ກົມຄຸ້ມຄອງ ແຮງງານ ແລະ ສວັສດີກາຣ ສັງຄົມ ສປປລາວ ວ່າ ສິ່ງທີ່ຕ້ອງ ໃຫ້ມີກາຣ ປັບປຸງ ຢ່າງຮີບດ່ວນ ໃນເວລານີ້ ແມ່ນກາຣ ກະຈາຍ ຄວາມຮູ້ ກ່ຽວກັບ ກົດໝາຍ ແຮງງານ ໂດຽສະເພາະ ໃນເຂຕ ຊົນບົທ ຍ້ອນມີ ພວກແຮງງານ ຢ່າງຫລວງຫລາຍ ຍັງຖືກ ຜູ້ເປັນ ນາຍຈ້າງ ເອົາຣັດ ເອົາປຽບ ຕລອດມາ ດັ່ງເຈົ້າ ໜ້າທີ່ ກ່ຽວຂ້ອງ ເວົ້າວ່າ:
“ພວກເຮົາ ມັນມີ ຈຸດອ່ອນ ຢູ່ບ່ອນວ່າ ກາຣໂຄສະນາ ກົດໝາຍ ແຮງງານ ບໍ່ທັນ ກວ້າງຂວາງ ເນາະ ກຳກົດໝາຍ ແຮງງານ ບໍ່ໄດ້ ກໍມີ ຊ່ອງວ່າງ ເຮັດໃຫ້ ນາຍຈ້າງ ສໍ້ໂກງ ແຮງງານ ກ່ຽວກັບ ກາຣລ່ວງ ເວລາ ນີ້ແຫລະ ຊົ່ວໂມງ ລ່ວງເວລາ (ຫລື) OT ນີ້".
ເຈົ້າໜ້າທີ່ ໄດ້ແຈ້ງ ເພີ້ມວ່າ ໃນປັຈຈຸບັນ ກໍມີກາຣ ຮ້ອງຮຽນ ຈາກບັນດາ ແຮງງານ ຈຳນວນ ຫລວງຫລາຍ ຍ້ອນຖືກ ນາຍຈ້າງ ເອົາຣັດ ເອົາປຽບ ເປັນຕົ້ນ ກໍແມ່ນ ກາຣໃຫ້ ຄ່າຈ້າງ ກາຣເຮັດວຽກ ລ່ວງເວລາ ແລະ ຣະຍະ ເວລາ ຂອງກາຣ ເຮັດວຽກ ໃນແຕ່ລະມື້ ຊຶ່ງກໍເກີດ ຈາກບັນຫາ ທີ່ພວກ ແຮງງານເອງ ກໍບໍ່ເຂົ້າໃຈ ທາງດ້ານ ກົດໝາຍ ດັ່ງກ່າວ ນີ້ແຕ່ ປະກາຣໃດ.
ທ່ານກ່າວ ຢ້ຳວ່າ ວຽກງານ ໃນເມືອງລາວ ປັຈຈຸບັນ ມີຫລາຍ ເພີ່ມຂຶ້ນ ແລະ ກໍມີກາຣ ກະຈາຍໄປ ໃນຫລາຍ ເຂຕແຂວງ ຕາມເຂຕ ຊົນບົທ ກໍມີ ແຕ່ພວກ ຄົນງານ ສ່ວນຫລາຍ ກໍບໍ່ໄດ້ຮັບ ກາຣສຶກສາ ສູງ ແລະ ຍອມຮັບວ່າ ບໍ່ຮູ້ຈັກ ຫຍັງນຳ ທາງດ້ານ ກົດໝາຍ ແຕ່ຢ່າງໃດ ເລີຽ, ສະນັ້ນ ຈຶ່ງເຫັນ ສົມຄວນ ທີ່ຈະຕ້ອງ ໃຫ້ມີ ວີທີກາຣ ປະຊາສັມພັນ ເພື່ອໃຫ້ ປະຊາຊົນ ທີ່ເປັນພວກ ອອກແຮງງານ ໄດ້ຮຽນຮູ້ ເພື່ອບໍ່ໃຫ້ ຜູ້ເປັນ ນາຍຈ້າງ ເອົາຣັດ ເອົາປຽບ ພວກ ເຂົາເຈົ້າ ອີກຕໍ່ໄປ.