ທາງການລາວຈະຫຼຸດຜ່ອນ ແຮງງານຕ່າງດ້າວ

ກະຊວງແຮງງານ ແລະ ສວັດດີການ ສັງຄົມ ຂອງລາວ ພຍາຍາມ ຫັນແຮງງານ ກະສິກັມ ມາເປັນ ອຸດສາຫະກັມ ເພື່ອຫລຸດຜ່ອນ ແຮງງານ ຈາກ ຕ່າງປະເທດ.
ຈໍາປາທອງ
2011.12.30

ກົດຟັງສຽງ

ແຜນການ ຫລຸດຜ່ອນ ແຮງງານຈາກ ຕ່າງປະເທດ ດ້ວຍການ ສ້າງແຮງງານ ກະສິກັມ ໃຫ້ເປັນ ແຮງງານ ອຸດສາຫະກັມ ທີ່ມີສີມື ຊຶ່ງເວລານີ້ ຍັງນໍາເອົາ ແຮງງານ ຕ່າງປະເທດ ເຂົ້າມາ ຫລາຍຢູ່ ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກ່າວວ່າ:

"ພວກເຮົາຈະ ພຍາຍາມ ຫັນພວກ ກະສິກອນ ຈະຫັນ ພວກນຶ່ງ ໃນແບບ ກີດຢາງພາຣາ ແຮງງານ ຈາກ ການປະມົງ ລ້ຽງສັດ ຟາມປາ ຈະເຂົ້າໄປສູ່ ອຸດສາຫະກັມ"

ທ່ານເວົ້າອີກວ່າ ຈະມີການ ຝຶກອົບຮົມ ແຮງງານ ພາກກະສິກັມ ໃຫ້ມີສີມື ທີ່ມີ ຄຸນນະພາບ ເພື່ອສນອງ ໃຫ້ພາກ ອຸດສາຫະກັມ ຫຼາຍຂຶ້ນ ໃນປີ 2011 ນີ້ ປະເທດລາວ ມີແຮງງານ ພາກກະສິກັມ ກວມເອົາ ປະມານ 87.5% ຂອງແຮງງານ ທັງໝົດ ແລະວ່າ ຕ້ອງການໃຫ້ ຈໍານວນນີ້ ຫລຸດລົງ ຍັງເຫຼືອພຽງ 72-73% ຍ້ອນວ່າມີ ຄວາມຕ້ອງການ ໃຊ້ແຮງງານ ພາກ ອຸດສາຫະກັມ ຫລາຍຂຶ້ນ ເພາະຢູ່ໃນ ຣະຍະ ຂອງ ການພັທນາ.

ທ່ານເຊື່ອວ່າ ທິດທາງ ດັ່ງກ່າວ ຈະບໍ່ກະທົບ ໃສ່ການຜລິດ ໃນພາກ ກະສິກັມ ຂອງລາວ ເນື່ອງຈາກວ່າ ມີແຮງານ ດ້ານກະສິກັມ ພຽງພໍ ຢູ່ແລ້ວ ແລະວ່າ ແຜນພັທນາ ສີມືແຮງງານ ດ້ານ ອຸດສາຫະກັມ ນັ້ນ ຈະໄດ້ເລີ່ມ ປະຕິບັດ ໃນກາງປີ 2012 ທີ່ ຈະມາເຖິງ ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.