ລາວເລີ້ມສົນໃຈ ພາສາຈີນ

ກາຣສອບເສັງ ພາສາ ຈີນ ເພື່ອເປັນ “ຂົວເຊື່ອມໂຍງ” ຈັດຂຶ້ນ ຢູ່ ນະຄອນຫລວງ ວຽງຈັນ.
ຫວາດ ສີມູນ
2011-05-20
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-learn-chinese
ກາຣສອບເສັງ ພາສາຈີນ ເພື່ອເປັນ “ຂົວເຊື່ອມໂຍງ”
RFA

ກົດຟັງສຽງ

ກາຣສອບເສັງ ພາສາຈີນ ຕາມ ໂຄງກາຣ “ຂົວເຊື່ອມໂຍງ" ຈັດຂຶ້ນ ຢູ່ ມະຫາວິທຍາລັຍ ແຫ່ງຊາຕ ນະຄອນຫລວງ ວຽງຈັນ ໃນມື້ວັນ ພຣະຫັດ ຜ່ານມານີ້ ໂດຽມີ ນັກສຶກສາ ລາວ ທີ່ຮຽນ ພາສາ ແລະ ວັທນາທັມ ຈີນ 12 ຄົນ ໄດ້ຜ່ານ ຮອບຄັດເລືອກ ສອງຂັ້ນ ທຳອິດ ເພື່ອໄປຮ່ວມ ຮອບສຸດທ້າຍ ທີ່ມີ ກຳໜົດ ຈັດຂຶ້ນຢູ່ ປະເທສ ຈີນ ໃນທ້າຍປີ 2011 ນີ້ ຊຶ່ງກໍເປັນ ສ່ວນນື່ງ ຂອງໂຄງກາຣ ສົ່ງເສີມ ເຍົາວະຊົນ ໃຫ້ມີ ຄວາມຊຳນານ ດ້ານກາຣ ໃຊ້ພາສາ ແລະ ຮູ້ຈັກ ວັທນາທັມ ຈີນ ຫລາຍຂຶ້ນ.

ທ່ານ Long Dingbin ທີ່ປຶກສາ ທາງກາຣ ເມືອງ ຂອງ ສະຖານທູຕ ຈີນ ປະຈຳ ນະຄອນຫລວງ ວຽງຈັນ ກ່າວ ໃນພິທີ ເປີດວ່າ ການສອບເສັງ ປີນີ້ ເປັນເທື່ອທີ່ 10 ຫລັງຈາກ ທີ່ໄດ້ ເຣີ້ມແຕ່ ປີ 2002 ເປັນ ຕົ້ນມາ ເພື່ອ ສນັບສນູນ ເຍົາວະຊົນ ໃຫ້ແສດງອອກ ເຖິງຄວາມ ສາມາຖ ຂອງກາຣໃຊ້ ພາສາຈີນ ຕາມທີ່ ເຂົາເຈົ້າ ໄດ້ຮຽນມາ.

ກາຣສອບເສັງ ດັ່ງກ່າວ ຮວມທັງ ວິຊາຕ່າງໆ ເຊັ່ນ ວັທນາທັມ ພູມີສາຕ ປະວັຕສາຕ ຂອງຈີນ ພ້ອມກັບ ຄວາມສາມາຖ ໃນດ້ານອື່ນໆ ຊຶ່ງນັກສຶກສາ ລາວ ທັງໝົດ ກໍສາມາຖ ຜ່ານໄປ ໄດ້ດີ ພ້ອມຍັງ ສາມາຖ ຟ້ອນລຳ ຮ້ອງເພງ ຟ້ອນມວຍ ໄຕ໋ຈີ໊ ແລະ ແຕ້ມຕົວອັກ ສອນຈີນ ໄດ້ດີ ຢ່າງຄ່ອງແຄ້ວ ໂດຽແມ່ນ ທ້າວ ພູທະພອນ ສີຣິວົງ ອາຍຸ 20 ປີ ທີ່ເລືອກ ພາສາຈີນ ເປັນ ວິຊາເອກ ແລະ ກຳລັງຮຽນ ຢູ່ ມະຫາວິທຍາລັຍ ແຫ່ງຊາຕ ທີ່ ດົງໂດກ ເປັນຜູ້ ຊນະຣາງວັນ ທີ່ 1 ຊຶ່ງ ທ້າວ ພູທະພອນ ກໍໝັ້ນໃຈ ແລະ ມີຄວາມພ້ອມ ທີ່ຈະໄປ ແຂ່ງຮອບ ສຸດທ້າຍ ຢູ່ປະເທສ ຈີນ ໃນທ້າຍປີນີ້.

ກາຣສອບເສັງ ພາສາຈີນ ເພື່ອເປັນ ຂົວເຊື່ອມໂຍງ ດັ່ງກ່າວ ຖືກຈັດຂຶ້ນ ໂດຽກາຣ ຮ່ວມມື ຂອງທາງ ສະຖານທູຕ ສປຈີນ ແລະ ມະຫາວິທຍາລັຍ ແຫ່ງຊາຕ ລາວ ຕາມໂຄງກາຣ ສົ່ງເສີມ ເຍົາວະຊົນ ໃນທົ່ວໂລກ ໃຫ້ມີຄວາມ ສົນໃຈ ໃນກາຣຮຽນ ພາສາ ແລະ ຮູ້ຈັກ ວັທນາທັມ ຂອງຈີນ.