ກອງທຶນ ເພື່ອ ສັດປ່າໂລກ WWF ເວົ້າວ່າ ໃນວຽກງານ ກໍ່ສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ແຫ່ງທໍາອິດ ໃນແຂວງ ໄຊຍະບູຣີ ຂອງລາວ ນັ້ນ ໄດ້ຮຽກຮ້ອງ ໃຫ້ບັນດາ ປະເທດ ເພື່ອນບ້ານ ໂຕ້ຕອບ ຢ່າງແຂງຂັນ ເພື່ອໃຫ້ ໂຈະ ໂຄງການ ເຂື່ອນ. ຕາມຣາຍງານ ຂ່າວ DPA ໃນວັນທີ 24 ກໍຣະກະດາ 2012 ນີ້.
ກອງທຶນ ເພື່ອ ສັດປ່າໂລກ ວ່ານັກເຂື່ອນໄຫວ ເພື່ອ ປົກປ້ອງ ສະພາບ ແວດລ້ອມ ຕ່າງກໍເວົ້າວ່າ ເຂື່ອນ ໄຊຍະບູຣີ ຂອງລາວ ຈະສົ່ງຜົນ ກະທົບ ຢ່າງຮ້າຍແຮງ ໃສ່ສັດປ່າ ແລະ ວິຖີຊີວິດ ຂອງຜູ້ຄົນ. ຄນະກັມມາທິການ ແມ່ນໍ້າຂອງ ຊຶ່ງ ສປປລາວ ກໍເປັນ ສະມາຊິກ ນໍານັ້ນ ໄດ້ຮຽກຮ້ອງ ໃຫ້ເລື່ອນ ໂຄງການ ດັ່ງກ່າວ ນັ້ນ ອອກໄປ 10 ປີ ເພື່ອສຶກສາ ຜົນກະທົບ ທາງສະພາບ ແວດລ້ອມ ຕື່ມອີກ ແຕ່ການກໍ່ສ້າງ ແລະ ຍົກຍ້າຍ ຊາວບ້ານ ອອກຈາກ ເຂດທີ່ຕັ້ງ ຂອງໂຄງການ ເຂື່ອນນັ້ນ ໄດ້ດໍາເນີນ ໄປແລ້ວ.
WWF ເປັນນຶ່ງ ໃນຄນະຜູ້ແທນ ການທູດ ຕ່າງປະເທດ ແລະ ນັກຊ່ຽວຊານ ທີ່ຖືກຈັດໃຫ້ ໄປຢ້ຽມຢາມ ໂຄງການ ເຂື່ອນ ໄຊຍະບູຣີ ເມື່ອອາທິດ ທີ່ແລ້ວ ຊຶ່ງມີທັງ ການຣາຍງານ ໂດຍຫຍໍ້ ກ່ຽວກັບ ແຜນການ ເພື່ອທີ່ຈະ ຫລຸດຜ່ອນ ຜົນກະທົບ ຕໍ່ຝຸງປາ ແລະ ການໄຫລ ຂອງຝຸ່ນ ດິນປຸກຝັງ. ທ່ານ Jian-hua Meng ນັກວິຊາການ ດ້ານພລັງງານ ເຂື່ອນ ຂອງ WWF ກ່າວວ່າ ການ ອະນຸຍາດ ໃຫ້ ຕ່າງປະເທດ ໄປຢ້ຽມເຂດ ໂຄງການ ເຂື່ອນນັ້ນ ເປັນການດີ ໃນຂນະທີ່ ມີການກໍ່ສ້າງ ຢູ່ຕໍ່ໄປ.
ໃນນັ້ນ ໄດ້ມີການ ເວົ້າເຖິງການ ໃຊ້ຈ່າຍເພີ່ມ ໃນການດັດແປງ ໂຄງການ ເຂື່ອນ ມູນຄ່າ 3 ພັນ 8 ຮ້ອຍ ລ້ານ ໂດລາ ສະຫະຣັດ ນັ້ນ ເພື່ອໃຫ້ໝູ່ປາ ຂຶ້ນລ່ອງ ໄດ້ສະດວກ ຮວມເຖິງການ ໄຫລຂອງຝຸ່ນດິນ ທັມມະຊາດ ປູກຝັງ ແຕ່ກຸ່ມປົກປ້ອງ ສິ່ງແວດລ້ອມ ເຊັ່ນເຄືອຂ່າຍ ແມ່ນໍ້ສາກົນ ແລະ ອົງການ WWF ເວົ້າວ່າ ເທັກໂນໂລຈີ ຕ່າງໆ ຂອງ ເຄື່ອນ ເຊັ່ນ ເລື່ອງການຜ່ານ ຂອງໝູ່ປາ ນັ້ນ ຍັງບໍ່ທັນ ນໍາມາໃຊ້ ທົດລອງ ໃນເຂື່ອນ ແມ່ນໍ້າ ໃນພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ເທື່ອ.