ການຕັດໄມ້ ເກີນຈໍານວນ ໂຄຕ້າ ທີ່ທາງການ ອະນຸຍາດໃຫ້ ສ່ວນຫລາຍແລ້ວ ແມ່ນຍ້ອນ ເຈົ້າໜ້າທີ່ຂອງຣັຖ ສົມຮູ້ຮ່ວມຄິດ ກັບບໍຣິສັດ ຕັດໄມ້ ເອກະຊົນ.
ຣັຖ ອະນຸຍາດ ໂຄຕ້າ ໃຫ້ຕັດໄມ້ຕາມຈໍານວນ ທີ່ຖືກຕ້ອງ ກັບລະບຽບກົດໝາຍ ການຕັດໄມ້, ແຕ່ເມື່ອເວລາ ໄປຕັດ ເຂົາກໍຕັດ ເກີນກໍານົດ ທີ່ທາງການອະນຸຍາດໃຫ້, ຕາມທີ່ເຈົ້າໜ້າທີ່ ອົງການເອກະຊົນ ຂອງໄທ ຢູ່ຕາມຊາຍແດນ ໄດ້ເປີດເຜີຽ.
ທ່ານວ່າ ມີຂະບວນການ ກໍຄື ເວົ້າງ່າຍໆວ່າ ມີການຮ່ວມມື ລະຫ່ວາງ ເຈົ້າໜ້າທີ່ ຂອງຣັຖ ກັບເອກະຊົນ. ເວົ້າງ່າຍໆ ກໍຄືວ່າ ໄດ້ໂຄຕ້າ ຢ່າງນື່ງ ພັດໄປຕັດ ອີກຢ່າງນື່ງ. ໄດ້ໂຄຕ້າ 500 ແມັດກ້ອນ ພັດໄປຕັດ 1,500 ແມັດກ້ອນ. ທີ່ຜ່ານມາ ໃນລາວ ກໍເປັນຈັ່ງຊີ້ ຕລອດມາ. ດຽວນີ້ ພໍ່ຄ້າຄົນໄທ ຫລື ຄົນວຽດນາມ ຄົນຈີນ ທີ່ເຂົ້າໄປ ຮູ້ຈັກເຣື້ອງນີ້ ແລ້ວ ເຂົາກໍເປັນ ນາຍທືນໃຫ້.”
ກ່ຽວກັບ ເຣື້ອງນີ້ ເຈົ້າໜ້າທີ່ ຈາກອົງການ ອະນຸຮັກ ປ່າໄມ້ ກະຊວງ ກະສິກໍາ ແລະ ປ່າໄມ້ ໃນນະຄອນຫລວງ ວຽງຈັນ ອະທິບາຍວ່າ:
“ມັນເວົ້າເຣື້ອງ ການກວດກາ ທໍາມະດາ ເຮົາເຮັດໄປແລ້ວ ມັນຕ້ອງ ໄດ້ກວດກາ ໄປພ້ອມ ເພື່ອຮັກສາ ໂຕເລກໄວ້ ບໍ່ໃຫ້ມັນເກີນ. ອັນທີ່ວ່າ ເຈົ້າໜ້າທີ່ ຮູ້ເຫັນ ທັງສອງ ກໍຣະນີ ຈະແມ່ນຫລືບໍ່ແມ່ນ ຕ້ອງກວດກາອີກ.”
ທ່ານວ່າ ບັນຫາ ການລັກລອບຕັດໄມ້ ເກີນໂຄຕ້າ ມີນ້ອຍ, ສ່ວນບັນຫາ ທີ່ເກີດຂື້ນ ເລື້ອຍໆ ແມ່ນການລັກລອບ ເຂົ້າໄປ ໃນປ່າສງວນ ເພື່ອຕັດໄມ້. ເຖິງຢ່າງໃດກໍດີ ແຕ່ລະຄັ້ງ ທີ່ມີກອງປະຊຸມ ສະໃໝສາມັນສະພາ ແຫ່ງຊາດລາວ ສະມາຊິກ ສະພາ ຜູ້ແທນ ມັກຈະນໍາເອົາເຣື້ອງ ການຕັດໄມ້ ເກີນໂຄຕ້າ ທັງຢູ່ໃນເຂດ ສ້າງເຂື່ອນ ຜລິດກະແສໄຟຟ້າ ແລະ ນອກເຂດສ້າງເຂື່ອນ ມາຖົກຖຽງກັນ ເພາະຖືວ່າ ເປັນບັນຫາສໍາຄັນ ຂອງຊາດ. ສະມາຊິກ ສະພາ ເຫັນວ່າ ເຈົ້າໜ້າທີ່ ໃນພາກສ່ວນ ປະຕິບັດ ບໍ່ປະຕິບັດຕາມລະບຽບ ວິໃນ ຂອງຣັຖ.
|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ລາວ ຮຽກຮ້ອງ ປາບປາມ ການສໍ້ຣາຊບັງຫລວງ
ເຈົ້າໜ້າທີ່ ກະຊວງຍຸດຕິທັມ ເປີດເຜີຍເຖິງການ ຊື້ຈ້າງໃຫ້ສີນບົນ
ລາວ ຖືກຈັດ ຢູ່ໃນກຸ່ມປະເທດ ທີ່ມີກາຣທຸຈຣິຕ ຫລາຍທີ່ສຸດ ໃນເອເຊັຽ
ການສໍ້ຣາຊບັງຫລວງ ຂອງເຈົ້າໜ້າທີ່
ຍັງມີ ການຕັດໄມ້ ທໍາລາຍປ່າ ເພື່ອເຮັດໄຮ່
ມີການໃຫ້ສິນບົນ ໃນການລັກລອບ ສັຕປ່າ
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.