ທາງການລາວໂຈະ ສັມປະທານທີ່ດິນ

ສປປລາວ ຈຳເປັນ ຕ້ອງໄດ້ ໂຈະ ການ ສັມປະທານ ພື້ນທີ່ ປູກໄມ້ ອຸຕສາຫະກັມ ແລະ ຂຸດຄົ້ນ ບໍ່ທາຕຕ່າງໆ ໃນທົ່ວ ປະເທສ ຍ້ອນບໍ່ມີ ທີ່ດິນ ພຽງພໍ.
ຫວາດ ສີມູນ
2012-06-28
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-rubber-tree
ພື້ນທີ່ດິນ ທີ່ໃຊ້ປູກ ຕົ້ນຢາງພາລາ ໃນພາກໃຕ້ ຂອງລາວ
gotoknow

ໃນປັຈຈຸບັນ ນີ້ ທາງກາຣ ສປປລາວ ຈໍາເປັນຕ້ອງໄດ້ ໂຈະ ກາຣໃຫ້ ສັມປະທານ ພື້ນທີ່ປູກ ຕົ້ນໄມ້ ອຸຕສາຫະກັມ ແລະ ກາຣລົງທຶນ ຕາມໂຄງກາຣ ຂຸດຄົ້ນ ບໍ່ແຮ່ທາຕ ຕ່າງໆ ໃນ ທົ່ວປະເທສ ໄວ້ກ່ອນ ຍ້ອນບັນຫາ ບໍ່ມີທີ່ດິນ ພຽງພໍ. ດັ່ງເຈົ້າໜ້າທີ່ ກະຊວງ ແຜນກາຣ ແລະ ກາຣລົງທຶນ ທ່ານໜຶ່ງ ໄດ້ກ່າວວ່າ:

"ຕອນນີ້ນີ໊ ກາຣຈັດສັນ ທີ່ດິນ ພວກເຮົາຍັງ ສັບສົນ ເພາະວ່າ ໂດຽສ່ວນຫລາຍ ເຮົາຈະເຮັດ ປູກຕົ້ນໄມ້ ເສຖກິຈ ຈະຕ້ອງກາຣ ເນື້ອທີ່ກວ້າງ ຕ້ອງເປັນທີ່ ຈອດກັນ ແຕ່ພວກເຮົາ ນີ້ມີຢູ່ ກະແຈກ ກະຈາຍ ຈັງຊັ້ນມັນຈຶ່ງ ໄປສັບສົນ ໃນກາຣ ຈະໄປຍຶດຢູ່ ໃຫ້ມັນໄດ້ ເນື້ອທີ່ໆ ເຂົາເຈົ້າ ຕ້ອງກາຣ ຈັງຊັ້ນ ພວກເຮົາ ຈຶ່ງຂໍໂຈະ ໄວ້ກ່ອນ ເພື່ອຈະມາ ສຳຣວຈ ເນື້ອທີ່ດີນ ກ່ອນ ແລະ ພວກເຮົາຈະ ເປີດອີກຕື່ມ ປະມານປີ 2015 (ກໍເປັນໄດ້)".

ພ້ອມດຽວກັນນີ້ ທ່ານກໍວ່າ ສຳຫລັບ ກາຣລົງທຶນ ທາງດ້ານ ຂຸດຄົ້ນ ບໍ່ແຮ່ທາຕ ຕ່າງໆ ກໍມີກາຣ ໂຈະ ໄວ້ເຊັ່ນກັນ ນອກຈາກ ຈຳພວກ ໂຄງກາຣ ທີ່ທາງຣັຖບາລ ໄດ້ໃຫ້ ອະນຸຍາຕ ໄປແລ້ວ ນັ້ນ. ດັ່ງທີ່ທ່່ານ ໄດ້ໃຫ້ກາຣ ຊີ້ແຈງ ເພີ່ມວ່າ:

"ອັນນີ້ກໍໂຈະ ຄືກັນ ສະເພາະທີ່ ສເນີຂຶ້ນມາໃໝ່ ເຫຕຜົລ ກໍຄືພວກເຮົາ ຢາກສຳຣວຈ ຕົວຈິງ ຕື່ມເທື່ອໜຶ່ງ ແລະ ກໍຈະໄປເບີ່ງ ຕາມບັນດາ ບໍຣິສັທ ທີ່ເຮັດແລ້ວວ່າ ມັນມີ ປະສິທທິ ຜົລຊໍ່າໃດ ຜົລຕອບແທນ ມັນໄດ້ຈັ່ງໃດ ກວດກາຄືນ ບໍຣິສັທ ທີ່ອະນຸຍາຕ ໄປແລ້ວ ວ່າມັນໄດ້ ຜົລຕອບແທນ ຊໍ່າໃດ ແລະ ເຮົາຄວນສິເປີດ ຕໍ່ຫລື ບໍ່ເປີດ? ອັນນັ້ນອີກ ເຣື່ອງໜຶ່ງ".

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງເພີ່ມວ່າ ສາເຫຕ ສໍາຄັນ ອີກອັນໜຶ່ງນັ້ນ ກໍເພື່ອກວດກາ ຄືນໃໝ່ ຕາມສັນຍາ ທີ່ໄດ້ຕົກລົງກັນ ເພື່ອຢາກຮູ້ວ່າ ທາງ ບໍຣິສັທ ໄດ້ເຮັດ ຄົບຖ້ວນ ໄປໝົດ ແລ້ວຫລືບໍ ຊື່ງ ທາງກາຣລາວ ກໍຕ້ອງໃຊ້ ເວລາ ເພື່ອຈະໃຫ້ ສາມາຕ ກວດກາ ທັງໝົດ ໃຫ້ໄດ້.

ຄໍາເຫັນ (4)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ຄ.ນະຄຳມ່ວນ

ຈາກ ຄຳເກີດ

ເຖິງແມ່ນຄິດໄດ້ຊ້າກໍ່ເປັນການເລີ່ມຕົ້ນໃນທິດທາງດີ, ຄິດເຫັນຜົລປະໂຍຊນ໌ຂອງຊາຕແລະປະຊາຊົນເປັນລັກ, ຄາຍຄວາມຢາກເຫັນແກ່ປາກແລະທ້ອງແບບບໍ່ຮູ້ພໍ, ການປະຕິບັຕພາລະກິຈໄດໆກໍ່ຕາມ,ຜູ້ເຮັດແທ້ທຳຈິງຍ່ອມ ມີຄວາມພາດພັ້ງ,ຖ້າບໍ່ມີຄວາມພິດພາດ,ກໍ່ແມ່ນຜູ້ນັ້ນ ບໍ່ໄດ້ເຮັດຫຽັງໝົດ,ສະນັ້ນສິ່ງທີ່ພິດສັງຄົມກໍ່ຈະໃຫ້ອະໄພໄດ້, ຂໍໃຫ້ຕັ້ງໃຈສືບຕໍ່ໃນທາງທີ່ດີ,ເພື່ອປະເທສຊາຕ,ເພື່ອປະຊາຊົນ ແລ້ວ ສັງຄົມລາວເຮົາກໍ່ຈະມີສັນຕິພາບໃນໂອກາດຕໍ່ໄປ, ຂໍສັນລະເສີນແລະສະແດງຄວາມ ຄອບໃຈມາຍັງທຸກພາກສ່ວນ ທີ່ຮູ້ທັນເຫດການມາພ້ອມນີ້ດ້ວຍ.

Jul 04, 2012 06:51 AM

ວັນນະສອນ

ຈາກ ວຽງຈັນ

ເປັນຫຍັງບໍ່ເວົ້າວ່າ ການສຳປະທານຕ່າງໆ ມັນມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງຊາວບ້ານຫຼາຍ. ປະຈຸບັນ ລັດຖະບານບໍລິຫານປະເທດ ຄືບໍ່ມີຊາວບ້ານ ເຮັດຄືວ່າລັດຖະບານເປັນເຈົ້າຂອງປະເທດພຽງຄົນດຽວ, ອັນນີ້ຕ້ອງໄດ້ລະວັງ ບຶດໜຶ່ງຈະເຮັດໃຫ້ບັ້ງອົດຂອງປະຊາຊົນແຕກ!

Jul 02, 2012 04:02 AM

ຝັນຕອນແຈ້ງ

ຈາກ ຊຽງຂວາງ

ສຳນຶກເຫັນຈຸດອ່ອນໄດ້ມັນກໍ່ເປັນການດີແກ່ຊາຕແລະປະຊາຊົນ, ເພາະທຸກສິ່ງໃນໂລກນີ້ມັນມີສອງດ້ານຄື: ດີ ແລະ ບໍ່ດີ,ທຸກຄົນ ສາມາດເລີ່ມສ້າງສິ່ງທີ່ດີໆໃນປັຈຈຸບັນໄດ້ ແລ້ວ ໄປປະສົບຜົລສຳເລັດອັນປະເສີດເລີດລ້ຳໃນອານາຄົດ ຢ່າງບໍ່ຕ້ອງສົງໃສ ໄດ້ດ້ວຍຄວາມຕັ້ງໃຈ.

Jun 30, 2012 08:46 AM

ຜູ້ອ່ານທີ່ບໍ່ອອກຊື່

I am agree 100%

Jun 28, 2012 10:06 PM