິຊາການ ຕ້ານການ ຄ້າມະນຸສ ໃນລາວ ເປີດເຜີຍວ່າ:

"ຍັງມີຫລາຍ ຂະບວນການ ຕົວນີ້ ເພາະວ່າມັນ ບໍ່ເປັນພຽງ ແຕ່ເຣື່ອງ ທີ່ໂຍກຍ້າຍ ກັນໄປ ຫລືວ່າ ການຄ້າມະນຸສ ທັມມະດາ ຂະເຈົ້າເອົາເຣື່ອງ ຄວາມຮັກມາເປັນ ການຫຼອກລວງ ກໍຄື ການແຕ່ງງານເນ໋າະ ຄືການ ຄ້າມະນຸສ ຢູ່ລາວ ເລີ້ມມີບັນຫາ ເຣື່ອງຄົນຕ່າງຊາດ ມາແຕ່ງງານແລ້ວ ເອົາໄປຂາຍຕໍ່ ດຽວນີ້ ຣັຖບານລາວ ກໍມີບັນຫາວ່າ ຄົນລາວອອກໄປ ແລ້ວ ກໍສູນຫາຍໄປ ຫລາຍຄົນ".

ນາງເວົ້າຕໍ່ໄປວ່າ ແຕ່ກ່ອນ ຂະບວນການ ຄ້າມະນຸສ ໃຊ້ຊາວບ້ານ ທີ່ຄຸ້ນເຄີຍກັນ ໄປໂອ້ລົມ ຊັກຊວນ ໄປເຮັດການ ໃນຕ່າງປະເທດ ໂດຍສເນີໃຫ້ ຣາຍໄດ້ດີ ແລະ ຈ່າຍເງິນ ລ່ວງໜ້າ ໃຫ້ພໍ່ແມ່ ຜູ້ປົກຄອງ. ແຕ່ຫລັງຈາກ ທີ່ຣັຖບານໄດ້ມີ ມາຕການ ຄວບຄຸມດີຂຶ້ນ ຂະບວນການ ຄ້າມະນຸສ ກໍປ່ຽນແຜນ ແລະ ມາໃນຮູບແບບ ຂໍແຕ່ງດອງ ຢ່າງຖືກຕ້ອງ ຈົນພາອອກໄປ ຕ່າງປະເທດໄດ້.

ນາງເວົ້າເຕືອນວ່າ ຫາກແມ່ຍິງລາວ ຈະແຕ່ງງານ ກັບຊາຍຕ່າງຊາດ ຕ້ອງພິຈາຣະນາ ກວດສອບ ໃຫ້ຄັກແນ່ກ່ອນ ຢ່າຫລົງຄາຣົມ ຮີບຮ້ອນ ຟ້າວແຕ່ງງານ ໂດຍຫວັງແຕ່ ຢາກໄປຕ່າງປະເທດ ເພື່ອຫວັງ ຈະມີຊີວິດ ທີ່ດີຂຶ້ນ ເພາະອາດຈະຕົກ ເປັນເຫຍື່ອ ຂອງຂະບວນການ ຄ້າມະນຸສ ໄດ້ງ່າຍດາຍ.

ຄໍາເຫັນ (2)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ຄົນພື້ນເມືອງ

ຈາກ ລາວ

ມັນກາມີຄວາມເປັນ ໄປໄດ້ ເພາະຕ່າງປະເທດເຂົາເຈົ້າວ່າຊາວ ເອເຊຍ ໄປເປັນກະລີ່ຫຼາຍ

Sep 04, 2012 11:03 PM

ອ້າຍແດງ

ຈາກ ລາວ

ມັນບໍ່ມີດອກ ເພາະເພີ່ນ ບໍ່ເຈາະຈົງຂ່າວປະເທດໃດຫຼອກແຕ່ງງານ ຄືດເບິ່ງແລ້ວໃສ່ຮ້າຍຜູ້ຈະມາເອົາຊຶ່ໆ ເຂົາລັ່ງໄປໄທໂດຍອາສາສະໝັກ ເພາະຢູ່ລາວມັນທຸກຂະໜາດ ເວົ້າໄດ້ແຕ່ເພິ່ນເປັນນາຍນັ້ນລະ...

Aug 28, 2012 12:12 PM