4 ປະເທດລຸ່ມແມ່ນໍ້າຂອງ ຢືນຢັນຮ່ວມມື

ກອງປະຊຸມ ແມ່ນໍ້າຂອງ ຍີ່ປຸ່ນ ແລະ ແມ່ນໍ້າຂອງ ເກົາຫລີໃຕ້ ໄດ້ເຫັນດີ ທີ່ຈະເພີ້ມ ການຮ່ວມມື ກັບປະເທດ ພູມີພາຄ ລຸ່ມ ແມ່ນໍ້ຂອງ.
ໂພໄຊສວັດ
2012-07-11
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-Japan-mekong-meeting
ກອງປະຊຸມ ແມ່ນໍ້າຂອງ-ຍີ່ປຸ່ນ ທີ່ພະນົມເປັນ
DTN

ກອງປະຊຸມ 2 ເທື່ອ ໄດ້ຖືກຈັດຂຶ້ນ ຄວບຄູ່ກັນໄປ ກັບກອງປະຊຸມ ຄນະຣັຖມົນຕຣີ ກະຊວງ ການຕ່າງ ປະເທດ ອາຊຽນ ຄັ້ງທີ 45 ຢູ່ ກຸງພະນົມເປັນ ປະເທດ ກັມພູຊາ ໃນມື້ວານນີ້.

ປະເທດພູມີພາຄ ລຸ່ມ ແມ່ນໍ້ຂອງ ປະກອບ ດ້ວຍ ລາວ ພະມ່າ, ໄທ ແລະ ວຽດນາມ. ຖແລງການຮ່ວມ ຫລັງຈາກ ກອງປະຊຸມ ແມ່ນໍ້າຂອງ ຍີ່ປຸ່ນ ທັງ 2 ຝ່າຍເຫັນດີ ຮັບຮອງເອົາ ແຜນ ປະຕິບັດງານ “ຍຸທສາດ ໂຕກຽວ 2012” ພາຍໃຕ້ 3 ເສົາຫລັກ ການຮ່ວມມື ແມ່ນໍ້າຂອງ ຍີ່ປຸ່ນ.

ພາຍໃຕ້ແຜນການ ໃນການຮ່ວມມື ຈະສົ່ງເສີມ ການເຊື່ອມຕໍ່ ພູມີພາຄ ລຸ່ມ ແມ່ນໍ້ຂອງ ການພັທນາ ໃນພູມີພາຄ ແລະ ຮັບປະກັນ ຄວາມປອດພັຍ ຂອງມະນຸສ ແລະ ຮັບປະກັນ ໃຫ້ ສິ່ງແວດລ້ອມ ມີຄວາມຍືນຍົງ.

ສ່ວນກອງປະຊຸມ ແມ່ນໍ້າຂອງ ເກົາຫລີໃຕ້ ທັງ 2 ຝ່າຍ ເຫັນດີຈັດຕັ້ງ ກອງທຶນ ການຮ່ວມມື ແມ່ນໍ້າຂອງ ເກົາຫລີໃຕ້ ເພື່ອນໍາມາໃຊ້ ໃນໂຄງການ ລະຍະກາງ ຫາ ລະຍະຍາວ. ນອກຈາກນີ້ ກອງປະຊຸມ ຍັງຈະຮ່ວມມື ໃນ 6 ຂແນງ ບູຣິມະສິດ ເຊັ່ນ ໂຄງຮ່າງພື້ນຖານ information technology ການຂຍາຍໂຕ ສີຂຽວ ການພັທນາ ຊັພຍາກອນ ນໍ້າ ການພັທນາ ການກະເສຕ ແລະ ຊົນນະບົດ ແລະ ຊັພຍາກອນ ມະນຸສ.