ອາຊຽນຕ້ອງເຂົ້າຂ້ອງກ່ຽວ ເຣື້ອງທ່ານສົມບັດ

ອາຊຽນ ຕ້ອງເຂົ້າ ສືບສວນ ກ່ຽວກັບ ການລັກພາໂຕ ທ່ານ ສົມບັດ ສົມພອນ.
ສິດນີ
2013.01.07

ຫ້ອງການ ເອເຊັຽ ດ້ານ ສິດທິມະນຸດ ແລະ ການພັທນາ ເປັນອົງການ ປົກປ້ອງ ສິດທິມະນຸດ ໃນຂົງເຂດ ແລະ ເປັນຕົວແທນ ຂອງອົງການ ທີ່ບໍ່ຂື້ນກັບ ຣັຖບານ ຈາກ 16 ປະເທດ ໃນເອເຊັຽ ໄດ້ສົ່ງຫນັງສື ເປີດຊອງ ໄປຫາ ທ່ານ ອາມັດ ບິນ ຈູມາ ຫົວຫນ້າ ຄະນະ ກັມມະທິການ ດ້ານ ສິດທິມະນຸດ ຣະຫວ່າງ ຣັຖບານ ອາຊຽນ ໃຫ້ສືບສວນ ກ່ຽວກັບ ການລັກພາໂຕ ຂອງ ທ່ານ ສົມບັດ ສົມພອນ.

ໃນຈົດຫມາຍ ດັ່ງກ່າວ ໄດ້ສະແດງ ຄວາມເປັນຫ່ວງນໍາ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກປັນຍາຊົນ ນັກພັທນາ ຄົນສຳຄັນ ໃນລາວ ຜູ້ທີ່ໄດ້ ຫາຍສາບສູນໄປ ແຕ່ວັນທີ 15 ທັນວາ 2012 ແລະ ເທົ່າເຖິງ ປັດຈຸບັນ ຍັງບໍ່ມີ ຮ່ອງຮອຍ ກ່ຽວກັບ ຄວາມປອດພັຍ ແລະ ການລັກພາໂຕໄປ. ພັລຍາຂອງ ທ່ານ ສົມບັດ ນາງ ຊູມິງ ບອກວ່າ ເຫັນສາມີ ເທື່ອສຸດທ້າຍ ແມ່ນເວລາ 6 ໂມງແລງ ຂອງວັນນັ້ນ ຫລັງຈາກໄດ້ ແຍກທາງກັນ ກັບບ້ານ ຕອນເລີກງານ.

ອົງການ ດ່ັງກ່າວ ເວົ້າວ່າ ມີຂໍ້ສົງສັຍ ຫລາຍຢ່າງ ໃນການຫາຍໂຕໄປ ຂອງ ທ່່ານ ສົມບັດ ຕົວຢ່າງ: ເປັນຫຍັງ ເຈົ້າຫນ້າທີ່ ຈຶ່ງອະນຸຍາດໃຫ້ ທ່ານ ສົມບົດ ອອກໄປກັບຄົນ ທີ່ຂີ່ ຣົຖກະບະ ສີຂາວ ໃນຄືນນັ້ນ ແລະ ເປັນຫຍັງ ເຈົ້າຫນ້າທີ່ ຕຳຣວດ ຈຶ່ງບໍ່ດຳເນີນ ພຶດຕິກັມ ຢ່າງຮີບດ່ວນ ໃນການສືບສວນ ກ່ຽວກັບ ການລັກພາໂຕ ທັ້ງໆ ທີ່ຖແລງການ ຂອງ ທາງການ ໄດ້ຣະບຸໄວ້ ໃນເຄືອຂ່າຍ ອິນເຕີແນັດ ຂອງທາງການ ໃນວັນທີ 19 ທັນວາ 2012.

ຫ້ອງການ ເອເຊັຽ ໄດ້ຮຽກຮ້ອງໃຫ້ ຄະນະ ກັມມະທິການ ດ້ານ ສິດທິມະນຸດ ຣະຫວ່າງ ຣັຖບານ ອາຊຽນ ທີ່ຮັບຜິດຊອບ ແລະ ສົ່ງເສີມ ປົກປ້ອງ ສິດທິມະນຸດ ໃນອາຊຽນ ເລັ່ງລັດ ໃນການໂອ້ລົມ ກັບເຈົ້າຫນ້າທີ່ ລາວ ໃຫ້ທຳການ ສືບສວນ ຢ່າງຮີບດ່ວນ ເພື່ອຄ້ຳປະກັນ ຄວາມປອດພັຍ ໃນການກັບບ້ານ ໄປຫາຄອບຄົວ ແລະ ຍາຕຕິພີ່ນ້ອງ ຂອງ ທ່ານ ສົມບັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.