ນະຄອນຫລວງ ຈະໃຫ້ຄວາມເປັນທັມ ແກ່ເຈົ້າຂອງທີ່ດິນ

ໂຄງການສ້າງທາງ ລະຫວ່າງ ບ້ານດອນນົກຂຸ້ມ ທີ່ຕິດກັບສນາມກ໊ອຟ ໄປຫາ ທາງກໍາແພງເມືອງ ຜ່ານບຶງທາດຫລວງ, ບ້ານນ້ອຍຊຽງດາ, ດົງໂພສີ ແລ້ວຕໍ່ກັບ ຖນົນ 450 ປີ ແລະ ຖນົນ ທາງຫລັກ 21 ເປັນບັນຫາ ຊຸບຊິບສັງຄົມ ຫລາຍທີ່ສຸດ ໃນປັດຈຸບັນ.
ສົມເນ
2012-10-16
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-450Ave
ຖນົນ 450 ທີ່ຍາວຢຽດ ແລະມືດປ່ຽວ ໃນຍາມກາງຄືນ
RFA/Chareunsouk

ເຫດຜົນ ກໍຄື ທີ່ດິນ ຕາມບໍຣິເວນ ແຄມທາງເລົ່ານີ້ ເບື້ອງລະ 200 ແມັດ ຖືກກໍານົດ ໃຫ້ເປັນ ເຂດຂອງໂຄງການ. ເຈົ້າຂອງທີ່ດິນເດີມ ຈະໄດ້ຮັບຄ່າຊົດເຊີຽ ໃນຣາຄາ ຫລຸດກ່ວາ ຣາຄາໃນຕລາດ ຫລາຍເທົ່າ. ໃນຂະນະດຽວກັນ ມີສິດຊື້ຄືນໄດ້ ແຕ່ໃນຣາຄາ ແພງກ່ວາ ຄ່າຊົດເຊີຽ ຫລາຍເທົ່າ.

ຂໍ້ຂັດແຍ້ງດັ່ງກ່າວ ຄ້າຍຄືກັນກັບ ຂໍ້ຂັດແຍ້ງ ໃນໂຄງການສ້າງຖນົນ ເສັ້ນຕ່າງໆ ໃນລະຍະ ຜ່ານມາ ເປັນຕົ້ນຖນົນ 450 ປີ ຈາກດົງໂດກ ໄປຫາ ທ່ານາແລ້ງ ແລະ ຂົວມິຕພາບ ລາວ-ໄທ ຊຶ່ງທາງການ ໄດ້ກໍານົດ ຄ່າຊົດເຊີຽ ໃຫ້ເຈົ້າຂອງ ທີ່ດິນ ໃນອັດຕຣາ ອັນດຽວກັນ ຄື 20,000 ກີບ ຫລື ປະມານ $2.50 ຕໍ່ ຕາຕລາງແມັດ ແລະ ນໍາໄປຂາຍໃຫ້ນັກລົງທຶນ ໃນຣາຄາ $34-44 ຕໍ່ ຕາຕລາງແມັດ ອັນເຮັດໃຫ້ ເຈົ້າຂອງທີ່ດິນ ຂັດຂ້ອງໝອງໃຈ ຫລາຍທີ່ສຸດ.

ທ່ານ ສຸກັນ ມະຫາລາດ, ເຈົ້າຄອງນະຄອນຫລວງວຽງຈັນ, ຢືນຢັນວ່າ ຈະໃຫ້ຄວາມເປັນທັມ ບົນພື້ນຖານ ການປືກສາຫາລື ແລະ ເຈຣະຈາ ຕົກລົງຮ່ວມກັນ ລະຫວ່າງສອງກໍ້າ ສອງຝ່າຍ ພ້ອມທັງ ຈະໃຫ້ຄ່າຊົດເຊີຽຕາມ ຄວາມເໝາະສົມ.

ຄໍາເຫັນ (1)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ໄກ

ຈາກ ສອງ

ມັນບໍ່ຖືກຕ້ອງຈ່າຍຊົດເຊີຍ ຕ້ອງຕາມລາຄາຕະຫຼາດ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 22, 2012 10:40 AM