ອອສເຕຣເລັຽເພີ້ມທຶນ ຂຸດທອງແດງແລະຄໍາ
2010.10.22
ກົດຟັງສຽງ
ບໍຣິສັດ PanAust ຂອງອອສເຕຣເລັຽ ໄດ້ຮັບຜ່ານແຜນ ການລົງທຶນອີກ 110 ລ້ານໂດລາ ເພື່ອຜລິດ ແລະຂຸດຄົ້ນ ແຮ່ທາດ ບໍ່ທອງແດງ ແລະບໍ່ຄໍາ ໃນເຂດພູຄໍາ ປະເທດລາວ. ຕາມຣາຍງານຂ່າວ ຣາຍສັປດາ Mining Weekly ຈາກເມືອງ Perth ວັນທີ 20 ຕຸລາ ປີ 2010. ໃນຖແລງການ ສະບັບນຶ່ງ ທ່ານ Gary Stafford ຜູ້ຈັດການ ບໍຣິສັດບໍ່ແຮ່ ກ່າວວ່າ ການລົງທຶນນັ້ນ ຈະເຮັດໃຫ້ ມີການເພີ່ມການ ຜລິດທອງແດງ ໃຫ້ໄດ້ຣະຫວ່າງ 65 ພັນ ຕັ້ນຫາ 70 ພັນຕັ້ນ ຕໍ່ປີ ໃນກາງປີ 2012 ຈາກທີ່ຜລິດໄດ້ 60 ພັນຫາ 65 ພັນຕັນຕໍ່ປີ ໃນປັຈຈຸບັນນີ້. ທ່ານວ່າ ການຕັດສິນໃຈ ຂອງພວກທ່ານ ໃນແຜນການລົງທຶນ ເພີ່ມຂຶ້ນ ໃນເຂດພູຄໍານີ້ ກໍເພື່ອຮັບປະກັນ ໃຫ້ໄດ້ຜົລປະໂຫຍດ ສູງສຸດ ແລະ ເພື່ອເພີ່ມການຜລິດ ແຮ່ທາດໃຫ້ໄດ້ ຫລາຍຂຶ້ນ ໃນເວລາທີ່ແຮ່ທາດ ເກຣດດີ ກໍາລັງຈະລຸດລົງ.
ທ່ານກ່າວຕື່ມວ່າ ການຮັບຜ່ານໂຄງການ ການລົງທຶນເພີ້ມ ແມ່ນອີງໃສ່ຜົລ ຂອງການສຶກສາ ຄວາມເປັນໄປໄດ້ ທີ່ຫາກໍແລ້ວ ເມື່ອບໍ່ດົນມານີ້ເອງ ທີ່ມີເປົ້າໝາຍ ວິໄຈແລະຄໍານວນເບິ່ງ ທາງເລືອກແລະການ ລົງທຶນທີ່ຈໍາເປັນ ເພື່ອຄົງຮັກສາ ການຜລິດທອງແດງ ແລະຄໍາ ໃນຂນະທີ່ການຜລິດ ແຮ່ທາດເກຣດດີ ແລະເກຣດຕໍ່າ ກໍານົດເລີ່ມ ໃນຣະຫວ່າງປີ 2012.
ການປະຕິບັດ ໂຄງການ ເພີ້ມການລົງທຶນ ດັ່ງກ່າວ ຈະເລີ່ມຢ່າງຈິງຈັງໄດ້ ໃນຣະຫວ່າງ ເດືອນ ມີຖຸນາ ປີ 2011 ແລະຈະແລ້ວໃນທ້າຍ ປີ 2012 ໂດຍທີ່ວ່າໂຮງງານ ແລະໂຄງສ້າງພື້ນຖານ ທີ່ກ່ຽວຂ້ອງທີ່ມີ ຢູ່ແລ້ວຈະບໍ່ ກະທົບກະເທືອນ ຍ້ອນມີການກໍ່ສ້າງ ການມອບໝາຍວຽກງານ ຫລືການປັບປຸງ ເພີ້ມເຕີມຕ່າງໆນັ້ນ.