ສໍາພາດ ທ່ານ ຊົມ ວໍຣະສານ

ຈໍາປາທອງ
2014.04.18
f-default ສໍາພາດ ທ່ານ ຊົມ ວໍຣະສານ ທີ່ຣັດ ຟລໍຣີດາ
RFA

 

ທ່ານ ຊົມ ວໍຣະສານ ໄດ້ ອົພຍົບ ຈາກ ປະເທດ ລາວ ໄປຢູ່ ສະຫະຣັຖ ອະເມຣິກາ ທີ່ ເມືອງ Saint Petersburg ຣັຖ ຟລໍຣິດາ ເມື່ອປີ 1980. ທ່ານ ເປັນ ພະນັກງານ ຜູ້ນຶ່ງ ທີ່ມີ ໜ້າທີ່ ຊ່ວຍເຫລືອ ຊາວ ອົພຍົບ ລາວ ໃນຖານະ ເປັນທີ່ ປຶກສາ ແລະ ນາຍພາສາ ໃຫ້ ອົງການ ຊ່ວຍເຫຼືອ ຊາວ ອົພຍົບ ຂອງ ສະຫະຣັຖ ຈົນເຖິງ ບໍານານ.

ນອກຈາກ ໜ້າທີ່ ວຽກງານ ເພື່ອ ດໍາລົງ ຊີວິດແລ້ວ ທ່ານຍັງ ໄດ້ຊ່ວຍ ສັງຄົມ ລາວ ແລະ ທັງ ເຄື່ອນໄຫວ ວຽກງານ ການເມືອງ ຕໍ່ຕ້ານ ຄອມມິວນິສ ເພື່ອໃຫ້ ປະເທດ ລາວ ມີ ປະຊາທິປະໄຕ ຢ່າງ ແທ້ຈິງ. ເບື້ອງຕົ້ນ ທ່ານໄດ້ ເວົ້າເຖິງ ຄວາມ ສະດວກ ແລະ ຄວາມ ຫຍຸ້ງຍາກ ຕອນທີ່ ທ່ານ ໄປເຖິງ ສະຫະຣັຖ ອະເມຣິກາ ໃໝ່ໆວ່າ:

...ສຽງ...

ທ່ານ ຊົມ ວໍຣະສານ ເວລາ ຢູ່ ປະເທສ ລາວ ແຕ່ກ່ອນ ທ່ານເປັນ ໝໍ ປະຈໍາ ຢູເສດ ພາກ 3. ປີ 1979 ໄດ້ໜີໄປ ຝັ່ງໄທ ແລະ ໄດ້ເປັນ ຫົວໜ້າ ສູນ ສໍາພາດ ເອົາ ອົພຍົບ ຂອງ ສະຫະຣັຖ ອະເມຣິກາ ຢູ່ ສູນອຸບົນ ແລະ ຕາມສູນ ຕ່າງໆ ໃນ ປະເທສໄທ. ທ່ານ ພ້ອມດ້ວຍ ຄອບຄົວ ໄດ້ ເດີນທາງ ໄປເຖິງ ສະຫະຣັຖ ອະເມຣິກາ ເດືອນ ຕຸລາ ປີ 1980. ບັດຈຸບັນ ທ່ານ ບໍານານ ແລ້ວ ມີຄວາມ ສະດວກ ສະບາຍ ແລະ ມີຄວາມສຸກ ຢູ່ກັບ ຄອບຄົວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.