ຕົວແທນ ເຄືອຂ່າຍ ຊາວບ້ານ ຕາມແຄມ ແມ່ນ້ຳຂອງ ຂອງໄທ ໄດ້ຖແລງ ໃນພິທີເປີດ ກອງປະຊຸມ ວ່າດ້ວຍເຂື່ອນ ໃນ ແມ່ນ້ຳຂອງ ແລະ ການປ່ຽນແປງ ຣະບົບນີເວດ ເວົ້າວ່າ ຜົລກະທົບ ອັນມະຫາສານ ທີ່ຈະເກີດ ຂື້ນ ຖ້າມີການ ສ້າງເຂື່ອນ ຕາມລຳ ແມ່ນ້ຳຂອງ ດັ່ງເຂື່ອນ ໄຊຍະບູຣີ ເພາະຊາວບ້ານ ໄດ້ຮັບບົດຮຽນ ມາແລ້ວຈາກ ເຂື່ອນ ຂອງຈີນ ຈື່ງຂໍໃຫ້ ຣັຖບານລາວ ຢຸດສ້າງເຂຶ່ອນ ໄຊຍະບູຣີ. ດັ່ງນາຍ ອິດທິພົນ ຄຳສຸກ ຫົວຫນ້າແກ່ນນຳ ຂອງກຸ່ມ ເວົ້າວ່າ:
"ຂໍຮຽກຮ້ອງ ໃຫ້ຢຸດເຂື່ອນ ໂຄງການ ໄຊຍະບູຣີ ທັນທີ ພ້ອມທັງ ຣະງັບ ການກໍ່ສ້າງ ໃນພື້ນທີ່ ຈົນກວ່າການ ສືກສາ ຜົລກະທົບ ຂ້າມພົມແດນ ຈະແລ້ວເສັດ".
ນອກຈາກນັ້ນ ກຸ່ມດັ່ງກ່າວ ຍັງໄດ້ ຮຽກຮ້ອງ ໃຫ້ມີການ ສຳຣວດ ຜົລກະທົບ ຂ້າມພົມແດນ ທີ່ຮ່ວມດ້ວຍ 4 ປະເທດ ລຸ່ມ ແມ່ນ້ຳຂອງ ນຳອີກ ພ້ອມທັງ ໄດ້ຮຽກຮ້ອງ ໃຫ້ການ ໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຍຸຕິ ສັນຍາ ຊື້ໄຟຟ້າ ຈາກ ເຂື່ອນ ໄຊຍະບູຣີ ແລະ ຮຽກຮ້ອງໃຫ້ ທະນາຄານໄທ ຍົກເລີກ ເງີນກູ້ ໃນໂຄງການ ດັ່ງກ່າວ.
ເຫດຜົລຫລັກ ທີ່ຊາວບ້ານ ພາກັນ ຮຽກຮ້ອງ ໃຫ້ຍຸຕິ ການສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ກໍເປັນເພາະວ່າ ຈາກການ ສຳຣວດ ຊາວບ້ານ ຕາມລຳ ແມ່ນ້ຳຂອງ ພົບວ່າ ສ່ວນໃຫຍ່ໄດ້ ຮັບຜົລກະທົບ ຈາກເຂື່ອນ ໄຟຟ້າ ຂອງຈີນ ໂດຍສະເພາະ ທາງດ້ານ ການປະມົງ ການກະສີກັມ ແລະ ພັຍພີບັດ ຈາກນ້ຳຖ້ວມ ແລະ ພັຍແຫ້ງແລ້ງ.
ໃນກອງປະຊຸມ ມີເຈົ້າຫນ້າທີ່ NGO ຈາກລາວ ເຂົ້າຮ່ວມ 7 ຄົນ ແຕ່ບໍ່ຂໍໃຫ້ ຄວາມເຫັນ ກ່ຽວກັບ ເລື້ອງນີ້ ເມື່ອຖືກຖາມ ຈາກ ນັກຂ່າວ ເອເຊັຽເສຣີ.