ສະຖານທີ່ ເພື່ອໃຊ້ ໃນການຈັດ ການແຂ່ງຂັນກິລາ ເອເຊັຍ ຕາເວັນອອກສຽງໃຕ້ ຫລື SEA Games ຄັ້ງທີ 25 ຢູ່ລາວ ໃນປີໜ້ານີ້ ຈະສໍາເຣັດ ໃນເດືອນ ມີນາ.
ສນາມ ກິລາ ແຫ່ງຊາດ ໃໝ່ ທີ່ຈີນ ສ້າງໃຫ້ ເພື່ອຈັດການແຂ່ງຂັນ SEA Games
ຮອງນາຍົກ ຣັຖມົນຕຣີ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານ ກັມມະການ ຈັດການແຂ່ງຂັນ ກິລາ SEA Games ຂອງລາວ ໄດ້ເປີດເຜີຍ ໃນຖແລງການ ຢູ່ກອງປະຊຸມ ຂອງ ສະຫະພັນ ກິລາ ຢູ່ ນະຄອນຫລວງວຽງຈັນ.
ທ່ານໄດ້ ເຜີຍແຜ່ ທາງເວັບໄຊທ໌ ຂອງທາງການ ກິລາວ່າ ສນາມກິລາເຕະບານ ທີ່ຈະໃຊ້ເປັນບ່ອນ ເປີດ ແລະ ອັດພິທີ ການແຂ່ງຂັນ ກິລານີ້ ໄດ້ແລ້ວໄປຮອດ 60 ຫາ 70 ສ່ວນຮ້ອຍແລ້ວ. ດັ່ງ ທ່ານ ຄໍາມຸ່ຍ ແກ້ວມະນີ ຄະນະ ກັມມະການ ກິລາໂອລິມປິກ ລາວ ໄດ້ເປີດເຜີຍ ກ່ຽວກັບ ເຣື້ອງນີ້ ຕື່ມວ່າ:
“ສນາມກິລາ ຂອງພວກເຮົາ ຈະແລ້ວ ກ່ອນກໍາໜົດ ຄື ຈະແລ້ວ ເດືອນມີນາ ດຽວນີ້ ຖືວ່າ ເກີດ 65% ແລ້ວ. ມີ ສນາມຫລັກ ສອງໝື່ນຄົນ ມີ ສະລອຍນໍ້າ ມີ ສນາມຍິງປືນ ມີເດີ່ນ ໃນຮົ່ມອີກ ສອງເດີ່ນ ແຕ່ຄົງຈະເປັນ ເດືອນມີຖຸນາ ຈຶ່ງຈະໄດ້ຮັບບໍລິບູນ.”
ສະຖານທີ່ ອໍານວຍ ຄວາມສະດວກ ໃນການແຂ່ງຂັນກິລາ ກໍາລັງຖືກ ກໍ່ສ້າງ ໃນພື້ນທີ່ ກວ້າງ 1,000 ເຮັກຕາ ໃນໝູ່ບ້ານ ດອນສ້າງຫີນ ເມືອງໄຊທານີ, 16 ກິໂລແມັດ ທາງໃຕ້ ຂອງ ນະຄອນຫລວງ.
ການກໍ່ສ້າງ ສະຖານທີ່ ເພື່ອການແຂ່ງຂັນກິລາ ຍັງເຫລືອ ຈໍາກັດຢູ່ ແຕ່ໃນນະຄອນຫລວງວຽງຈັນ ຫລັງຈາກ ຝົນຕົກໜັກ ແລະ ເກີດເຫດນໍ້າຖ້ວມ ຢ່າງຮ້າຍແຮງ ທົ່ວໄປ ພາຍໃນປະເທດ ເມື່ອສອງເດືອນກ່ອນ ຈົນເຮັດໃຫ້ ກັມມະການ ຈັດການກິລາ ຕ້ອງໄດ້ ຍົກເລີກ ແຜນການ ທີ່ຈະຈັດການແຂ່ງຂັນ ຢູ່ໃນ ສອງແຂວງອື່ນ.|
|
ອີເມວລ໌ ເຣື້ອງ |
|
|
ລົງທະບຽນເປັນສະມາຊິກ |
|
|
ພິມເຣື້ອງນີ້ |
|
|
ປັນກັນອ່ານ |
ຄວາມເຫັນ
ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.
ເບິ່ງຄວາມເຫັນທັງໝົດ.