ສໍາພາດ ທ່ານ ຈັນ ອ່ອນ

ຈໍາປາທອງ
2015.05.17
F-Laos ສໍາພາດ ທ່ານ ຈັນ ອ່ອນ ອ່ອນ ອະດີດນັກສຶກສາ ສະຖາບັນ ສຶກສາວິຊາຄຣູ ດົງໂດກ ວຽງຈັນ
RFA/MP

ທ່ານ ຈັນ ອ່ອນ ອະດີດ ນັກ ສຶກສາ ສະຖາບັນ ວິຊາ ຄຣູ ດົງໂດກ ວຽງຈັນ, ແລະ ຜ່ານ ການ ສຶກສາ ຈາກ ສະຫະພາບ ໂຊວຽດ, ຕໍ່ມາ ໄດ້ໄປ ຢູ່ ປະເທສ ຝຣັ່ງ ໃນ ປີ 1975.

40 ປີ ທີ່ ທ່ານ ຈັນ ອ່ອນ ອະດີດ ນັກ ສຶກສາ ສະຖາບັນ ສຶກສາ ວິຊາ ຄຣູ ດົງໂດກ ວຽງຈັນ, ອາດີດ ນັກ ສຶກສາ ຈາກ ສະຫະພາບ ໂຊວຽດ, ໄດ້ ຕິດຕາມ ຄອບຄົວ ໄປຢູ່ ປະເທສ ຝຣັ່ງ. ທ່ານເວົ້າ ເຖິງ ຊີວິດ ການ ເປັນຢູ່ ແລະ ການ ທຳມາ ຫາກິນ, ທີ່ ໄດ້ຮັບ ການ ຊ່ວຍເຫຼືອ ຈາກ ທາງການ ເປັນ ຢ່າງດີ. ທ່ານ ເວົ້າວ່າ ສມັຍ ທີ່ ທ່ານ ໄປເຖິງ ປະເທສ ຝຣັ່ງເສດ ໃໝ່ໆ ນັ້ນ, ຫາ ວຽກງານ ເຮັດ ໄດ້ງ່າຍ ບໍ່ຄື ກັບ ປັດຈຸບັນ, ທີ່ ຫາຍາກ ຍ້ອນມີ ຜູ້ຄົນ ເຂົ້າໄປຢູ່ ຫລາຍ: ສຽງ ...

ພາຍໃນ ປະເທສ ແລະ ແບບ ຣະບອບ ສັງຄົມ ນິຍົມ ຢູ່ ຕ່າງ ປະເທສ ໄດ້ ໄປ ຕິດຕາມ ຄອບຄົວ ຢູ່ ປະເທສ ຝຣັ່ງເສດ ເມື່ອ ປີ 1975. ມີ ອ້າຍນ້ອງ ຢູ່ ປະເທດ ຝຣັ່ງ, ແຕ່ ສ່ວນຫລາຍ ແມ່ນ ຢູ່ ສະຫະຣັຖ ອະເມຣິກາ, ຊຶ່ງ ທ່ານ ໄປ ຢ້ຽມ ຢາມ 8 ເທື່ອ ແລ້ວ ນັບແຕ່ ປີ 1982 ມາ ແລະ ເທື່ອ ຫລ້າສຸດ ກໍ ແມ່ນປີ 2014 ທີ່ ຫາກໍ ຜ່ານມາ ນີ້. ທ່ານ ອອກ ບຳນານ ມາໄດ້ ຫລາຍປີ ແລະ ໄດ້ ປະກອບ ສ່ວນ ຊ່ວຍເຫລືອ ສັງຄົມ ລາວ ທັງຢູ່ ປະເທສ ຝຣັ່ງ ແລະ ຢູ່ ພາຍໃນ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.