ກະແສໄຟຟ້າ ຈາກເຂື່ອນ ທັງສາມແຫ່ງ ສ່ວນໃຫຍ່ ຈະສົ່ງຂາຍໃຫ້ ທາງກາຣໄທຽ ແລະ ວຽຕນາມ ຕາມຂໍ້ສັນຍາ ຊຶ່ງໂຄງກາຣ ກໍ່ສ້າງເຂື່ອນ ທັງໝົດ ແມ່ນ ໂຄງກາຣຮ່ວມມື ຣະຫວ່າງ ກົມໄຟຟ້າລາວ ແລະ ນັກລົງທຶນຈາກ ຈີນ ຢູໂຣປ ແລະ ຈາກວຽຕນາມ.
ທ່ານສີສວາດ ທິຣະວົງ ຜູ້ອຳນວຍກາຣ ໄຟຟ້າ ສປປລາວ ໄດ້ແຈ້ງຕໍ່ ທາງສື່ມວລຊົນ ໃນວັນອັງຄາຣ ນີ້ວ່າ ເຂື່ອນໄຟຟ້າ ທີ່ມີກຳໜົດ ເປີດໃຊ້ ບໍຣິກາຣ ໃນປີ 2012 ນີ້ ຈະສາມາຕຜລິຕ ກະແສໄຟຟ້າ ໄດ້ທັງໝົດ 1,892.29 ລ້ານ ກິໂລວັຕ ຊົ່ວໂມງ.
ເຈົ້າໜ້າທີ່ລາວ ໄດ້ແຈ້ງເພີ່ມວ່າ: ສຳຫລັບເຂື່ອນ ໄຟຟ້າ ໃນໂຄງກາຣ ນ້ຳງື່ມ 5 ທີ່ມີຕົ້ນນ້ຳ ຈາກແຂວງ ຫລວງພຣະບາງ ນັ້ນ ປັຈຈຸບັນນີ້ ສ້າງສຳເຣັຈ ໄປແລ້ວ ກວ່າ 92.5%, ສ່ວນໂຄງກາຣ ເຂື່ອນ ເທີນຫີນບູນ ໃນແຂວງ ບໍຣິຄຳໄຊ ຖືກສ້າງສຳເຣັຈ ແລ້ວ 99.1% ແລະ ເຂື່ອນເຊກະໝານ 3 ໃນແຂວງ ເຊກອງ ກໍຖືກ ສ້າງແລ້ວເຖີງ 99.8%. ສະເພາະ ເຂື່ອນ ເຊກະໝານ 3 ດັ່ງກ່າວ ຊຶ່ງເປັນກາຣ ລົງທຶນ ຣະຫວ່າງ ກົມໄຟຟ້າລາວ ແລະ ບໍຣິສັທ Song Da ໃນເມື່ອສ້າງແລ້ວ ສຳເຣັຈ ຈະມີກາຣສົ່ງ ກະແສໄຟຟ້າ ໄປຍັງວຽຕນາມ ເຖີງ 90%.