ຊາວໜຸ່ມຮຽກຮ້ອງໃຫ້ປ່ອຍ ທ່ານສົມບັດ

ຄະນະໂຕແທນ ຊາວຫນຸ່ມ ລຸ່ມ ແມ່ນໍ້າຂອງ ຮຽກຮ້ອງ ທາງການລາວ ປ່ອຍ ທ່ານ ສົມບັດ ສົມພອນ.
ສົມເນ
2012-12-25
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-thai-ngo
ການຮຽກຮ້ອງ ໃຫ້ປ່ອຍໂຕ ທ່ານສົມບັດ ສົມພອນ ຢູ່ຕໍ່ໜ້າ ສະຖານທູຕລາວ ທີ່ບາງກອກ ປະເທດໄທ
RFA/Apichart

ໃນຕອນເຊົ້າ ຂອງ ວັນທີ່ 25 ທັນວາ 2012 ໂຕແທນ ຊາວໜຸ່ມ ລຸ່ມແມ່ນໍ້າຂອງ ລາວ ໄທ ພະມ້າ ກໍາພູຊາ ແລະ ວຽດນາມ ໄດ້ອອກຖແລງ ຢູ່ຕໍ່ໜ້າ ສະຖານທູດ ລາວ ທີ່ ບາງກອກ ຂໍໃຫ້ທາງການ ລາວ ປ່ອຍທ່ານ ສົມບັດ ສົມພອນ ອະດີດຫົວໜ້າ ອົງການ ສູນຝືກອົບຮົມ ຮ່ວມພັທນາ ຊຸມຊົນ ໃນລາວ ທີ່ ຫາຍສາບສູນ ຢ່າງໄຮ້ຮ່ອງຮອຍ.  ດັ່ງໂຕແທນ ເຍົາວະຊົນ ໄດ້ກ່າວວ່າ:

"ສຽງຊາວໜຸ່ມ ເຍົາວະຊົນ ຈາກລາວ ປະຊາຊົນລາວ ຕ້ອງການ ໃຫ້ມີຄວາມສງົບ ການປົກຄອງແບບ ປະຊາທິປະໄຕ ແລະ ຄວາມຍຸຕິທັມ ໃນສັງຄົມ ອັນແທ້ຈິງ. ຈົ່ງປ່ອຍໂຕ ທ່ານ ສົມບັດ ສົມພອນ ໃຫ້ເປັນອິສຣະ".

ສຽງຈາກໂຕແທນ ເຍົາວະຊົນໄທ ວ່າ ການຫາຍສາບສູນ ຂອງ ທ່ານສົມບັດ ບໍ່ຄວນເປັນ ພຽງແຕ່ຂ່າວ ຢູ່ໃນໜ້າ ໜັງສືພິມ ເທົ່ານັ້ນ ແຕ່ມັນເຮັດໃຫ້ເຮົາ ແລະ ສັງຄົມ ມີຄໍາຖາມວ່າ ມັນເປັນເຣື້ອງ ທີ່ຍຸຕິທັມ ແລ້ວບໍ່ ສໍາລັບຄົນ ທີ່ອຸທິດຊີວິດ ເຮັດໜ້າ ທີ່ປົກປ້ອງ ແລະ ຮັກສາສິດທິ ໃຫ້ຜູ້ອື່ນ ແຕ່ບໍ່ໄດ້ຮັບ ການປົກປ້ອງ ການໃຊ້ສິດທິ ຂອງຕົນເອງ.

ສຽງຈາກໂຕແທນ ເຍົາວະຊົນ ວຽດນາມ ເວົ້າວ່າ ທ່ານ ສົມບັດ ແລະ ພວກເຮົາ ຕ່າງກໍມີ ຄວາມຕ້ອງການ ສັນຕິສຸກ ເພື່ອໃຫ້ໂລກນີ້ ໜ້າຢູ່. ໂປຣດຢ່າໄດ້ ປິດຕັນໂອກາດ ໃນການສ້າງ ສັນຕິພາບ ໃຫ້ເກີດຂື້ນ ໃນໂລກຂອງເຮົາ ດັ່ງນັ້ນ ໂປຣດໃຫ້ຄວາມ ຍຸຕິທັມ ແກ່ທ່ານ ສົມບັດ ໃຫ້ທ່ານ ມີອິສຣະ ໃຫ້ມີຄວາມ ຍຸຕິທັມ ໃນໂລກໜ່ວຍນີ້ ຂໍໃຫ້ສຽງຂອງ ນັກກິຈກັມ ທ່ານນີ້ ຖືກຮັບຟັງ.

ໃນຕອນທ້າຍ ໂຕແທນ ເຍົາວະຊົນ ລຸ່ມແມ່ນໍ້າຂອງ ໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ເລັ່ງລັດ ສືບສວນ ແລະ ຊອກຫາ ທ່ານ ສົມບັດ ແລະ ຫວັງວ່າ ທ່ານສົມບັດ ຈະໄດ້ຮັບ ອິສຣະພາບ ໄດ້ກັບຄືນສູ່ ຄອບຄົວ ໃນໄວໆນີ້.

ຄໍາເຫັນ (5)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

ຄົນລາວ

ຈາກ ເມືອງລາວ

ຈະມາກ່າວຫາລັດທະບານ ແລວແບບນີ້ ກໍ່ບໍ່ຖືກຕ້ອງ ເພາະຄິດເບິ່ງ ກ່ອນຍັງບໍ່ທັນ ໄດ້ປົດປ່ອຍ ມີພວກເສິິກພວກຮ່າ ມາຮຸກຮານ, ຖີ້ມລະເບີດ, ເຂັ່ນຂ້າທາລູນ ຄົນລາວ ຢ່າງແສນສາຫັດ ຈົນມາຮອດມື້ນີ້ ປະເທດຊາດ ປົດປ່ອຍ... ແລ້ວພວກເຮົາກໍ່ບຢາກໃຫ້ ພວກຂາຍຊາດ ກັບເຂົ້າມາ ໃນຮູບແບບໃໝ່ອີກ...


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Dec 28, 2012 10:26 AM

(

Sahay Laonor you are so funny! I love your comment.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Dec 28, 2012 10:13 AM

Vilai Mueng Laos

ຈາກ VT

To Radio Free Asia Lao staff.
Mr Awalee you are good voices and stronger speaking when you broadcasting new. You are clearly speaking. We also needed Ms Viengsai come back to be news broadcast more and more because she is very good voices too.
This is a very importance for Laos population inside.
Thanks.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Dec 26, 2012 12:43 PM

LAONOR

SAHAI LAODENG DON'T USE YOUR POWER & BULLET NOW USE YOUR MOUSE TO TALK


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Dec 26, 2012 12:40 PM

ເດັກບ້ານນອກ

ຈາກ ຫາດຊາຍຟອງ

ລັດຖະບານລາວ ແມ່ນກຳລັງຈະໃຫ້ ຊາວໂລກປະນາມ ຍ້ອນ ການບັນທອນສິດທິ ຂັ້ນພື້ນຖານຂອງ ປະຊາຊົນລາວ ການໄດ້ຣັບຫລຽນໄຊ ມັກໄຊໄຊ ຂອງທ່ານ ສົມພອນ ແມ່ນ ທາງການລາວ ແມ່ນບໍ່ຄ່ອຍຈະ ປີຕິຊົມຊື່ນ ຫຍັງເລີຍ ເພາະມັນໄປຂັດຕໍ່ ນະໂຍບາຍ ຂອງລັດຖະບານ ທີ່ວາງອອກ ເຊ່ນ ການ ສຳປະທານທີ່ດິນ ປູກຢາງຟາລາ ທີ່ຖືກ ດິນຂອງປະຊາຊົນ. ບິບຄັ້ນໃຫ້ປະຊາຊົນ ຣັບເອົາລາຄາ ທີບໍ່ເປັນທຳ ແລະ ອື່ນໆອິກຫລາຍຢ່າງ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Dec 26, 2012 12:36 PM

ເບິ່ງຄວາມເຫັນທັງໝົດ.