ຣັຖບານລາວຢືມເງິນ ຈັດປະຊຸມອາເຊັມ

ຣັຖບານ ສປປລາວ ຢືມເງິນ ເປັນຈໍານວນ ຫລວງຫລາຍ ເພື່ອໃຊ້ຈ່າຍ ສໍາລັບ ຈັດກອງປະຊຸມ ສຸດຍອດ ອາເຊັມ ຄັ້ງທີ 9.
ໂພໄຊສວັດ
2012-10-05
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-VT_ASEM
ການຕົບແຕ່ງ ໃນຖນົນ ລ້ານຊ້າງ ເພື່ອຕ້ອນຮັບ ບຸຄຄົນ ສໍາຄັນ ຣະດັບຊາຕ ທີ່ເຂົ້າຮ່ວມ ປະຊຸມ ສຸດຍອດ ອາເຊັມ (ASEM)
RFA/Chareunsouk

ຣັຖບານລາວ ຈະໃຊ້ ງົບປະມານ 240 ຕື້ກີບ ເພື່ອຈັດ ກອງປະຊຸມ ສຸດຍອດ ອາຊຽນ-ຢູໂຣບ ຫລື ອາເຊັມ ງົບປະມານ ດັ່ງກ່າວ ຮວມທັງການ ຊື້ຣົຖຍົນ ເພື່ອໄວ້ ບໍຣິການ ໃນກອງປະຊຸມ ແຕ່ບໍ່ໄດ້ ຮວມຄ່າກໍ່ສ້າງ ໂຄງຮ່າງພື້ນຖານ. ອີງຕາມ ຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌.

ຊາວລາວບາງຄົນ ເຫັນວ່າ ການກູ້ຢືມເງິນ ຢ່າງມະຫາສານ ມາໃຊ້ຈ່າຍ ເພື່ອກອງປະຊຸມ ເປັນການຟູມເຟືອຍ ແລະ ບໍ່ສົມຄວນ ຍ້ອນວ່າ ສປປລາວ ເປັນປະເທດ ທີ່ກໍາລັງ ພັທນາ ຣາຍຮັບ ຂອງປະເທດ ກໍບໍ່ມີຫລາຍ ການກູ້ຢືມເງິນ ຈະສ້າງໜີ້ສິນ ໃຫ້ປະເທດ ແລະ ຜູ້ທີ່ຈະຕ້ອງ ຮັບເຄາະໃຊ້ຄືນ ຈ່າຍແທນ ຣັຖບານ ກໍຕ້ອງແມ່ນ ປະຊາຊົນ ຈາກ ການເສັຍພາສີ ປະເພດຕ່າງໆ. ຄົນລາວຜູ້ນຶ່ງ ໄດ້ໃຫ້ຄວາມຄິດເຫັນ ສ່ວນຕົວ ໃນວັນທີ 5 ຕຸລາ 2012 ນີ້ວ່າ:

"ເປັນໜີ້ຂະເຈົ້າ ຫລວງຫລາຍ ເພື່ອມາເຮັດ ໃຫ້ຕົວເອງໜ້າໃຫຍ່ ອັນນີ້ ກໍບໍ່ເຂົ້າໃຈ ວ່າເປັນຫຍັງ ແລະ ຕົວເອງກໍໄປເປັນໜີ້ ຫລວງຫລາຍ ແລະ ເອົາຫຍັງ ໄປໃຊ້ໜີ້ ກໍພາສີ ປະຊາຊົນ ແລະພາສີ ປະຊາຊົນ ແທນທີ່ ຈະເອົາມາປັບປຸງ ສ້ອມແປງ ປະເທດຊາຕ ບູຣະນະ ປະເທດ ກັບເອົາໄປໃຊ້ ໃນສິ່ງແນວໆນີ້ ສໍາລັບຂ້ອຍ ຂ້ອຍຄິດວ່າ ມັນເກີນໄປ ບໍ໋?".

ສ່ວນຄົນລາວ ອີກຜູ້ນຶ່ງ ກໍໄດ້ເວົ້າເຖິງ ຄວາມຟູມເຟືອຍ ຂອງຣັຖບານ ໃນການນໍາເອົາ ງົບປະມານ ຂອງ ປະເທດມາໃຊ້ ເພື່ອຊື້ຣົຖຍົນ ມາໄວ້ສໍາລັບ ຕ້ອນຮັບແຂກ ຕ່າງຊາດ ທີ່ມາຮ່ວມປະຊຸມ ວ່າ:

"ທຸກມື້ນີ້ ຢູ່ເມືອງລາວ ເວົ້າເຣື່ອງເງິນດຽວນີ້ ກໍມີບັນຫາ ແຕ່ວ່າຣັຖບານ ກໍທຸ້ມໃສ່ອາເຊັມ ກໍໄປຊື້ຣົຖ ກໍມາເກັບພາສີ ຈາກຄົນລາວໄປ ມັນຟູມເຟືອຍ ມັນບໍແມ່ນ ເພາະວ່າ ຄວາມເປັນຈິງ ມັນເວົ້າເຣື່ອງ ເອົາເງິນເຂົາ ມາໃຊ້ ມັນກໍຕ້ອງມີ ບັນຫາ ສິ່ງທີ່ເພິ່ນເຮັດ ມັນຍາກເກີນໄປ ເພາະວ່າເອົາ ງົບປະມານ ອອກໄປຫລາຍ ການໝຸນວຽນ ໃນງົບ ກໍຂາດໄປ ກໍເກີນໄປ ເວົ້າງ່າຍໆ".

ຕາມຣາຍງານ ຂອງໜັງສືພິມ ວຽງຈັນທາມສ໌ ສປປລາວ ໄດ້ຢືມເງິນ ແລະ ໄດ້ຮັບເງິນ ຊ່ວຍເຫລືອລ້າ ຈາກຈີນ 450 ລ້ານຢວນ ຈາກຍີ່ປຸ່ນ 1.93 ຕື້ເຢັນ ຈາກວຽດນາມ 5 ແສນໂດລາ ສະຫະຣັຖ ຈາກໄທ 190 ລ້ານບາດ ຈາກບຣູໄນ 5 ແສນ ໂດລາ ສະຫະຣັດ ແລະຈາກ ສະຫະພາບ ຢູໂຣບ 4 ແສນ ໂດລາ ສະຫະຣັຖ. ນອກຈາກນັ້ນ ຍັງມີຫລາຍ ປະເທດ ທີ່ໃຫ້ການ ຊ່ວຍເຫລືອ ດ້ານວິຊາການ ອຸປກອນ ແລະ ອື່ນໆອີກ.

ຄໍາເຫັນ (4)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ຄຳອ້ວນ

ຈາກ ຫລວງພະບາງ

ເວລາມີໂອກາດຢືມໄດ້ ຈົ່ງເອົາໃຈໃສ່ສາວເອົາໂລດ ຈະໄດ້ມີຫນ້າມີຕາເອກອ້າງວ່າສລາດສ່ອງໃສ ມີກຳໄລລອດພື້ນຮອບດ້ານ ຕໍ່ໄປແຜ່ນດິນ ແລະ ຊີວິດຂອງປະຊາຊົນ ລາວ ຈະຕົກເປັນຂອງຊາຕອື່ນ ໂດຍຊອບແລະໄວວາກ້າວຫນ້າ ທັນຍຸກໂລກາພິວັດ ໄດ້ດັ່ງໃຈແທ້ໆ.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 08, 2012 10:39 AM

Pengjang

ຈາກ Mengjeng

สะบายดี พีนอ้งลาว. อยากให้พีน้องลาว ฟังทางนี้แด่เดี! ที่ลัดถะบานยืมเงิ่นมา ตั้งหลายนั้น มันเป็นแผนอย่างหนืง ของลัดถะบาน. จะเป็นแผนดี หรือ บ่อดี นั้น ข้าพะเจ้าก่อบ่อสามารถเว้าได้ดอก, แต่สามารถเว้าเป็นคำ สุพาสิด ของท่าน คงเบ้ง ได้ดังนี้เนี! ความคิดของ พะยาคุด นกกะจอก นั้นบ่อสามารถรู้ได้ดอก.
ถ้าผิดปะการใด ขอ อะไพนำเดี!
[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 08, 2012 10:29 AM

ຮັກເຊື້ອ

ຈາກ ແພງຊາດ

ລັດຖະບານບໍ່ຄວນ ທີ່ຈະຮີບຮ້ອນ ສະເໜີເປັນເຈົ້າພາບ ກອງປະຊຸມໃຫຍ່ ມີລະດັບສາກົນ ຂະໜາດນີ້ ໃນສະພາບເສດຖະກິດ ຍັງບໍ່ທັນລໍ່ແຫລມ ຄືປະຈຸບັນນີ້ເພາະມັນ ໃຊ້ງົບປະມານ ມາກມາຍມະຫາສານ, ຖ້ານຳເອົາງົບປະມານ ດັ່ງກ່າວໄປຂະຫຍາຍ ແລະບູລະນະຖະຫນົນຫົນທາງ ທີ່ເປ່ເພໃນປະຈຸບັນ ແລະຊື້ອຸປະກອນ ການແພດ ໃຫ້ໂຮງໝໍ ປັບປຸງ ການບໍລິການ ການແພດ ຂອງໂຮງໝໍລັດ ໃຫ້ດີຂື້ນຈະດີກວ່າ ແລະຂ້າພະເຈົ້າຄິດວ່າ ປະຊາຊົນສ່ວນຫລວງຫລາຍ ຂອງປະເທດກໍຕ້ອງການແບບນັ້ນ ປະຊຳຊົນເຂົາຮູ້ວ່າ ລາວເຮົາເປັນ ເຈົ້າພາບຊີເກມ ເສຍບືງທາດຫລວງ ເປັນເຈົ້າພາບ ກອງປະຊຸມອາເຊມ ເສຍຫາດດອນຈັນ.
[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 08, 2012 10:27 AM

Lao people

ຈາກ Vientiane

For the honor and imgage of the country to be wellknown worldwide . If we do not accept this time summit , it will take about over 100 years due to the round of the host of country members. Good for Laos.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Oct 08, 2012 10:23 AM