ໃນມື້ວັນສຸກ ຜ່ານມາ ທ່ານ ຮໍນາມ ຫົງ ຣັຖມົນຕຣີ ຕ່າງປະເທດ ກັມພູຊາ ໄດ້ກ່າວຕໍ່ ກຸ່ມນັກຂ່າວ ວ່າ ໂຄງການ ເຂື່ອນ ໃນ ແມ່ນ້ຳຂອງ ທີ່ມີຄວາມ ຂັດແຍ່ງ ຂນາດ 1,260 ເມັກກາວັດ ຂອງລາວ ຈະເປັນພັຍ ນາບຂູ່ ຕໍ່ ຝຸງໝູ່ປາ ໃນແມ່ນ້ຳຂອງ ແລະ ບັນຫາ ກໍແມ່ນວ່າ ມັນຈະສົ່ງ ຜົລກະທົບ ຕໍ່ຊີວີດ ການເປັນຢູ່ ຂອງຊາວ ກັມພູຊາ ຜູ້ທີ່ອາສັຍ ປາ ໃນແມ່ນ້ຳຂອງ ເພື່ອລ້ຽງຊີບ ແລະ ສ້າງລາຍໄດ້.
ທ່ານວ່າ ເຂື່ອນ ດັ່ງກ່າວ ຈະຈຳກັດ ການຂື້ນລົງ ຂອງປາ ເຂົ້າມາ ໃນເຂດ ຕົງເລສາບ ຂອງ ຂເມນ ດ່ັງທີ່ຫລາຍຄົນ ຮັບຮູ້ ຖ້າມີນ້ຳຖ້ວມ ເກີດຂື້ນ ປາຈະລອຍ ມາຈາກ ແມ່ນ້ຳຂອງ ເຂົ້າມາໃນ ຕົງເລສາບ ທີ່ ກັມພູຊາ. ໝູ່ປາ ໃນເຂດ ຕົງເລສາບ ເປັນສີ່ງສຳຄັນ ສຳລັບ ຊາວກັມພູຊາ ດັ່ງນັ້ນ ຣັຖບານ ກັມພູຊາ ຕ້ອງໄດ້ ຕິດຕາມ ກ່ຽວກັບ ການສ້າງເຂື່ອນ ໄຊຍະບູຣີ ຢ່າງໃກ້ຊິດ.
ທ່ານວ່າ ທາງການ ກັມພູຊາ ໄດ້ແຈ້ງຕໍ່ ທາງການລາວ ກ່ຽວກັບ ຜົລກະທົບ ທີ່ຈະເກີດຂື້ນ ທ່ານໄດ້ໃຫ້ ຄຳເຫັນ ດັ່ງກ່າວ ຫລັງຈາກທີ່ ມີລາຍງານ ກ່ຽວກັບ ຄວາມຄືບຫນ້າ ຂອງ ໂຄງການ ເຂື່ອນ ໄຊຍະບູຣີ. ທາງການ ລາວ ບອກວ່າ ການກໍສ້າງ ນັ້ນ ເປັນການ ຕຽມງານຊື່ໆ ແຕ່ກຸ່ມນັກຂ່າວ ທີ່ຖືກເຊື້ອເຊີນ ເຂົ້າໄປ ທັສນະ ກວດກາ ພື້ນທີ່ ໃນອາທີດ ທີ່ຜ່ານມາ ບອກວ່າ ໄດ້ເຫັນການ ກໍ່ສ້າງ ຄູກັ້ນນ້ຳ ສູງປະມານ 1 ແມັດ ໄປຮອດເຄີ່ງ ນ້ຳຂອງ ຊື່ງຄົນ ຂັບເຮືອຫາງຍາວໃນເຂດນັ້ນ ບອກວ່າ ຂະເຈົ້າ ບໍ່ສາມາດ ຂັບເຮືອຜ່ານ ໄປໃນເຂດນັ້ນ ໄດ້ເພາະ ກະແສນ້ຳ ພັດແຮງ.