ດອນສະຫົງຍັງຕ້ອງຖ້າ ເພື່ອນບ້ານເຫັນພ້ອມ

ສປປລາວ ຍັງຕ້ອງການ ຂໍ້ຕົກລົງ ຈາກປະເທດ ລຸ່ມ ແມ່ນ້ຳຂອງ ໃນການສ້າງ ເຂື່ອນ ດອນສະຫົງ.
ສິດນີ
2012-05-25
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-Donsahong2
ສາຍນໍ້າຂອງ ໃນເຂດ ສີ່ພັນດອນ ຊື່ງຈະເປັນ ທີ່ຕັ້ງຂອງ ເຂື່ອນ ດອນສະຫົງ
RFA

ຫລັງຈາກທີ່ ບໍຣິສັດ Mega First ຂອງ ມາເລເຊັຽ ໄດ້ປະກາດວ່າ ຜົລການ ສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ເຂື່ອນ ດອນສະຫົງ ຂອງ ບໍຣິສັດຖືກ ຍອມຮັບຮູ້ ຈາກ  ຣັຖບານແລ້ວ ຜູ້ສື່ຂ່າວ ເອເຊັຽເສຣີ ໄດ້ສອບຖາມ ໄປຍັງກະຊວງ ພລັງງານ ແລະບໍ່ແຮ່ ສປປລາວ ແລະ ໄດ້ຮັບຄຳຕອບ ວ່າທາງການລາວ ໄດ້ຮັບຮອງຜົລ ການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ນັ້ນແທ້ ແຕ່ຍັງບໍ່ມີ ການກໍ່ສ້າງເທື່ອ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງເວົ້່າວ່າ:

"ບໍຣິສັດ mega first ເຂົາອອກຂ່າວ ການຮັບຮອງ ເອກສານ ຂັ້ນເບື້ອງຕົ້ນນີ້ ເຮົາຮັບຮອງໄປໄດ້ ແຕ່ວ່າເລື້ອງ ການກໍ່ສ້າງ ນັ້ນແມ່ນຕ້ອງໄດ້ ເຊັນສັນຍາ ສຳປະທານ ກ່ອນ".

ທ່ານອະທິບາຍ ຕໍ່ໄປວ່າ ສຳລັບການກໍ່ສ້າງ ເຂື່ອນ ດອນສະຫົງ ນັ້ນຍັງລໍຖ້າ ໄປກ່ອນຍ້ອນວ່າ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຕ້ອງເປັນໄປຕາມ ຂໍ້ຕົກລົງ ແລະ ເງື່ອນໄຂຕ່າງໆ ຂອງປະເທດ ລຸ່ມແມ່ນ້ຳຂອງ. ໃນປັດຈຸບັນ ທາງບໍຣິສັດ ແລະ ຣັຖບານລາວ ກຳລັງຫ້າງເອກສານ ໃນການລົງນາມ ສຳປະທານ ການກໍ່ສ້າງຢູ່ ຄາດວ່າ ຢ່າງໄວທີ່ສຸດ ຕ້ອງໃຊ້ເວລາ ບໍ່ຕ່ຳກວ່າ 6 ເດືອນ ຫລັງຈາກສັນຍາ ຈື່ງ ຈະສາມາດ ລົງມືສ້າງໄດ້.

ເຂື່ອນ ດອນສະຫົງ ເປັນເຂື່ອນນ້ຳລີນ ກັ້ນແລວນ້ຳຂອງ ໃນເຂດພາກໃຕ້ ທີ່ແຂວງ ຈະປາສັກ ຂອງລາວ ໃນບໍຣິເວນ ເຂດສີ່ພັນດອນ ເປັນເຂື່ອນໄຟຟ້າ ຂນາດ 260-380 ເມກາວັດ ຣັຖບານ ລາວ ມີຫຸ້ນປະມານ 20% ໃນເຂື່ອນດັ່ງກ່າວ ສ່ວນເຫລືອ 80% ເປັນຂອງ ບໍຣິສັດ Mega First ຂອງ ມາເລເຊັຽ ຄາດວ່າຈະຂາຍ ໄຟຟ້າ ໃຫ້ແກ່ ການໄຟຟ້າ ຝ່າຍຜລິດແຫ່ງ ປະເທດໄທ.

ຄໍາເຫັນ (1)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

laos

RFA is controlled by VN.You have erased all the comments posted to supporting the dams across the mekong.No body would waste any time to write comments,use your staff to write the comments as you them to be and post them on behalf of VN.

May 27, 2012 06:39 AM