ບໍຣິສັທ ຊ. ກາຣຊ່າງ ຂອງໄທຽ ໄດ້ລົງນາມ ໃນຂໍ້ສັນຍາ ກັບ ທາງກາຣ ສປປລາວ ໃນຕອນແລງ ຂອງ ວັນອັງຄາຣ ທີ 17 ເມສາ ນີ້ ເພື່ອຈະເຣີ່ມ ລົງມື ກໍ່ສ້າງ ເຂື່ອນ ໄຊຍະບູຣີ ໃນ ຂັ້ນຕໍ່ໄປ ເຖີງແມ່ນວ່າ ປະເທສ ເພື່ອນບ້ານ ໄດ້ຮຽກຮ້ອງ ໃຫ້ໂຈະໄວ້ກ່ອນ ເພື່ອລໍຖ້າ ຜົນກາຣ ສຶກສາວິຈັຍ ເຖີງຜົລກະທົບ ຢ່າງຮອບຄອບ ກໍຕາມ.
ເຂື່ອນ ໄຊຍະບູຣີ ເປັນເຂື່ອນ ຂນາດໃຫຍ່ ແຫ່ງທໍາອິດ ທີ່ຈະສ້າງໃສ່ ແມ່ນໍ້າຂອງ ໃນເຂຕ ຊາຍແດນ ຂອງລາວ ໂດຽບໍຣິສັທ ຊ. ກາຣຊ່າງ ໄດ້ຮັບ ສັມປະທານ ໃນມູລຄ່າ ກາຣກໍ່ສ້າງ ບໍ່ຕໍ່າກວ່າ 1.7 ຕື້ດອລລາຣ໌ ສະຫະຣັຖ ຊື່ງຈະໃຊ້ ເວລາໃນກາຣ ກໍ່ສ້າງປະມານ 8 ປີ ແລະເມື່ອສໍາເຣັດ ຈະສາມາຖ ຜລິຕກະແສ ໄຟຟ້າ ໄດ້ເຖີງ 1,260 ເມກະວັຕ ເພື່ອສົ່ງຂາຍ ໃຫ້ໄທຽ ເປັນສ່ວນໃຫຍ່.
ໃນຕົ້ນເດືອນ ທັນວາ ຜ່ານມາ ຄນະຣັຖມົນຕຣີ ກ່ຽວຂ້ອງ ຈາກບັນດາ ປະເທສ ຄນະກັມມາທິກາຣ ແມ່ນໍ້າຂອງ ຫລື MRC ອັນປະກອບ ດ້ວຍ: ລາວ ໄທຽ ກັມພູຊາ ແລະ ວຽຕນາມ ໄດ້ຮ່ວມ ປະຊຸມກັນ ຢູ່ນະຄອນ ສຽມຣຽບ ກັມພູຊາ ແລະ ໄດ້ຕົກລົງ ສເນີໃຫ້ມີ ກາຣເລື່ອນໂຄງ ກາຣກໍ່ສ້າງ ເຂື່ອນ ໄຊຍະບູຣີ ເພື່ອສຶກສາ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ຕື່ມອີກ ເສັຽກ່ອນ ແຕ່ກໍບໍ່ມີກາຣ ປະຕິບັຕ ຕາມ ແຕ່ຢ່າງໃດ.
ທາງກຸ່ມ ອະນຸຮັກ ສະພາບແວດລ້ອມ ມີຄວາມເປັນຫ່ວງ ແລະ ເຕືອນວ່າ ເຂື່ອນ ໄຊຍະບູຣີ ຈະສົ່ງ ຜົລກະທົບ ຕໍ່ໝູ່ປາ ຊີວະນາໆພັນ ແລະ ວິຖີຊີວີຕ ຂອງ ປະຊາຊົນ ບໍ່ຕໍ່າກວ່າ 2 ລ້ານຄົນ ທີ່ທຳມາ ຫາກິນ ຢູ່ຕາມ ແມ່ນໍ້າຂອງ.