ນັກລົງທຶນ ຕ່າງປະເທດ ບໍ່ໝັ້ນໃຈ ການສັມປະທານ ທີ່ດິນ

2008-06-11

ນັກລົງທຶນຕ່າງປະເທດ ສົນໃຈ ເຂົ້າໄປລົງທຶນ ການທ່ອງທ່ຽວ ໃນແຂວງສວັນນະເຂດ ແຕ່ມີບັນຫາ ຄວາມບໍ່ຊັດເຈນ ເຣື້ອງສັມປະທານ ທີ່ດິນ ຈາກຣັຖບານ.

ມີ​ນັກທຸຣະກິດ ຕ່າງປະ​ເທດ​ຫລາຍ​ຄົນ ​ສົນ​ໃຈ ລົງທຶນ ທີ່​ດິນ ​ໃນ​ແຂວງ​ສວັນນະ​ເຂດ ​ເພື່ອ​ພັທນາ ດ້ານ​ການທ່ອງທ່ຽວ ​ແລະ ບໍຣິການ, ​ໂດຍ​ສະ​ເພາະ ທຸຣະກິດ ​ໂຮງ​ແຮມ, ຮ້ານ​ອາຫານ ​ແລະ ປັ້ມນໍ້າມັນ. ​ແຕ່​ສ່ວນ​ຫລາຍ ນັກທຸຣະກິດ ​ເຫລົ່າ​ນັ້ນ ກັບ​ບໍ່​ມີ​ຄວາມ​ໝັ້ນ​ໃຈ ​ເຣື້ອງການ​ເຊົ່າ​ ​ແລະ ສັມປະທານ ທີ່​ດິນວ່າ ພາກຣັຖ ຈະ​ດໍ​າ​ເນີນ​ ການຈັດ​ສັນ ​ໃຫ້​ໄດ້ ຫລືບໍ່​.

​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ຈາກ​ຫ້ອງການ​ທ່ອງ​ທ່ຽວ ​ແຂວງ​ສວັນນະ​ເຂດ ​ໃຫ້ຣາຍລະອຽດ​ ວ່າ:

“ດຽວ​ນີ້ ກໍ​ມີ ບາງ​ພາກສ່ວນ ຜູ້​ສົນ​ໃຈ ​ເຣື້ອງຢາ​ກ​ເຮັດ​ໂຮງ​ແຮມ ມີ​ທັງ ອັອສ​​ເຕຣ​ເລັຍ ​ແລະ ກໍ​ມີ​ນັກ​ລົງທຶນ ພາຍ​ໃນ​ອີກ ຈໍານວນ​ນຶ່ງ ​ໃຫ້​ຄວາມ​ສົນ​ໃຈ​ຫລາຍ​ຢູ, ​ແຕ່​ເຮົາ ຍັງ​ຄາ ​ເຣື້ອງການຈັດ​ສັນ ທີ່​ດິນ ​ໃຫ້​ຍັງ​ບໍ່​ທັນ​ໄດ້​ສໍາ​ເຣັດ ດັ່ງ​ນັ້ນ ​ເພິ່ນ​ກໍ​ຍັງ ລໍຖ້າ​ຄໍາ​ຕອບ ຢ່າງ​ເປັນ​ທາງ​ການ ກັບ​ເຣື້ອງຣັຖບານ ຢູ່.”

ການ​ທີ່ຣັຖບານ ປະກາດ ​ໂຈະ ການ​ໃຫ້​ສັມປະທານ ທີ່​ດິນ ​ແກ່​ນັກ​ລົງທຶນນັ້ນ, ​ເຮັດໃຫ້​ນັກ​ລົງທຶນ ບາງ​ກຸ່ມ ​ເຣີ້ມຖົກ​ຖຽງ ​ແລະ ກັບ​ໄປ​ຄິດ​ທົບ​ທວນ ​ເຣື້ອງການ​ໃຫ້​ສັມປະທານ ທີ່​ດິນ ຂອງຣັຖ ອີກ​ຄັ້ງ. ​ເຖິງ​ຢ່າງ​ໃດ ກໍ​ຕາມ, ຫ້ອງການ​ທ່ອງ​ທ່ຽວ ​ແຂວງ ມີ​ຄວາມ​ໝັ້ນ​ໃຈ ວ່າ ນັກ​ລົງທຶນ ຈະ​ບໍ່​ປ່ຽນ​ໃຈ, ​ໂດຍ​ສະ​ເພາະ, ການ​ລົງທຶນ ພັທນາ​ທຸຣະກິດ ທ່ອງທ່ຽວ, ​ເພາະວ່າ ຫ້ອງການ​ທ່ອງ​ທ່ຽວ ​ໄດ້​ເຊີນ ນັກ​ລົງທຶນ​ ຫລາຍ​ຄົນ ​ເຂົ້າ​ໄປ​ຢ້ຽມ​ຊົມ ພື້ນ​ທີ່, ພ້ອມ​ທັງ ​ເຊີນຊວນ ​ໃຫ້​​ໄປ​ລົງທຶນ ​ເພື່ອ​ເປັນ​ການ​ປັບປຸງ​ ​ແລະ ຫາ​ຜົນ​ກໍາ​ໄລ.

“ພວກ​​ເພິ່ນ ກໍ​ໃຫ້​ຄວາມ​ສົນ​ໃຈຢູ່​ເນາະ ມີ​ແຕ່​ ລໍ​ຖ້າ​ເບິ່ງ ທາງ​ເມື​ອງທາງ​ແຂວງ ​ເສັດ​ສິ້ນ ​ໃນ​ການຈັດ​ສັນ​ແລ້ວ ​ເພາະ ພວກ​ເຮົາ ກໍ​ສືບ​ຕໍ່ ປະຕິ​ບັດ​ຕາມ​ ​ເບິ່ງ​ແຜນ​ທີ່ ພວກ​ເຮົາ ທີ່​ວາງ​ໄວ້ ຈະ​ມີ​ການ​ປັບປຸງ ຄື​ແນວ​ໃດ.”

ສະ​ເພາະ ​ເຣື້ອງການ​ລົງທຶນ ທຸຣະກິດ ​ໃນ​ແຂວງ​ສວັນນະ​ເຂດ, ປັດຈຸບັນ ນັກທຸຣະກິດ ​ໃຫ້​ຄວາມ​ສົນ​ໃຈກັນ ຫລາຍ​ຂຶ້ນ, ​ໂດຍ​ສະ​ເພາະ ​ໂຄງການ​ ສວັນ​ ​ເວ​ກັສ ທີ່​ເປັນ​ໂຮງ​ແຮມ ​ແລະ ກາ​ຊີ​ໂນ, ກໍາລັງ​ຈະ​ເປີດ ​ໃຫ້​ບໍຣິການ ​ໃນ​ອາ​ນະ​ຄົດ ຂ້າງ​ໜ້າ​ນີ້, ຊຶ່ງ​ຈະກາຍ​ເປັນ ​ຈຸດ​ດຶງ​ດູດ ສໍາ​ຄັນ ທີ່​ເຮັດ​ໃຫ້​ນັກ​ລົງທຶນ ຊາດ​ອື່ນໆ ​ໃຫ້​ຄວາມ​ສົນ​ໃຈ ລົງທຶນ ​​ໃນ​ແຂວງ​ສວັນນະ​ເຂດ ຫລາຍ​ຂຶ້ນ.

ຄວາມເຫັນ

ທ່ານສາມາດອອກຄວາມເຫັນໄດ້ໂດຍຂຽນຂໍ້ຄວາມໃສ່ຂ້າງລຸ່ມນີ້. (ໃຊ້ຮູປແບບທັມມະດາ).ຄວາມເຫັນທັງໝົດຕ້ອງຜ່ານການກວດກາແລະຈະບໍ່ອອກໃຫ້ເຫັນໃນປັດຈຸບັນ. ກະຣຸນາກວດເບິ່ງໃໝ່ໃນອີກບໍ່ດົນ ບາງທີຄວາມເຫັນຂອງທ່ານໄດ້ຂື້ນຕິດໄວ້ແລ້ວ.




ຂຽນແລະເຣື້ອງຂອງທ່ານ

ອີເມວລ໌ ເຣື້ອງ
ລົງທະບຽນເປັນສະມາຊິກ
ພິມເຣື້ອງນີ້
ປັນກັນອ່ານ