ກັມມະກອນລາວ ບໍ່ຢາກລັກເຮັດວຽກ ຢູ່ໄທ

ຊາວ ກັມມະກອນ ໃນລາວ ຍອມຮັບວ່າ ບໍ່ຕ້ອງການໄປ ເຮັດວຽກຢູ່ ຕ່າງປະເທດ ແຕ່ຂໍໃຫ້ ທາງການ ເອົາໃຈໃສ່ ຄຸນນະພາບ ຊີວິດ ແລະ ຄ່າຄອງຊີບ ພາຍໃນປະເທດ.
ຈະເຣີນສຸກ
2010.09.20

ຊາວລາວ ໃນວັຍ ອອກແຮງງານ ຍອມຮັບວ່າ ການໄປເຮັດວຽກ ຫລື ຂາຍແຮງງານ ໃນປະເທດ ເພື່ອນບ້ານ ບໍ່ມີຄວາມສຸກ, ແລະໃນຂນະທີ່ ກັບບ້ານ ກໍບໍ່ມີ ວຽກເຮັດ ແຕ່ກໍຍອມຮັບວ່າ ຖ້າຫາກຢູ່ບ້ານ ມີວຽກເຮັດ ກໍມີຈະ ຄວາມສຸກກວ່າ ໄປອອກແຮງງານ ໃນປະເທດ ເພື່ອນບ້ານ. ດັ່ງນັ້ນ ພວກຂະເຈົ້າ ຈື່ງຢາກໃຫ້ ທາງການລາວ ສນັບສນູນ, ຊ່ອຍພັທນາ ຝີມືແຮງງານ ແລະ ຊ່ອຍເຫລືອ ປະຊາຊົນ ໃຫ້ມີວຽກເຮັດ ກໍຈະເປັນການ ແກ້ໄຂບັນຫາ ໃຫ້ກັບ ປະຊາຊົນ, ໂດຍບໍ່ຕ້ອງ ໄປລັກລອບ ເຮັດວຽກ ໃນປະເທດ ເພື່ອບ້ານ. ທ້າວ ບຸນສຸກ, ປະຊາຊົນ ຈາກແຂວງ ບໍຣິຄໍາໄຊ ເວົ້າກ່ຽວກັບ ການໄປເຮັດວຽກ ໃນປະເທດ ເພື່ອນບ້ານວ່າ:

“ກັບມາແລ້ວ ເຂົາກໍບໍ່ຢາກກັບ ຖ້າເຮັດວຽກ ຊ່ວງແຂກຫລາຍໆ ມື້ລະ 1,000-2,000 ບາດໄດ້. ຕອນຕົກງານ ຕອນບໍ່ມີ ວຽກເຮັດ ຈາກເຄີຍເຮັດ ວຽກເບົາ ມາແລ້ວ ໄປເຮັດວຽກໜັກ ກໍບໍ່ຢາກເຮັດ ກັບມາບ້ານ ກໍຊ່ອຍຕົນເອງໄດ້.”

ລາວ ເວົ້າຕໍ່ໄປ ອີກວ່າ ເຄີຍລັກລອບ ໄປເຮັດວຽກ ໃນປະເທດໄທ, ໂດຍຜ່ານນາຍໜ້າ ຄົນລາວ ໄດ້ເຮັດວຽກ ໃນໂຮງງານ ເຮັດຂນົມ ແລະ ຖືກກັກຂັງ ຢູ່ໃນໂຮງງານ ຕລອດ 24 ຊົ່ວໂມງ. ເຈົ້າຂອງໂຮງງານ ບອກວ່າ ຈະໃຫ້ເງິນເດືອນ 3 ພັນບາດ ຕໍ່ເດືອນ, ແຕ່ບໍ່ເຄີຍ ໄດ້ຮັບເງິນ ເພາະຖືກຫັກຄ່າ ນາຍໜ້າ ທັງໝົດ. ດ້ວຍເຫດນັ້ນ ລາວ ຈຶ່ງໜີຈາກ ໂຮງງານ ແລ້ວກັບຄືນບ້ານ ແລະໄດ້ເຮັດວຽກ ກ່ຽວກັບ ການທ່ອງທ່ຽວ. ໃນປັດຈຸບັນ ລາວກໍເຮັດວຽກ ບໍຣິການ ທ່ອງທ່ຽວ ໃນນະຄອນຫລວງ ວຽງຈັນ, ຊຶ່ງມີຣາຍໄດ້ ດີກ່ວາ ໄປລັກເຮັດວຽກ ຢູ່ເມືອງໄທ.

ເຖິງຢ່າງໃດ ກໍຕາມ ລາວ ກໍຍອມຮັບວ່າ ໃນລາວ ບໍ່ມີວຽກເຮັດ ພຽງພໍ ທີ່ຈະຮອງຮັບ ຄວາມຕ້ອງການ ຂອງປະຊາຊົນ ທຸກຄົນ. ລາວຄຶດວ່າ ຖ້າຫາກ ຣັຖບານລາວ ພັທນາ ແຮງງານ, ສົ່ງເສີມ ໃຫ້ປະຊາຊົນ ມີວຽກເຮັດ ຢ່າງຈິງຈັງ ກໍເຊື່ອແນ່ວ່າ ຈະບໍ່ມີ ຊາວລາວຄົນໃດ ຢາກໄປລັກ ເຮັດວຽກ ຢູ່ຕ່າງປະເທດ ຢ່າງແນ່ນອນ ເພາະວ່າ ຢູ່ບ້ານ ມີອິສຣະພາບ ດີກວ່າ ແລະ ມີຄວາມສຸກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.