ຫລັງຈາກ ທີ່ມີການ ລາຍງານຂ່າວ ຈາກ ຫລາຍແຫລ່ງຂ່າວ ຮ່ວມທັງອົງການ ສາກົນ ວ່າໂຄງການ ສ້າງເຂື່ອນ ໄຊຍະບູຣີ ໄດ້ດຳເນີນ ການກໍ່ສ້າງໄປຢູ່ ເຖິງແມ່ນວ່າ ອົງການແມ່ນ້ຳຂອງ ໄດ້ຮຽກຮ້ອງ ໃຫ້ມີການ ໂຈະ ການກໍ່ສ້າງ ອອກໄປກ່ອນ ເພື່ອສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ກໍຕາມ.
ສຳນັກຂ່າວສານ ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງກະຊວງ ຕ່າງປະເທດໃນລາວ ກໍໄດ້ຄຳຕອບວ່າ ທາງການລາວ ໄດ້ໂຈະ ການກໍ່ສ້າງເຂື່ອນ ໄຊຍະບຸຣີ ຢ່າງແທ້ຈິງ ດັ່ງທານ ສີທອງ ຈິດໂຍທີນ ຫົວຫນ້າກົມຂ່າວ ກະຊວງ ຕ່າງປະເທດລາວ ກ່າວໃນຕອນນື່ງວ່າ:
"ກົມການຂ່າວເຈົ້າບໍ່ ບໍ່ທັນໄດ້ສ້າງ ຫຍັງນ໋າ ຍັງໂຈະໄວ້ກ່ອນ ຍັງໂຈະໃວ້ຢູ່ນ໋າ".
ແຫລ່ງຂ່າວ ທີ່ປະເທດໄທ ລາຍງານ ຂ່າວໃນມື້ວັນທີ 17 ເມສາ ວ່າ ບໍຣິສັດ ຊ ການຊ່າງ ຂອງໄທ ໄດ້ລົງນາມ ໃນສັນຍາ ກໍ່ສ້າງເຂື່ອນ ໄຊຍະບູຣີ ກັບບໍຣິສັດ ໄຊຍະບູຣີ ພາວເວີ ຂອງລາວ ແລະໄດ້ເລີ້ມຕົ້ນ ການ ກໍ່ສ້າງ ຕັ້ງແຕ່ວັນທີ 15 ມີນາ ປີ 2012 ແລ້ວນັ້ນ ເຮັດໃຫ້ເກີດ ຄວາມສັບສົນ ກ່ຽວກັບ ກໍຣະນີ ດັ່ງກ່າວ ແຕ່ຫົວຫນ້າ ກົມການຂ່າວ ຂອງລາວ ໃຫ້ການຢືນຢັນວ່າ ຣັຖບານລາວ ຍັງປະຕິບັດ ຕາມຂໍ້ຕົກລົງ ຂອງ ກອງປະຊຸມ ແມ່ນ້ຳຂອງ ທີ່ແຂວງສຽມຣຽບ ກຳພູຊາ ໃນວັນທີ 7-9 ທັນວາ ຜ່ານມາຢູ່ ຄືໂຈະ ການກໍ່ສ້າງຊົ່ວຄາວ ເພື່ອສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ຕື່ມອີກເສັຽກ່ອນ. ທ່ານວ່າ ການສຶກສາ ໃນປະເດັ່ນຕ່າງໆ ນັ້ນຕ້ອງໄດ້ ໂອ້ລົມ ປຶກສາກັນກັບ 4 ປະເທດລຸ່ມ ແມ່ນ້ຳຂອງ ເສັຽກ່ອນ.