ເຂື່ອນໄຟຟ້າທ່າຄໍ້ ເມືອງໂຂງ

ໂຄງກາຣ ເຂື່ອນໄຟຟ້າ ທ່າຄໍ້ ໃກ້ຈະເຣີ່ມ ລົງມື ກາຣກໍ່ສ້າງ
ຫວາດ ສີມູນ
2012-08-03
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
f-thakhor
ເຂື່ອນທ່າຄໍ້ ເຂຕເມືອງໂຂງ ແຂວງຈຳປາສັກ
Photo: RFA

ໂຄງກາຣ ເຂື່ອນໄຟຟ້າ ນ້ຳຕົກທ່າຄໍ້ ໃນພື້ນທີ່ ເຂຕເມືອງໂຂງ ແຂວງຈຳປາສັກ ກຳລັງຈະມີກາຣ ລົງມືກໍ່ສ້າງ ພາຍຫລັງທີ່ ມີກາຣສຶກສາ ສຳຣວຈ ແລະ ຜ່ານບົທຣາຍງານ ໃນດ້ານ ສິ່ງແວດລ້ອມ ແລະ ສັງຄົມ ເທື່ອສຸດທ້າຍ ຢ່າງເປັນທາງກາຣ ໄປແລ້ວນັ້ນ ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ທ່ານໜຶ່ງ ໄດ້ກ່າວວ່າ:

“ໂຄງກາຣທ່າຄໍ້ ເພິ່ນກໍສິ (ເຮັດ) ເປັນແບບຝາຍ ນໍ້າລົ້ນ ບໍ່ແມ່ນ ບໍ່ໄດ້ກັ້ນຫຍັງ ເປັນແບບ integrate ເຂົ້າໄປ ຄວາມຄືບໜ້ານີ້ ບົທຕົວນີ້ ເຂົາກໍສຶກສ າສີ່ງແວດລ້ອມຜ່ານ”

ພ້ອມດຽວກັນນີ້ ທ່ານກໍວ່າ ໂຄງກາຣ ເຂື່ອນໄຟຟ້າ ນ້ຳຕົກທ່າຄໍ້ ດັ່ງກ່າວ ເປັນໂຄງກາຣ ພັທນາ ທີ່ຍືນຍົງ ທີ່ຢູ່ຫ່າງຈາກ ຊາຍແດນກັມພູຊາ 15 ກິໂລແມ໊ຕ ໂດຽມີກາຣ ອອກແບບ ເປັນລັກສະນະ ຄອງສົ່ງນ້ຳ ໄຫລຜ່ານເຄື່ອງຈັກ ໂດຽທີ່ບໍ່ມີ ຕົວເຂື່ອນ ແລະ ບໍ່ມີອ່າງເກັບນ້ຳ ພຽງແຕ່ ໃຊ້ຄວາມສູງ ຂອງນໍ້າຕົກ ຕາມທັມຊາຕ ໃນເຂຕນ້ຳຕົກ ຄອນພະເພັງ ໂດຽມີກາຣ ປ່ອຍນ້ຳສ່ວນໜຶ່ ງຢູ່ທາງຂ້າງເທີງ ໃຫ້ຕົກລົງໃສ່ ຄອງສົ່ງນ້ຳ ທີ່ສ້າງຂຶ້ນໃໝ່ ແລະ ເປັນທີ່ຄາດວ່າ ຈະສາມາຕ ຜລິຕກະແສໄຟຟ້າ ໄດ້ໃນປະມານ 86-172 ເມກະວັຕ ສຳຫລັບໃຊ້ ຢູ່ພາຍໃນ ເປັນຫລັກ ແລະ ເພື່ອສົ່ງຂາຍ ໃຫ້ປະເທສເພື່ອນບ້ານ.

ຢ່າງໃດກໍຕາມ ສຳຫລັບ ຂັ້ນຕອນ ຂອງກາຣອອກແບບ ແລະ ກາຣກໍ່ສ້າງນັ້ນ ທ່ານກໍວ່າ ທາງກະຊວງ ກ່ຽວຂ້ອງຂອງລາວ ຍັງບໍ່ທັນ ເປີດເຜີຍເທື່ອວ່າ ຈະໃຫ້ ສັມປະທານ ແກ່ບໍຣິສັທໃດ ກັນແທ້ ແລະ ໃນຂະນະດຽວກັນ ກໍວ່າ ພາຍຫລັງທີ່ ມີກາຣສຶກສາ ສຳຣວຈແລ້ວນັ້ນ ກໍມີກາຣຢືນຢັນວ່າ ເຂື່ອນໄຟຟ້າ ນ້ຳຕົກທ່າຄໍ້ ດັ່ງກ່າວນີ້ ຈະສົ່ງຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ສັງຄົນນ້ອຍທີ່ສຸດ ພ້ອມຍັງຈະບໍ່ເປັນ ກາຣກີດກັ້ນ ກາຣຂຶ້ນລ່ອງ ຂອງຈຳພວກປາ ແຕ່ຢ່າງໃດ!