ລາວ ຕ້ອງການ ຜູ້ນໍາຮຸ່ນໃໝ່ ເພື່ອການພັທນາ

ຊາວລາວ ທ່່ານນຶ່ງ ເວົ້າວ່າ ທຸກມື້ນີ້ ຣັຖບານລາວ ໄດ້ເປີດກວ້າງ ໃຫ້ໂອກາດ ປະຊາຊົນ ສແດງຄວາມຄິດຄວາມເຫັນ ຕໍ່ສັງຄົມເພີ້ມຂຶ້ນ ແຕ່ຍັງມີ ຂອບເຂດຈຳກັດ ຢູ່ ຊຶ່ງຄົນລາວຍຸກໃຫມ່ ຄິດວ່າ ການພັທນາ ປະເທດຊາດ ເພື່ອໃຫ້ຢາກມີປະສິດທິພາບ ຈຳເປັນຕ້ອງອາສັຍຄົນຮຸ່ນໃຫມ່ ເນື່ອງຈາກ ສພາບການປ່ຽນແປງ ໃນໂລກ ໃນປັດຈຸບັນ.
ສິດນີ
2012-10-19
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
f-student 2
ນັກສຶກສາລາວ ທີ່ວິທະຍາໄລ ຄອມເຊັນເຕີ
RFA/Chareunsouk

ນາງກ່າວ ໃນຕອນນຶ່ງວ່າ:

”ເພິ່ນກໍເປີດ ສພາເວົ້າກັນ ຜູ້ໃດ ບໍ່ດີກິນຫລາຍເພິ່ນກໍຄ່ອຍປົດ ບ້ານຂ່້ອຍ ມັນເປັນບ້ານນ້ອຍ ເວົ້າກັນຫລາຍ ກໍບໍ່ໄດ້ ຄົນກໍບໍ່ຫລາຍ ຄວາມຮູ້ ກໍບໍ່ກວ້າງ ເວົ້າໄປມັນຫມົດແຫລະ ຜູ້ໃຫຍ່ ນອກຈາກວ່າ ສ້າງຄົນຮຸ່ນໃຫມ່ ທີ່ມີການສຶກສາ ທີ່ຮຽນຮູ້ ແລະ ຖ່າຍທອດ ໄປນັ້ນໄດ້ ຂ້ອຍວ່າ ມັນມີແຕ່ ຂອງຄົນຮຸ່ນເກົ່າ.

ນາງກ່າວຕໍ່ໄປວ່າ ໃນທຸກມື້ນີ້ ເມືອງລາວ ຍັງບໍ່ສາມາດ ທີ່ຈະຊ່ອຍເຫລືອຕົນເອງ ໃນດ້ານການຜລິດ ຫລື ການພັທນາ ຕ່າງໆໄດ້ ຍັງຕ້ອງ ຂໍຄວາມຊ່ອຍເຫລືອຈາກ ປະເທດອື່ນ ຢູ່ ເນື່ອງຈາກບຸກຄົນ ທີ່ບໍຣິຫານ ບ້ານເມືອງນັ້ນ ຍັງເປັນຄົນຮຸ່ນເກົ່າຢູ່ ບາງຄົນ ກໍບໍ່ມີປະສິດທິພາບ ພຽງພໍ ຄົນຮຸ່ນໃຫມ່ ຄວາມຄິດໃຫມ່ໆ ກໍບໍ່ໍຄ່ອຍ ຍອມຮັບເຂົ້າມາ ບໍຣິຫານ ບ້ານເມືອງ ຫລື ພັທນາປະເທດຊາດ. ນາງກ່າວເພີ້ມວ່າ:

”ບ້ານຂ້ອຍ ມັນມີແຕ່ອາສັຍ ບ້ານໃກ້ຄຽງ ຊ່ອຍເຫລືອ ການຜລິດ ກໍບໍ່ມີ ບໍ່ມີສິ່ງທີ່ ກຸ້ມໂຕເອງ ມີແຕ່ສິ່ງ ທີ່ຄົນອື່ນຍື່ນໃຫ້ ບໍ່ມີການຜລິດ ບໍ່ມີການປູກຝັງ ຊັພຍາກອນ ກໍມີ ແຕ່ດຽວນີ້ ມັນກໍຊີ່ຫມົດໄປແລ້ວ ໃຜກໍ ມາຂຸດຄົ້ນເອົາ.“

ນາງ ເວົ້າເພີ້ມ ວ່າ ຄົນລາວສ່ວນໃຫຍ່ຮູ້ວ່າ ການເຮັດວຽກ ຂອງຣັຖບານ ບໍ່ມີປະສິດທິພາບ ແຕ່ກໍເຮັດຫຍັງບໍ່ໄດ້ ເນື່ອງຈາກ ຕ້ອງເຮັດຕາມຄຳສັ່ງ ຂອງຂັ້ນເທິງເທົ່ານັ້ນ ຊຶ່ງຫາກວ່າ ໃນລາວ ມີການນຳ ເອົາຄວາມຄິດແບບໃຫມ່ ມາໃຊ້່ ໃນການພັທນາ ປະເທດຊາດ ສປປລາວ ອາດຈະມີ ຄວາມກ້າວຫນ້າ ຫລາຍກວ່ານີ້.

ຄໍາເຫັນ (2)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

khon loa

ຈາກ meuang lao

The regime is the key. Although you have young leaders, they still are under the guide-line of on e party so you have to change the regime first.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 26, 2012 10:54 AM

Mengleng

ຈາກ Sengleng

เข้าใจอยู่เลืองขั้นเทิง ขั้นเทิงคืออยู่เนื่อหัวประชาชน เว้าหยังบ่อได้ดั่งว่ามานั้นละ ถ้าเว้าหลายเขาพัดจะเยียบหัวลง เพาะว่าเขาอยู่เทิง เขาบ่อเอาคนรุ่นใหม่มาบ่อริหารดอก เขาย้านเสยขั้นเทิงแม่นบ่อ อิอิอิ... ถ้าผิดขอ อะไพ ถ้าถืกใจ กด Like ให้ข้อยแด่เดี!


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 22, 2012 10:39 AM