ໄທຈະລົງທຶນ ສ້າງເຂື່ອນໃນລາວ

ບໍຣິສັດ ໄຟຟ້າ ໄທ ຈະລົງທຶນ ສ້າງເຂື່ອນ ຫລາຍແຫ່ງ ຢູ່ ສປປລາວ.
ຈໍາປາທອງ
2010.12.29

ກົດຟັງສຽງ

ບໍຣິສັດ ໄຟຟ້າ ຣາຊບູຣີ ຊຶ່ງເປັນ ບໍຣິສັດ ຜລິດໄຟຟ້າ ຮຸ້ນສ່ວນ ໃຫຍ່ທີ່ສຸດ ຂອງໄທ ເວົ້າເມື່ອວັນ ອັງຄານ ນີ້ວ່າ ທາງບໍຣິສັດ ມີແຜນທີ່ຈະ ລົງທຶນສ້າງເຂື່ຶອນ ຢູ່ປະເທດລາວ ຈຳນວນ 16,000 ລ້ານບາດ ໃນປີ 2011 ຊຶ່ງສ່ວນໃຫຍ່ ຈະລົງທຶນ ໃສ່ໂຄງການ ສ້າງເຂື່ອນຕ່າງໆ ທີ່ຕໍ່ອາຍຸໃໝ່.

ປະທານ ບໍຣິສັດ ຣາຊບູຣີ ເວົ້າຕໍ່ ສື່ມວນຊົນວ່າ ໂຄງການສ້າງ ເຂື່ອນໄຟຟ້າ ທີ່ຈະລົງທຶນ ນັ້ນມີທັງ ໂຄງການເຂື່ອນ ໄຟຟ້າເຊປຽນ ເຊນໍ້ານ້ອຍ ທີ່ຈະຜລິດ ກະແສໄຟຟ້າ ໄດ້ 390 MW ຊຶ່ງບໍຣິສັດ ຣາຊບູຣີ ຖືຮຸ້ນ 25% ແລະ ໂຮງງານໄຟຟ້າ ແສງຕາເວັນ ຫລາຍແຫ່ງ. ຄາດວ່າ ໂຄງການ ເຂື່ອນໄຟຟ້າ ເຊປຽນ ເຊນໍ້ານ້ອຍ ຢູ່ລາວ ຈະໄດ້ລົງທຶນ ກໍ່ສ້າງປະມານ 830 ລ້ານ ໂດລາ ສະຫະຣັດ.

ທ່ານວ່າ ບໍຣິສັດ ຣາຊບູຣີ ເປັນບໍຣິສັດ ທີ່ໄຟຟ້າ ການຜລິດແຫ່ງ ປະເທດໄທ ຫລື EGAT ຖືຮຸ້ນ 45% ມີຈຸດປະສົງ ທີ່ຈະເພີ້ມ ກະແສໄຟຟ້າ ຈາກພະລັງງານ ຄືນໃໝ່ ຮວມທັງຈາກ ເຂື່ອນໄຟຟ້າ ແລະ ໂຮງງານໄຟຟ້າ ແສງຕາເວັນ ຈາກ 30 MW ຂຶ້ນເປັນ 100 MW. ທາງບໍຣິສັດ ຄາດວ່າຈະໄດ້ ຮັບອະນຸມັດ ຈາກອົງການ ພະລັງງານ ຂອງຣັດ ໃນການສ້າງເຂື່ອນ ໄຟຟ້າ ຂນາດນ້ອຍ 3 ແຫ່ງ ທີ່ສາມາດ ຜລິດໄຟຟ້າ ລວມກັນໄດ້ 4,00 MW ແລະກະວ່າ ຈະໄດ້ລົງທຶນ 30,000 ລ້ານບາດ ຊື່ງທາງບໍຣິສັດ ຈະຊອກຫາ ຜູ້ທີ່ຈະມາ ລົງທຶນນຳ ໃນໂຄງການຕ່າງໆ ທີ່ວ່ານັ້ນ. ບໍຣິສັດ ຣາຊບູຣີ ຜລິດໄຟຟ້າໄດ້ 4,300 MW ຫລືປະມານ 15% ທີ່ຜລິດໄດ້ ຢູ່ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.