ຊາວບ້ານຖືກເອົາປຽບ ຍ້ອນພນັກງານຣັດ

ເຈົ້າໜ້າທີ່ ພນັກງານ ພັກຣັດ ບາງຄົນ ປົກປ້ອງ ກຸ່ມ ບໍຣິສັດ ເອກກະຊົນ ເພື່ອຫລີກລຽງ ການເສັຽ ຄ່າຊົດເຊີຽ ໃຫ້ ປະຊາຊົນ.
ສົມເນ
2012-06-15
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ເຈົ້າໜ້າທີ່ ຜູ້ມີອໍານາດໃນການໃຫ້ ສັມປະທານ ທີ່ດິນ ຮ່ວມມື ກັບ ບໍຣິສັດ ເອກກະຊົນ ເພື່ອຫລີກລຽງ ການຈ່າຍເງິນ ຄ່າຊົດເຊີຽ ທີ່ດິນໃຫ້ ປະຊາຊົນ ເຖິງແມ່ນວ່າ ມີກົດໝາຍ ແລະ ສັນຍາບົ່ງໄວ້ ແລ້ວກໍຕາມ. ຕາມການ ເປີດເຜີຽ ຂອງເຈົ້າໜ້າທີ່ ກະຊວງ ຊັພຍາກອນ ນໍ້າ ແລະ ທັມມະຊາດ:

"ສ່ວນມາກ ເອກກະຊົນ ມັນບໍ່ທໍາຕາມ ເພາະວ່າມັນ ມີຄົນຂອງ ພາກຣັຖ ບາງຄົນ ໜູນຫລັງ ເຂົາເຈົ້າ ແຕ່ບໍ່ແມ່ນ ທັງໝົດ. ປະຊາຊົນ ມັນກໍບໍ່ ຕ່າງກັນ ບໍ່ຕ່າງກັນ ຢູ່ພື້ນທີ່ໃດ ປະຊາຊົນ ກໍເສັຽປຽບ ຢູ່ແລ້ວ ຄືສິດອໍານາດ ແທ້ໆ ບໍ່ໄດ້ຢູ່ທີ່ ປະຊາຊົນ".

ທ່ານວ່າ ເຣື້ອງ ຄ່າຊົດເຊີຽນີ້ ປະຊາຊົນ ບໍ່ຄ່ອຍໄດ້ຮັບ ຄວາມເປັນທັມ ເທົ່າໃດ ບາງ ກໍຣະນີ ບໍຣິສັດ ເອກກະຊົນ ຮ່ວມມືກັບ ເຈົ້າໜ້າທີ່ ທາງການ ໃຫ້ຄ່າຊົດເຊີຍ ປະຊາຊົນ ທີ່ ສູນເສັຽ ທີ່ດິນ ດ້ວຍການ ແຈກຢາຍ ເຂົ້າສານ 10 ຕັນ ໃຫ້ ປະຊາຊົນ ລະຫ່ວາງ 400-500 ຄົນ. ເມື່ອຄິດສະເລັ່ຽ ແລ້ວ ປະຊາຊົນ ຈະໄດ້ ເຂົ້າສານ ຄົນລະ ປະມານ 20  ກິໂລ ເທົ່ານັ້ນ ແລ້ວມັນ ຈະເປັນທັມ ໄດ້ແນວໃດ. ນອກຈາກການ ເອົາປຽບ ປະຊາຊົນ ໃນເຣື້ອງ ຄ່າຊົດເຊີຽ ແລ້ວ ທ່ານວ່າ ຍັງມີ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ນັ້ນ ຮັບສິນບົນ ສໍ້ຣາສ ບັງຫລວງ ອີກ:

"ມັນກໍຕ້ອງ ມີສ່ວນກ່ຽວ ແນ່ນອນ ຜູ້ວາງ ນະໂຍບາຍ ບາງຄົນ ມັນກໍຕ້ອງ ມີສ່ວນ ແຕ່ບໍ່ໝາຍ ຄວາມວ່າ ທັງໝົດ. ມອບທີ່ດິນ ໃຫ້ຊາວບ້ານ ແຕ່ວ່າ ສ່ວນໃຫ່ຽ ທີ່ດິນ ທີ່ມອບໄປ ໄປຕົກເປັນ ກັມມະສິດ ຂອງ ນາຍທືນ".

ທ່ານເວົ້າວ່າ ການໃຊ້ອໍານາດ ເກີນຂອບເຂດ ເອົາລັດ ເອົາປຽບ ປະຊາຊົນ ນີ້ມັນມີຢູ່ ຖົມເຖໄປ ເພາະວ່າ ເຈົ້າໜ້າທີ່ ຂາດຄວາມ ຮັບຜິດຊອບ ຕໍ່ໜ້າທີ່.

ຄໍາເຫັນ (3)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

Country boy

ຈາກ Vientaine

Lao government must authorise the independ auditor/checkers to check and assess the projects in Laos before Lao government approval made - to do this it can help govenment to check and monitor the project to ensure all are going well and stastified and fair for lao people who effected from the projects

Jun 25, 2012 12:09 AM

independent

ຈາກ global

ALWAYS, NO REAL JUSTICE IN THIS COUNTRY! THAT'S ALL.

Jun 16, 2012 04:08 PM

ຄ.ນະຄຳມ່ວນ

ຈາກ ຄຳເກີດ

ຄວາມມະຫັສຈັນ,ເກີດຢູ່ໃນຕົວຄົນ,ແຕ່ເລີກມາກຍາກ ຈະສັງເກດເຫັນ,ສຸຂຫລືທຸກຂ໌ ທີ່ມີຢູ່ຄູ່ເຊົ້າແລະເຢັນ, ຫລອກລວງເຮົາ ໃຫ້ໂງ່ຈ້າລ້າຫລັງເຂົາ,ແຕ່ທີ່ແທ້ແມ່ນທຸກຂ໌ ຫລອກວ່າສຸຂ ໃຫ້ພວກໂງ່ຈ້າໄດ້ຫລົງໄຫລ,ຈະຫາແຕ່ໄດ້ໃນ ຄວາມສຸຂແຫ່ງທຸກຂຸທົນ,ມັນເປັນສີພຽງນອກໃຈໄວ້ ຫລອກຄົນ,ແທ້ໆໄດ, ເພື່ອນຮ່ວມຊາຕລາວເຮົາເອີຍ!!

Jun 16, 2012 10:06 AM