ອົງການ ນິຣະໂທດກຳ ສາກົນ ອອກບົດງານ ປະຈຳປີ ກ່ຽວກັບລາວ ໃນປີ 2012 ວ່າ ຣັຖບານລາວ ຍັງສືບຕໍ່ ຄວບຄຸມ ການອອກຂ່າວ, ການເຄື່ອນໄຫວ ທາງດ້ານການເມືອງ, ຣະບົບ ການຍຸທຕິທັມ ແລະ ກິຈກຳທາງ ດ້ານສັງຄົມ ສິດທິ ການສແດງອອກ ການປາກເວົ້າ ແລະ ການຊຸມນຸມ ແບບສັນຕິ ຍັງມີການກີດກັ້ນຢູ່. ສປປລາວ ຂາດຄວາມໂປ່ງໄສ ທາງເຣື່ອງຂ່າວສານ ແລະ ຂາດຂໍ້ມູນ ຫລັກຖານ ຫລາຍຢ່າງ ເຮັດໃຫ້ການ ສີ້ງຊອມ ດ້ານສິດທິມະນຸດ ຈາກກຸ່ມເອກຣາຊ ຍາກໃນການທຳງານ.
ລາຍງານແຈ້ງວ່າ ຢ່າງນ້ອຍ ຍັງເຫລືອ ນັກໂທດການເມືອງ ທີ່ຍັງມີຊິວິດຢູ່ ໃນຄຸກໃນລາວຢູ່ 3 ຄົນ ສ່ວນເຫລືອ ອາດເສັຽຊິວິດ ຫມົດແລ້ວ. ຍັງມີ ລາຍງານ ການນາບຂູ່ ແລະ ກົດຂີ່ຂົ່ມເຫັງ ຊາວຄຣິສຈຽນ ໃນລາວ. ຊາຕາກັມ ຂອງຊາວມົ້ງ ຜູ້ທີ່ຖືກພັກດັນ ໃຫ້ກັບລາວຈາກໄທ ເມຶ່ອສອງ-ສາມປີ ຫລັງໆມານີ້ ຍັງບໍ່ແນ່ນອນເທື່ອ ຍັງຖືກ ສີ້ງຊອມ ພືດຕິກັມ ຈາກເຈົ້າຫນ້າທີ່ ລາວຕລອດ. ໂທດປະຫານຊິວິດ ຖືກກຳນົດໃສ່ ກຸ່ມຄ້າຢາເສບຕິດ ແຕ່ເທົ່າເຖິງປັດຈຸບັນ ຍັງບໍ່ມີ ຜູ້ໃດຖືກຈັບ ແລະ ຖືກປະຫານຊິວິດເທື່ອ. ທາງການລາວ ມີການລັ່ງເລໃຈ ໃນການເລື່ອນ ການສ້າງ ເຂື່ອນໄຊຍະບູຣີ ທັ້ງໆທີ່ ຫລາຍປະເທດ ແລະ ກຸ່ມນັກເຄື່ອນໄຫວ ເປັນຫວ່ງ ແລະ ກັງວົນ.
ລາຍງານຣະບຸ ຕໍ່ໄປວ່າ ຫົວຫນ້ານັກສຶກສາ ທີ່ຖືກຈັບໃນປີ 1999 ຖານ ປະທ້ວງຣັຖບານ ເຊັ່ນ ນາຍ ທອງປະເສີດ ເກື້ອກຸນ ນາຍ ບົວວັນ ຈັນມະນີວົງ ແລະ ນາຍ ແສງອາລຸນ ແພງພັນ ຍັງບໍ່ຮູ້ຊາຕາກຳ ເຖີງແມ່ນວ່າ ຂະເຈົ້າຈະພົ້ນ ກຳນົດ ການກັກຂັງ ຂອງພວກຂະເຈົ້າ 10 ປີແລ້ວກໍ່ຕາມ.
ທາງການລາວ ປະຕິເສດ ທີ່ຈະໃຫ້ ຄວາມກະຈ່າງແຈ້ງ ເມື່ອ ຖືກຖາມ ຈາກອົງການສາກົນ ໃນການ ຂໍອຸທອນໂທດ. ຄຸນພໍ່ສອງຄົນ ທີ່ຖືກຈັບ ຢູ່ແຂວງ ຄຳມ່ວນ ຍ້ອນຈັດ ພິທີໄຫວ້ ພຣະເຈົ້າໃນຊ່ວງ ບຸນຄຣິສມາດ ໂດຍບໍ່ໄດ້ ຮັບອະນຸຍາດ ຖືກລົງໂທດ ຢ່າງໂຫດຫ້ຽມ ໃນຄຸກ ເປັນເວລາ 6 ເດືອນ.