ເຄືອຂ່າຍ ປະຊາຊົນ 8 ແຂວງ ທີ່ອາສັຍ ຢູ່ຕາມແຄມ ແມ່ນໍ້າຂອງ ປະເທດໄທ ທີ່ໄດ້ພາກັນ ເດີນທາງມາ ຮຽກຮ້ອງ ຢູ່ຕໍ່ໜ້າ ບໍຣິສັດ ຊ.ການຊ່າງ ແລະ ທະນາຄານ ໄທພານິສ ຢູ່ບາງກອກ ໃນວັນທີ 24 ເມສາ 2012 ເພື່ອໃຫ້ໂຈະ ການກໍ່ສ້າງນັ້ນ ໄດ້ເປີດເຜີຍວ່າ ຈະຕັ້ງຄນະຕິດຕາມ ການດໍາເນີນງານ ຂອງ ບໍຣິສັດ ຊ.ການຊ່າງ ແລະ ທະນາຄານ ໄທພານິສ ເພື່ອບໍ່ໃຫ້ ຂໍ້ສເນີຮຽກຮ້ອງ ງຽບຫາຍໄປ. ດັ່ງຜູ້ຕາງໜ້າ ເຄືອຂ່າຍ ປະຊາຊົນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:
"ຫລາຍຄົນ ກໍສເນີວ່າ ຫລັງຈາກ ພວກເຮົາໄດ້ ຍື່ນໜັງສື ໄປແລ້ວ ກໍຢາກໃຫ້ມີ ການຕິດຕາມ ຕິດຕາມ ກ່ຽວກັບ ທີ່ໄດ້ສົ່ງໃຫ້ ຊ. ການຊ່າງ ກັບທະນາຄານ ໄທພານິສ ເພາະວ່າຖ້າ ພວກເຮົາ ບໍ່ຕິດຕາມ ມັນກໍຈະງຽບໄປ ຈະງຽບຫາຍ ໄປອີກ".
ທ່ານເວົ້າ ຕໍ່ໄປອີກວ່າ ການຮ້ອງຮຽນ ໃນມື້ວັນທີ 24 ເມສາ ເຫັນວ່າ ໄດ້ຮັບຄວາມ ສໍາເຣັດ ຕາມຄວາມ ຕ້ອງການ ຍ້ອນວ່າສາມາດ ຮຽກຮ້ອງ ຄວາມສົນໃຈ ຈາກສື່ມວລຊົນ ແລະ ປະຊາຊົນ ທົ່ວໄປ ໄດ້ຫຼາຍ ກ່ຽວກັບ ໂຄງການສ້າງເຂື່ອນ ໄຊຍະບຸຣີ. ຂັ້ນຕໍ່ໄປ ຄືຈະມີການ ຕິດຕາມໃກ້ຊິດ ເພື່ອບໍ່ໃຫ້ ການຮ້ອງຮຽນ ງຽບຫາຍໄປໂດຍ ເປົ່າປໂຍດ ຄືຄັ້ງກ່ອນ ທີ່ຜ່ານມາ.
ທ່ານເວົ້າຕື່ມ ອີກວ່າ ທາງເຄືອຂ່າຍ ປະຊາຊົນ ຍັງມີແຜນການ ຈະສົ່ງຜູ້ ຕາງໜ້າໄປ ຍື່ນໜັງສື ປະທ້ວງ ການສ້າງເຂື່ອນ ໄຊຍະບຸຣີ ນີ້ອີກ ຢູ່ແຂວງພູເກັດ ປະເທດໄທ ລະຫວ່າງ ວັນທີ 1 - 4 ພຶສພາ 2012 ໃນກອງປະຊຸມ ຜູ້ບໍຣິຫານ ລະດັບສູງ ແມ່ນໍ້ານາໆ ຊາດ ແລະ ພູມີພາກ ແມ່ນໍ້າຂອງ.
ພ້ອມດຽວກັນນີ້ ທ່ານໄດ້ ຮຽກຮ້ອງໃຫ້ ພວກພີ່ນ້ອງ ທີ່ອາສັຍຢູ່ ພູມີພາກ ແມ່ນໍ້າຂອງ ທຸກຄົນ ທັງລາວ-ໄທ ແລະ ປະເທດອື່ນໆ ໃຫ້ຮ່ວມກັນ ຕິດຕາມ ໂຄງການກໍ່ສ້າງ ເຂື່ອນ ໄຊຍະບຸຣີ ຢ່າງໃກ້ຊິດ ເພື່ອບໍ່ໃຫ້ ມີການລັກ ສ້າງດັ່ງ ທີ່ເຄີຍເປັນມາ.