ຊາວຫລວງພະບາງ ຂັດຂ້ອງເຣື່ອງທີ່ດິນ

ຊາວນະຄອນ ຫລວງພະບາງ ບໍ່ດີໃຈ ໃນວິທີການ ປະຕິບັດ ໜ້າທີ່ ແບບບໍ່ເປັນທັມ ຂອງ ເຈົ້າໜ້າທີ່ ທ້ອງຖິ່ນ ໂດຍສະເພາະ ກ່ຽວກັບ ບັນຫາ ການຍຶດເອົາ ທິ່ດິນ ເພື່ອນຳໄປ ສ້າງສນາມກ໊ອຟ.
ອາວາຣີ
2012-07-05
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌

ທີ່ຜ່ານມາ ປະຊາຊົນ ໄດ້ຍື່ນຄຳຮ້ອງ ຂໍຄວາມເປັນທັມ ກັບຂັ້ນສູນກາງ ແຕ່ປະກົດວ່າ ຄຳຮ້ອງ ຮອດ ບໍ່ຂື້ນໄປເຖິງ ຂັ້ນເທິງຊ້ຳ. ດັ່ງຊາວລາວ ທີ່ນະຄອນ ຫລວງພຣະບາງ ຜູ້ນຶ່ງໄດ້ເວົ້າວ່າ:

“ພະນັກງານ ພື້ນທີ່ ເຮັດແບບວ່າ ບໍ່ມີຄວາມ ເປັນທັມ ຕໍ່ກັບ ປະຊາຊົນ ປະຊາຊົນ ສ່ວນຫລາຍ ບໍ່ພໍໃຈ ຕໍ່ກັບຣະບົບການ ປົກປ້ອງ ຢູ່ໃນພື້ນທີ່ ເພາະວ່າເວລາ ມີບັນຫາມາ ຢູ່ຂື້ນພື້ນຖານ ແຕ່ວ່າຂະເຈົ້າ ຈະປົກປິດເອົາ ເວລາເຮົາມີ ບັນຫາ ເຮົາຟ້ອງຂື້ນມາ ເອກກະສານ ຈະບໍ່ເຖິງຂັ້ນ ເທິງຊໍ້າ”.

ຊາວລາວຄົນນີ້ ເວົ້າອີກວ່າ ປະຊາຊົນ ສ່ວນຫລາຍ ບໍ່ພໍໃຈ ກ່ຽວກັບບັນຫາ ທີ່ດິນ ທີ່ຖືກຍຶດໄປ ເພື່ອສ້າງ ສນາມກອຟ ຊາວບ້ານ ໄດ້ຮັບຄ່າຊົດເຊີຍ ຢູ່ແຕ່ບໍ່ສົມເຫດ ສົມຜົນ ໜ້ອຍເກີນໄປ ເມື່ອຕິດຕໍ່ ໄປເຖິງ ສະພາ ແຫ່ງຊາດ ເຈົ້າໜ້າທີ່ກົມ ຄຳຮ້ອງ ຂໍຄວາມເປັນທັມ ອະທິບາຍວ່າ ສະພາແຫ່ງຊາດ ໄດ້ຍິນຂ່າວ ກ່ຽວກັບ ຄວາມບໍ່ດີໃຈ ຂອງປະຊາຊົນ ຢູ່ນະຄອນຫລວງ ພຣະບາງ ນັ້ນຢູ່ ແຕ່ຍັງບໍ່ໄດ້ ຮັບຂໍ້ມູນ ຢ່າງ ຄັກແນ່ ເພື່ອແກ້ໄຂ. ດັ່ງເຈົ້າໜ້າທີ່ ທ່ານນີ້ເວົ້າວ່າ:

“ໂຕນີ້ກໍຍັງ ບໍ່ທັນມີ ຂໍ້ມູນຕົວຈິງ ມີແຕ່ການ ເວົ້າວ່າຕໍ່ກັນຊື່ໆ ຕົວນີ້ບໍ່ທັນມີ ຂໍ້ມູນວ່າ ເຈົ້າໜ້າທີ່ ເຮັດແນວໃດ ຂໍ້ມູນຕົວຈິງ ວ່າໃຊ້ອຳນາດ ແບບໃດ ບາງເທື່ອ ປະຊາຊົນກໍຄື ບໍ່ມີຫລັກຖານ”.

ໃນຣະຍະ ສິບກວ່າປີ ທີ່ຜ່ານມາ ປະຊາຊົນລາວ ສູນເສັຍທີ່ດິນ ໃຫ້ແກ່ນັກລົງທຶນ ຢ່າງຫຼວງຫລາຍ ບໍຣິສັດ ປູກຢາງພາຣາ ຂອງວຽດນາມ ຂຍາຍສວນຢາງ ຂອງເຂົາ ໄປກວມເອົາ ທົ່ງໄຮ່ທົ່ງນາ ຂອງ ປະຊາຊົນ ໃນຫລາຍໆເຂດ ຫລາຍໆບ້ານ ໂດຍສະເພາະ ຢູ່ພາກໃຕ້ ຂອງລາວ.

ປະຊາຊົນໄດ້ ປະທ້ວງ ຂື້ນໄປຫາ ຂັ້ນເທິງ ແລະ ຜົນປະກົດ ວ່າເມື່ອສັປດາ ແລ້ວນີ້ ຣັຖບານ ໄດ້ປະກາດໂຈະ ການສັມປະທານ ທີ່ດິນ ໃຫ້ແກ່ ຕ່າງປະເທດ.

ຄໍາເຫັນ (2)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌

loukmahaxay001

ຈາກ France

ແລ້ວ...ຜູ້ແທນປະຊົນເຂດຫລວງພຣະບາງຍູ່ໃສ? ເຫັດຫັຽງຍູ່? ປະຊົນມາຍູ່ໃນ ສະພາເພື່ອຫັຽງກັນແທ້?

Jul 07, 2012 06:47 AM

ກະຊວງ ຍຸດຕິທຳ

ຄວາມຈິງແລ້ວ ການສວຍໂອກາດເອົາທີ່ດິນໃນແຂວງຫຼວງພະບາງຍັງມີຫຼາຍບ່ອນ ບໍ່ມີພຽງແຕ່ ຢູ່ສະໜາມກອບເທົ່ານັ້ນ ເຊັ່ນວ່າ: ໂຄງການສ້າງຕາຂ່າຍໄຟຟ້າ ຂອງລັດວິສາຫະກິດໄຟຟ້າລາວ ສາຂາຫຼວງພະບາງ ຢູ່ໃກ້ຕົວເມືອງ ຕິດເສັ້ນທາງ 13ເໜືອ ເຊີ່ງການກຳນົດຄ່າຊົດເຊີຍບໍ່ມີຄວາມເປັນທຳ 2.500ກິບ/ຕາແມັດ ທຽບໃສ່ລາຄາຕົວຈິງໃນສັງຄົມ 200.000-300.000ກິບ/ຕາແມັດ ນີ້ບໍ່ຄວາມຍຸດຕິທຳ???

Jul 05, 2012 11:27 PM