ເຂື່ອນໄຊຍະບຸຣີ ຍັງສ້າງຢູ່ຕໍ່ໄປ

ເຈົ້າໜ້າທີ່ ອົງການ ຊັພຍາກອນນໍ້າ ສາກົນ ປະຈໍາໄທ ໄດ້ເປີດເຜີຍ ຕໍ່ວິທຍຸ ເອເຊັຍເສຣີ ວ່າປັດຈຸບັນ ເຂື່ອນ ໄຊຍະບຸຣີ ຍັງມີ ການກໍ່ສ້າງ ຕໍ່ໄປຢູ່ ເຖິງວ່າຈະມີ ສຽງຄັດຄ້ານ ຈາກ ປະຊາຊົນ ໃນປະເທດ ເພື່ອນບ້ານ ກໍຕາມ.
ໂພໄຊສວັດ
2012-06-27
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-Xayaburi-camp-side
ການກໍ່ສ້າງ ໃນເຂດ ເຂື່ອນ ໄຊຍະບູຣີ
International-river-update June 2012

ເຈົ້າໜ້າທີ່ ອົງການ ຊັພຍາກອນນໍ້າ ສາກົນ ປະຈໍາໄທ ເວົ້າວ່າ:

"ເມື່ອລົງໄປເບິ່ງ ກໍເຫັນຢູ່ ຫົວເຂື່ອນ ເຂົາກໍເຮັດການ ຕລອດເວລາ ໝູ່ບ້ານ ຫ້ວຍຊຸຍ ກໍໄດ້ຖືກຍ້າຍ ໄປແລ້ວ ພື້ນທີ່ບ່ອນ ເຄີຍມີບ້ານເຂົາ ກໍຕັດເປັນ ຖ້ານໆ ເຫັນວ່າໜ້າດິນ ຫົວເຂື່ອນ ເຂົາເປີດແລ້ວ ແລ້ວກໍມີ ຣົຖລາງແລ່ນ ໄປມາຢູ່ ຕລອດ".

ທ່ານເວົ້າຕໍ່ວ່າ ຈາກການ ໄປສໍາຣວດ ພື້ນທີ່ກໍ່ສ້າງ ພົບວ່າ ປັດຈຸບັນ ການກໍ່ສ້າງ ເຂື່ອນ ໄດ້ດໍາເນີນ ການຢູ່ຕລອດ 24 ຊົ່ວໂມງ. ມີການຖົມດິນ ລົງໄປໃນ ແຄມ ນໍ້າ ບາງບ່ອນແລ້ວ ສ່ວນເຄື່ອງຈັກ ຍັງບໍ່ທັນ ໄດ້ເອົາລົງໄປ ໃນນໍ້າເທື່ອ ແລະ ໜ້າດິນເທິງພູ ໄດ້ຖືກດັດແປງ ແລ້ວ.

ສ່ວນຊາວບ້ານ ບ້ານຫ້ວຍຊຸຍ ໄດ້ຖືກໂຍກຍ້າຍ ອອກໄປຢູ່ ບ່ອນໃໝ່ ບ້ານນາຕໍໃຫຍ່ ຮຽບຮ້ອຍແລ້ວ. ບ້ານ ຫ້ວຍຊຸຍ ມີ 65 ຫລັງຄາເຮືອນ ແລະ ມີຊາວບ້ານ ອາສັຍ ຢູ່ 70 ຄອບຄົວ ທັງໝົດມີ 333 ຄົນ. ຄົນລາວ ຜູ້ນຶ່ງທີ່ໄດ້ ເຫັນຄວາມຄືບໜ້າ ຂອງການກໍ່ສ້າງ ເຂື່ອນ ໄຊຍະບຸຣີ ແລະ ໄດ້ເວົ້າກັບ ວິທຍຸ ເອເຊັຍເສຣີ ວ່າ:

"ທາງບໍຣິສັດ ຊ.ການຊ່າງ ກໍເລີ້ມກໍ່ ສ້າງພື້ນຖານ ໂຄງຮ່າງ ກໍຫລາຍແລ້ວ ແບບລົງມື ປະຕິບັດ ໂຕຈິງ ກໍຫລາຍແລ້ວ ວ່າຊັ້ນຊ໋ະ ຢ່າງເຊັ່ນວ່າ ສ້າງຖນົນ ຫົນທາງ ແຄ໋ມບ້ານພັກ ພນັກງານ ທີ່ວ່າແລ້ວ ໄປຫລາຍແລ້ວ ປະມານ 40% ໄດ້ ແລະກໍມີ ການໂຍກຍ້າຍ ຊາວບ້ານແລ້ວ ກໍໂຍກຍ້າຍ ບ້ານນຶ່ງເນ໋າະ ບ້ານເຂົາເອີ້ນວ່າ ບ້ານນາຕໍໃຫຍ່".

ຫລັງຈາກໄດ້ ຮູ້ເຣື່ອງນີ້ ວິທຍຸ ເອເຊັຍເສຣີ ກໍໄດ້ຕິດຕໍ່ ສອບຖາມໄປຫາ ເຈົ້າໜ້າທີ່ ຣະດັບສູງ ກະຊວງ ພລັງງານ ແລະ ບໍ່ແຮ່ລາວ ພ້ອມທັງກົມ ການຂ່າວ ກະຊວງການ ຕ່າງປະເທດ ເພື່ອຂໍຄໍາ ຢືນຢັນ ກ່ຽວກັບ ໂຄງການ ກໍ່ສ້າງເຂື່ອນ ໄຊຍະບຸຣີ ນີ້ແຕ່ກໍບໍ່ໄດ້ມີ ຄໍາຕອບເລີຍ

ຄໍາເຫັນ (5)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ລາວລ້ານຊ້າງ

ຈາກ ລາວ

ພວກນີ້ຕາຍແລ້ວເກີດເປັນ.......

Aug 29, 2012 12:05 AM

ລາວລ້ານຊ້າງ

ຈາກ ລາວ

ຂ້ອຍວ່າຖ້າມັນໄດ້ລົງທຶນຂະໜາດນີ້ແລ້ວມັນບໍ່ຍອມຢຸດງາຍໆດອກ

Aug 29, 2012 12:02 AM

Tiao lao France

ຈາກ Paris

27 JULY 2012
Subject: the protest for the construction of dam to Province Sayaboury.
It is in again a debt to China in most, this is not a sustainable development for the Lao population but it is an obligation of commitment of the Lao Government (memorandum) with China. The construction the railway in great speed is a chinese project purely and simply the deal of China from 2015.
I request to RFA as the spokesman for the Lao people everywhere in the world to change my opinions. I thank you in advance.
Tiao Lao in France

Jul 27, 2012 01:57 PM

mony

ຈາກ M phieng

Please continue to build this project will help Laos a lots. if we do not build this dam that mean we lost our property and we lost this game. Laos sou laos sou!.

Jul 21, 2012 10:19 AM

ສະເຫລີມ

ຈາກ ຫ້ວຍຊາຍ

ຄົນພວມເມົາ,ສິ່ງທີ່ບົ່ງບອກຢູ່ນີ້ຄືກິເລດແລະຕັນຫາ, ຮູ້ແລະເຫັນແຕ່ຄວາມຢາກບໍ່ຮູ້ພໍ,ຄົນຈຳພວກນີ້ແມ່ນ, ພວກເຂົາຈະແລ່ນນຳຄວາມຢາກຂອງພວກເຂົາຈົນສຸດ ຂອບຟ້າແລ້ວມອບ ຊີວິດໃຫ້ພະຍາຍົມເອົາລົງທັນຢ່າງສະສົມ, ໃນນາລົກອະເວຈີ,ເມື່ອນັ້ນພວກເຂົາຈຶ່ງຈະຮູ້ຄວາມເຈັບຊ້ຳ, ສົມໃຈມັກ, ຈົ່ງຢ່າສົນໃຈນຳຄົນເຫັນແກ່ຕົວພວກນີ້ໂດຍເດັດຂາດ, ສລາດສ່ອງໃສໄນທາງໂກງຊາຕແລະປະຊາໃນຮອບດ້ານ.

Jun 30, 2012 03:25 PM

ເບິ່ງຄວາມເຫັນທັງໝົດ.