CIMB ຈະຂຍາຍສາຂາໃນລາວ

ກຸ່ມ ທະນາຄານ CIMB ຈະຂຍາຍ ເຄືອຂ່າຍ ເຂົ້າຫາລາວ ໂດຍຜ່ານ ທະນາຄານ CIMB ຂອງໄທ ເພື່ອຜົນປະໂຫຍດ ຈາກ ການພົວພັນ ຢ່າງໃກ້ຊິດ ຣະຫວ່າງ ລາວ-ໄທ.
ມະນີຈັນ
2012-08-06
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ທ່ານ ສຸພັກ ຊີວະຣັກສາ ປະທານ ທະນາຄານ CIMB Thai ກ່າວວ່າ ກຸ່ມທະນາຄານ CIMB ທີ່ມີສູນກາງ ຢູ່ມາເລເຊັຽ ໄດ້ຮຽກຮ້ອງ ໃຫ້ມີການ ສຶກສາ ຕລາດ ຂອງລາວ ເພື່ອເປີດສາຂາ ໃໝ່.

ບໍ່ຄືຢູ່ ພະມ້າ ຫລື ກໍາພູຊາ ຊຶ່ງກຸ່ມ ທະນາຄານ CIMB ກໍາລັງ ຂຍາຍສາຂາ ຂອງຕົນຢູ່ ແຕ່ທາງ ທະນາຄານ CIMB ກໍເຊື່ອວ່າ ຄວນໃຫ້ ທະນາຄານ CIMB Thai ເປັນຜູ້ຂຍາຍ ເຄືອຂ່າຍຢູ່ລາວ ເພາະ ລາວ-ໄທ ມີຄວາມສໍາພັນ ທາງປະຫວັດສາຕ ແລະ ການຄ້ານໍາກັນມາ ດົນນານ.

ທ່ານ ສຸພັກ ວ່າ ທະນາຄານ CIMB Thai ມີແຜນການ ຕັ້ງສາຂາ ແຫ່ງທໍາອິດຂຶ້ນທີ່ ນະຄອນຫລວງ ວຽງຈັນ ແລະ ອີກບ່ອນນຶ່ງ ທີ່ແຂວງ ສວັນນະເຂດ ຊຶ່ງມີທີ່ຕັ້ງ ສໍາຄັນ ທາງການຄ້າ ຕິດກັບ ແຂວງມຸກດາຫານ ຂອງໄທ ຕິດກັບ ວຽດນາມ ແລະ ໃກ້ຈີນ. ແຕ່ຈະເປີດ ເມື່ອໃດນັ້ນ ທ່ານວ່າ ບໍ່ທັນເວົ້າ ໄດ້ເທື່ອ ເພາະຫາກໍ່ເລີ່ມ ສຶກສາ ເບິ່ງການຕລາດ.

ກ່ອນໜ້ານີ້ ທ່ານ Seri Nazir Razak ຫົວໜ້າຝ່າຍ ບໍຣິຫານ ຂອງ ກຸ່ມທະນາຄານ CIMB  ໄດ້ເວົ້າວ່າ ກຸ່ມທະນາຄານ ຂອງຕົນ ຈະຂໍຂຶ້ນ ທະບຽນໃນລາວ ເພື່ອໃຫ້ເຂົ້າເຖິງ ຕລາດ ໃນທົ່ວ ປະເທດອາຊຽນ. ທ່ານສຸພັກ ວ່າ ທະນາຄານ CIMB Thai ເບື້ອງຕົ້ນ ຈະເປີດໃຫ້ ບໍຣິການ ຮັບຝາກ ແລະ ໃຫ້ເງິນກູ້ ແກ່ລູກຄ້າ ໂດຍກົງກ່ອນ.