ວັຍລຸ້ນລາວຖືກແຊກແຊງ ຈາກສັງຄົມຕ່າງດ້າວ

ຊາວ ນະຄອນຫຼວງ ວຽງຈັນ ທ່ານນື່ງ ເວົ້າວ່າ ຊາຍນໜຸ່ມ ຍິງສາວລາວ ທຸກມື້ນີ້ ພາກັນເຮີ່ ການນຸ່ງຖື ແບບດາຣາ ໃນທີວີ ນິຍົມ ເຄື່ອງໃຊ້ ຣາຄາແພງ.
ສິດນີ
2011.12.29

ກົດຟັງສຽງ

ໃນ ປັດຈຸບັນ ຊາຍໜຸ່ມ ຍີງສາວລາວ ໃນ ຕົວເມືອງໃຫຍ່ ເປັນສ່ວນຫຼາຍ ພາກັນເຮີ່ ນໍາຄ່ານິຍົມ ຂອງສັງຄົມ ເພື່ອນບ້ານ ທີ່ເຫັນໃນ ທີວີ ຈົນຫຼົງລືມ ວັທນະທັມ ອັນດີງາມ ປະຈໍາຊາດ ຂອງຕົນ ເຊັ່ນ ການເຄົາຣົບ ຢໍາເກັງ ຜູ້ສູງອາຍຸ ເປັນຕົ້ນ ສາເຫດ ສ່ວນໃຫຍ່ ເກີດມາຈາກ ຄ່ານິຍົມ ທາງດ້ານວັດຖຸ ເພາະການ ເປີດກວ້າງ ດ້ານເສຖກິດ ແລະ ສັງຄົມ ໃນລາວ. ຜູ້ປົກຄອງ ທ່ານນື່ງ ເວົ້າວ່າ:

"ມີຈຳນວນນື່ງ ລູກໄປດື່ມ ເດິກດື່ນ ຜູ້ຊາຍ ກໍບໍ່ດີ ຜູ້ຍີງ ກໍບໍ່ດີ ນື່ງໂມງ ສອງໂມງ ກໍບໍ່ມາບ້ານ  ຜູ້ເປັນພໍ່ ເປັນແມ່ ກໍຕັກເຕືອນ ບໍ່ໄດ້ ບໍ່ໄດ້ເວົ້າ ບໍ່ໄດ້ວ່າ ຫລືອີກ ຈຳນວນນື່ງ ບໍ່ໄດ້ເຮັດວຽກ ເຮັດງານ ອີ່ຫຍັງ ແຕ່ວ່າ ມີເງີິນ ໃຊ້ເງິນຈ່າຍ ສ້າງຄວາມ ຫຍຸ້ງຍາກ ລຳຄານ ອັນນັ້ນອັນນີ້ ຜູ້ເປັນພໍ ເປັນແມ່ ກໍບໍ່ໄດ້ຮ່ຳ ໄດ້ຮຽນ ກໍບໍ່ໄດ້ ສົນໃຈຫຍັງ ອັນນີ້ມັນ ກໍມີບັນຫາ".

ທ່ານກ່າວ ຕໍ່ໄປວ່າ ປັດຈຸບັນ ເປັນຍຸກ ຂອງ ການສື່ສານ ທີ່ທັນສມັຍ ເຮັດໃຫ້ ຊາຍໜຸ່ມ ຍິງສາວລາວ ໄດ້ຮັບຂໍ້ມູນ ທີ່ຫຼາກຫຼາຍ ທາງເຄືອຂ່າຍ ອິນເຕິແນັດ ຖ້າຫາກ ຊອກຫາ ຂໍ້ມູນ ທີ່ເປັນປໂຍດ ຕໍ່ການຮຽນ ກໍສົມຄວນ ມີໄວ້ໃຊ້ ແຕ່ບາງຄັ້ງ ຂໍ້ມູນ ທີ່ຊອກຫາ ກໍສົ່ງຜົລ ໃຫ້ເກີດ ປາກົດການ ຫຍໍ້ທໍ້ ຕໍ່ສັງຄົມ ທີ່ຮ່ວມດ້ວຍ ການກະທຳ ຜິດກົດຫມາຍ ຕ່າງໆ.

ການແກ້ໄຂ ບັນຫາ ດ່ັງກ່າວ ທາງການລາວ ກໍແນບນໍາ ໃຫ້ໜ່ວຍງານ ທີ່ກ່ຽວຂ້ອງ ຮວມກັບພໍ່ແມ່ ຜູ້ປົກຄອງ ໃຫ້ການ ແນະນຳ ລູກເຕົ້າ ຂອງຕົນ ທັງຂໍຄວາມ ຮ່ວມມືຈາກ ທາງໂຮງຮຽນ ແລະ ໃນຄຸ້ມບ້ານ ຕ່າງໆ ໃຫ້ຊ່ວຍກັນ ເພື່ອຄວາມເປັນ ຣະບຽບ ຮຽບຮ້ອຍ ຂອງສັງຄົມ ໃນຊາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.