ຊາວບ້ານຄວນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ປະມານ 20 ຄອບຄົວ ຢູ່ໃນເຂດ ທີ່ຈະສ້າງເດີ່ນຍົນ ຂອງກຸ່ມ ບໍຣິສັດ ດອກງິ້ວຄໍາ ນັ້ນອາດຕ້ອງ ຖືກຍ້າຍອອກ ໄປຢູ່ບ່ອນໃໝ່ ໃນປີ 2013. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ໃນວັນທີ 6 ສິງຫາ ນີ້. ທ່ານກ່າວວ່າ:
"ອາດຈະເປັນ ປີໜ້າ ຫລາຍກວ່າເນາະ ປະມານ 20 ຄອບຄົວ ນີ້ແຫລະ ຍ້າຍກະແຖວໆຫັ້ນ ແຫລະເນາະ ມັນມີບ້ານຄວນ ຂະເຈົ້າຈັດໄປ ບ່ອນຫັ້ນ ເພາະວ່າມັນມີທີ່ດິນ ຫວ່າງ ມັນຍັງບໍ່ໄດ້ ເຮັດຫຍັງ ຈັກຢ່າງ".
ເຈົ້າໜ້າທີ່ ເວົ້າຕື່ມວ່າ ຕາມແຜນເດີມ ທາງການ ແຂວງບໍ່ແກ້ວ ຈະໃຫ້ຍ້າຍອອກ ໃນປີ 2012 ນີ້ ແຕ່ໂຄງການ ເດີ່ນບິນ ນັ້ນຖືກໂຈະຊົ່ວຄາວ ຈຶ່ງເຮັດໃຫ້ການ ໂຍກຍ້າຍ ຊາວ ບ້ານ ເລື່ອນໄປ ແຕ່ກໍຄົງຈະ ແນ່ນອນວ່າ ໂຄງການນັ້ນ ຈະກັບມາເລີ່ມອີກ ໃນປີ 2013 ແລະ ກ່ຽວກັບການ ໂຈະນັ້ນ ຍັງບໍ່ຮູ້ສາເຫດເທື່ອ.
ເມື່ອຕົ້ນປີ 2012 ກຸ່ມດອກງິ້ວຄໍາ ໄດ້ເຊັນສັນຍາ ກັບ ຣັຖບານລາວ ກ່ຽວກັບການຂໍ ສັມປະທານທີ່ດິນ ໃນເມືອງ ຕົ້ນເຜິ້ງ ຈໍານວນ 250 ເຮັກຕາຣ ເພື່ອໃຊ້ສ້າງ ເດິ່ນບິນ ໃກ້ກັບ ເຂດເສຖກິດ ພິເສດ ສາມຫລ່ຽມຄໍາ ທີ່ດິນນັ້ນ ກວມເອົາດິນ ຂອງ ປະຊາຊົນ 200 ເຮັກຕາຣ ຖືວ່າ ປະຊາຊົນ ໄດ້ຮັບຜົນກະທົບ ຫລາຍສົມຄວນ ເຖິງແມ່ນວ່າ ທາງບໍຣິສັດ ກໍຕຣຽມ ທີ່ຈະທົດແທນ ຄ່າເສັຽຫາຍ ໃຫ້ກໍຕາມ ແລະວ່າ ຫາກໂຄງການນັ້ນ ເລີ່ມລົງມື ກໍ່ສ້າງ ທາງກຸ່ມ ດອກງິ້ວຄໍາ ກໍຈະເລັ່ງສ້າງ ໃຫ້ແລ້ວພາຍໃນ ເວລາ 8 ເດືອນ.
ສ່ວນເຣື່ອງແຮງງານ ທີ່ຈະໃຊ້ ໃນການກໍ່ສ້າງນັ້ນ ເຈົ້າໜ້າທີ່ ຜແນກແຮງງານ ແຂວງບໍ່ແກ້ວ ເຄີຍເວົ້າວ່າ ກຸ່ມບໍຣິສັດນີ້ ຈະນໍາແຮງງານ ມາຈາກຈີນ ຕາມສັນຍາ ທີ່ໄດ້ເຊັນ ກັບ ຣັຖບານລາວ ໂດຍຈະບໍ່ຂຶ້ນ ກັບຜແນກແຮງງານ ແຂວງບໍ່ແກ້ວ ແຕ່ຢ່າງໃດ.