ພາຍຫລັງທີ່ທາງ ຄນະເຄືອຂ່າຍ ຄັດຄ້ານ ຂອງຊາວບ້ານ ໃນເຂຕລຸ່ມ ແມ່ນ້ຳຂອງ ໃນປະເທສໄທຽ ໄດ້ຍື່ນກ້ານຟ້ອງ ຕໍ່ສາລໄທຽ ເພື່ອໃຫ້ສັ່ງ ຍົກເລີກ ໂຄງກາຣສ້າງເຂື່ອນ ໄຊຍະບູຣີ ໃນວັນອັງຄາຣ ຜ່ານມານັ້ນ ເຮັດໃຫ້ທາງ ສັງຄົມອອນໄລນ໌ ຂອງລາວ ມີຄຳຖາມວ່າ “ເປັນຫຍັງ ຈື່ງມີກາຣ ຄັດຄ້ານ ໂຄງກາຣ ທີ່ຈະເຮັດ ໃຫ້ລາວ ໄດ້ຮັບ ຜົລປະໂຍຊນ໌” ກ່ຽວກັບເຣື່ອງນີ້ ທາງເອເຊັຽເສຣີ ກໍໄດ້ສອບຖາມ ໄປຍັງ ຜູ້ຊ່ຽວຊານ ດ້ານກາຣ ສ້າງເຂື່ອນ ຜູ້ໜຶ່ງ ໃນເມືອງລາວ ຊຶ່ງທ່ານ ກໍໃຫ້ ຄວາມເຫັນວ່າ:
“ນັກລົງທຶນມັນ ກໍຫວັງຜົລກຳໄຣ ລະເນາະ ຖ້າທຽບໃສ່ ປະຊາຊົນຄື ລຸ່ມແມ່ນ້ຳຂອງ ເຮົານີ້ 60 ລ້ານ ຄົນນີ້ ຫາກເຮົາສິໄລ່ ຄ່າເສັຍຫາຍ ນີ້ ຜົລໄດ້ຮັບ ກັບ ຜົລເສັຽຫາຍ ມັນບໍ່ພໍ ເທົ່າໃດເນາະ ເຮົາເສັຽຫລາຍກ່ອນ ເພາະມັນເປັນ ບັນຫາ ສ່ວນຮວມເນາະ ແມ່ນ້ຳທຸກຄົນ ໄດ້ໃຊ້ ເຮົາຕ້ອງໄດ້ ອອກຂ່າວ ຫລືວ່າ Publication ໃຫ້ເຂົ້າໃຈ ບັນຫາວ່າ ອັນນີ້ແມ່ນ ບັນຫາ ຂອງໝົດທຸກຄົນ”.
ໃນຂນະດຽວກັນ ທ່ານກໍວ່າ ຜົລຂອງກາຣ ສຳຣວຈວິຈັຍ ຂອງອົງກາຣ ຫລາຍແຫ່ງ ມີກາຣແສດງ ໃຫ້ເຫັນແລ້ວວ່າ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ດັ່ງກ່າວ ຈະບໍ່ແມ່ນແຕ່ ສະເພາະ ປະຊາຊົນລາວ ແລະຊາວໄທຽ ເທົ່ານັ້ນ ແຕ່ກໍຫາກ ຈະກວມໄປເຖີງ ຊາວກັມພູຊາ ແລະ ຊາວວຽຕນາມ ນຳດ້ວຍ ສະນັ້ນ ພວກທີ່ເຂົ້າໃຈດີ ກ່ຽວກັບ ຜົລກະທົບ ດັ່ງກ່າວ ຈື່ງພາກັນ ພຍາຍາມ ສກັດກັ້ນ ບໍ່ໃຫ້ສ້າງເຂື່ອນ ດັ່ງກ່າວນີ້ ແຕ່ຢ່າງໃດ.
ນອກຈາກນັ້ນ ທ່ານກໍວ່າ ປະຊາຊົນລາວ ທີ່ອາສັຍຢູ່ ຕາມເຂຕພື້ນທີ່ ກາຣກໍ່ສ້າງ ບໍ່ຕໍ່າກວ່າ 2,000 ຄົນ ກໍຈະຕ້ອງໄດ້ ເຄື່ອນຍ້າຍ ອອກໄປອາສັຍ ຢູ່ບ່ອນໃໝ່ ແລະ ປະຊາຊົນ ຊາວກັມພູຊາ ຫລາຍກວ່າ 70% ທີ່ມີອາຊີພ ກາຣປຣະມົງ ກໍຈະໄດ້ຮັບ ຜົລກະທົບ ນຳອີກ ເຊັ່ນດຽວກັນ ກັບຊາວວຽຕນາມ ທີ່ຈະໄດ້ຮັບ ຜົລກະທົບ ເຊັ່ນກັນ. ພ້ອມດຽວກັນນີ້ ຊາວ ນະຄອນພະນົມ ທີ່ບໍ່ເຫັນພ້ອມນຳ ໂຄງກາຣ ສ້າງເຂື່ອນ ໄຊຍະບູຣີດັ່ງ ກ່າວກໍວ່າ:
“ພວກເຮົາໄດ້ ເຮັດງານວິຈັຍ ແລ້ວ ມັນເກີດຄວາມ ເສັຍຫາຍ ໂດຽສະເພາະ ພວກປາ ລັກສະນະ ຂອງປາມັນ ເປັນເຣື່ອງ ຂອງອາຫາຣ ເຮົາເຫັນຊັດເຈນ ແລະ ຄືຢູ່ໃນ ເຂື່ອນ ຈີນນ໋ະ ເຂື່ອນຈີນນີ້ ຄືບັນຫານ໋ະ ທີ່ເຂົາສ້າງໄວ້ 4 ເຂືອນ ດ໋ຽວນ້ຳຂຶ້ນ ນ້ຳລົງ ຢູ່ຕໍາບົລ ພຮະກາງທົ່ງ ແຂວງນະຄອນ ພະນົມ ນີ້ ນ້ຳແຫ້ງ ນ້ຳແຫ້ງຂອດເລີຽ ຈົນຍ່າງຂ້າມ ຫ້ວຍ ກັນ ຢູ່ຄອນປາແດກ ດຽວນີ້ມັນ ອັນນັ້ນ ມັນໄກ ເຮົາຍັງມີ ຜົລກະທົບ ບັດນີ້ຢູ່ໃກ້ໆ ເຮົາ ມັນສິຂນາດໃດ໋?”
ຢ່າງໃດກໍຕາມ ກາຣທີ່ປະຊາຊົນ ຊາວໄທຽ ໄດ້ພາກັນ ຮຽກຮ້ອງ ໃຫ້ຍຸຕິໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ກໍຍ້ອນບໍ່ຢາກ ໃຫ້ໄດ້ຮັບ ຜົລກະທົບ ຕື່ມອີກ ຊຶ່ງປັຈຈຸບັນ ປະຊາຊົນ ທີ່ອາສັຍ ຢູ່ຕາມເຂຕ ລຸ່ມແມ່ນ້ຳຂອງ ກໍໄດ້ຮັບ ຄວາມເດືອດຮ້ອນ ຈາກກາຣສ້າງເຂື່ອນ ຫລາຍແຫ່ງ ຢູ່ໃນປະເທສຈີນ ນັ້ນຢູ່ແລ້ວ.